ເຂື່ອນໄຟຟ້າທັງໝົດ ຈະສ້າງຜົນກະທົບ

ເຂື່ອນໄຟຟ້າ ກັ້ນແມ່ນໍ້າຂອງ ທັງໝົດ 12 ແຫ່ງ ທີ່ມີແຜນ ໄວ້ນັ້ນ ຈະມີຜົນ ກະທົບຕໍ່ ປະຊາຊົນ ທັງສອງຟາກຝັ່ງ.
ຈໍາປາທອງ
2010.05.25

ຄະນະ ກັມມາທິການ ແມ່ນ້ຳຂອງ ຫລື MRC ໄດ້ນຳສເນີ ລາຍງານ ດ້ານການສ້າງເຂື່ອນ ໄຟຟ້ານ້ຳຕົກ ໃນເຂດລຸ່ມ ແມ່ນ້ຳຂອງ ຕໍ່ທີ່ປະຊຸມຣະດັບ ພູມີພາກກ່ຽວກັບ ການປະເມີນຜົນ ກະທົບ ຈາກການພັທນາ ເຂື່ອນໄຟຟ້ານ້ຳຕົກ ໃນເຂດ ລຸ່ມແມ່ນ້ຳຂອງ ຊຶ່ງຈັດຂຶ້ນເປັນ ເວລາສອງວັນ ຢູ່ນະຄອນຫລວງ ວຽງຈັນ ສປປລາວ ນັ້ນວ່າ ຖ້າຫາກມີການ ສ້າງເຂື່ອນທັງໝົດ 12 ແຫ່ງ ລຳແມ່ນ້ຳຂອງ ຕອນລຸ່ມ ຈະກາຍເປັນອ່າງ ເກັບນ້ຳ 55% ແລະຈະສ້າງຜົນ ກະທົບໂດຍກົງ ຕໍ່ປະຊາຊົນ ຢ່າງໜ້ອຍ 2 ລ້ານຄົນ ໃນພື້ນທີ່ 13 ແຂວງ 47 ເມືອງ.

ກະແສຂ່າວທ້ອງຖິ່ນ ຂອງໄທ ລາຍງານໃນວັນທີ 24 ພຶສພາ 2010 ວ່າ ສະເພາະເຂື່ອນທີ່ ຢູ່ຣະຫວ່າງ ຊາຍແດນ ລາວ-ໄທ ຄື: ເຂື່ອນປາກຊົມ, ເມືອງ ປາກຊົມ ແຂວງເລີຍຂອງໄທ ທີ່ຕັ້ງຢູ່ ກົງກັນຂ້າມກັບເມືອງ ຊະນະຄາມ ແຂວງວຽງຈັນ ຂອງລາວ ແລະ ເຂື່ອນບ້ານກຸ່ມ ເມືອງ ໂຄງຈຽມ ແຂວງ ອຸບົນ ຂອງໄທ ຊຶ່ງຢູ່ກົງກັນຂ້າມ ກັບເມືອງ ຊະນະສົມບູນ ແຂວງຈຳປາສັກ ຂອງລາວ ກໍຈະມີຜູ້ໄດ້ ຮັບຜົນກະທົບ 588 ພັນກວ່າຄົນ ແລະ 413 ພັນກວ່າຄົນ ຕາມລຳດັບ.

ການສ້າງເຂື່ອນໃສ່ ແມ່ນ້ຳຂອງ ຕອນເທິງ ຈະກະທົບໃສ່ ແມ່ນ້ຳສາຂາ ຂອງແມ່ນ້ຳຂອງ ເຖິງ 40 ສາຂາ, ພັນປາທີ່ຈະ ບໍ່ສາມາດໄປ ວາງໄຂ່ ຕາມລຳນ້ຳສາຂາ ມີປະມານ 40 ສາຍພັນ. ເຂື່ອນ ລາດເສືອ ໃນເຂດເມືອງປາກເຊ ແຂວງຈຳປາສັກ ຂອງລາວ ຈະສົ່ງຜົນກະທົບ ໃສ່ການເຄື່ອນຍ້າຍ ຂອງປາ ໃນລຸ່ມນ້ຳມູນ ແລະ ລຸ່ມນ້ຳຊີ ຂອງໄທ ຮຸນແຮງກວ່າເຂື່ອນອື່ນໆ ທີ່ຢູ່ຕອນເທິງ.

ຜູ້ຊ່ຽວຊານດ້ານ ພັນປາ ເວົ້າວ່າ ປາໃນເຂດລຸ່ມ ແມ່ນ້ຳຂອງ ມີຫລວງຫລາຍ, ການປະມົງ ຢູ່ຣະຫວ່າງ ຊາຍແດນ ລາວ-ກຳພູຊາ ສາມາດຫາປາ ໄດ້ເຖິງ 1 ລ້ານ 5 ແສນຕັນ ແລະ ຫາກລວມທັງໝົດ  ກໍຈະໄດ້ເຖິງ 2 ລ້ານ 6 ແສນຕັນ ຕໍ່ປີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.