ສິດເສຣີພາບ ດ້ານການຂ່າວຢູ່ລາວ

ປະທານປະເທດ ສປປລາວ ຈຸມມາລີ ໄຊຍະສອນ ເປັນນຶ່ງ ໃນຈໍານວນ 40 ທ່ານ ທີ່ເປັນສັຕຣູຕໍ່ ສິດເສຣີພາບ ດ້ານການຂ່າວ ຕາມຣາຍງານ ຂອງອົງການ ນັກຂ່າວ ບໍ່ມີພົມແດນ ທີ່ມີສູນກາງ ຢູ່ປະເທດ ຝຣັ່ງເສດ.
ມະນີຈັນ
2010.05.03

ທ່ານ ຈຸມມາລີ ໄຊຍະສອນ ຜູ້ຂຶ້ນເປັນ ປະທານປະເທດ ສປປລາວ ແຕ່ປີ 2006 ເປັນຕົ້ນມາ ໄດ້ກີດກັນການ ຕັ້ງອົງການຂ່າວ ເອກກະຊົນ ຢູ່ຕໍ່ຕລອດມາ  ແລະ ທ່ານກໍອາສັຍ ຄວາມພັກດີຂອງ ບັນດາກຸ່ມທີ່ ເປັນຫົວໜ້າຂອງ ຊື່ມວນຊົນທີ່ ເປັນຂອງຣັຖບານ ຮວມທັງ ໜັງສືພິມ “ປະຊາຊົນ” ຊຶ່ງເປັນປາກ ກະບອກສຽງຂອງ ສູນກາງພັກ ປະຊາຊົນ ປະຕິວັດລາວ ທີ່ວ່າມີຂຶ້ນ ໂດຍປະຊາຊົນ ແລະ ສໍາລັບປະຊາຊົນ.

ຕາມຣາຍງານ ປະຈໍາປີ 2010 ນີ້ ອົງການນັກຂ່າວ ບໍ່ມີພົມແດນ RSF ທີ່ມີສູນກາງ ຢູ່ກຸງປາຣີ ປະເທດຝຣັ່ງເສດ. ຣາຍງານຂອງ RSF ທີ່ພິມເຜີຍແຜ່ ໃນວັນທີ 3 ພຶສພາ ນີ້ ຣະບຸວ່າ ການເຄື່ອນໃຫວຕ່າງໆ ຂອງທ່ານ ຈຸມມາລີ ແລະ ບັນດາຜູ້ນໍາພັກ ຄົນອື່ນໆ ມັກຈະເປັນບົດຂ່າວ ທີ່ອອກໜ້າ ໃນໜັງສືພິມ ທີ່ຣັຖຄວບຄຸມ. 

ທ່ານ ຈຸມມາລີ ໄດ້ສັ່ງໃຫ້ ບັນດານັກຂ່າວ ໃຊ້ຫລືອ້າງອີງໃສ່ ຣາຍງານທີ່ອອກ ໂດຍຂ່າວສານ ປະເທດລາວ ພຽງເທົ່ານັ້ນ. ໃນຣະຫວ່າງທີ່ ມີການສົ່ງ ຊາວມົ້ງກັບລາວ ຈາກປະເທດໄທນັ້ນ ກໍາລັງຮັກສາ ຄວາມປອດພັຍ ຂອງລາວ ກໍສະກັດກັ້ນ ນັກຂ່າວຕ່າງປະເທດ ບໍ່ໃຫ້ໄປຢ້ຽມຢາມ ບ່ອນຢູ່ທີ່ທາງ ການລາວໄດ້ຕຣຽມ ໄວ້ແລ້ວນັ້ນ.

ນອກເໜືອຈາກນັ້ນ ທ່ານຈຸມມະລີ ຍັງບໍ່ຍອມ ໃຫ້ນິຣະໂທດ ແກ່ຊາວມົ້ງ 2 ຄົນ ທີ່ຖືກຂັງຄຸກ ແຕ່ປີ 2003 ຍ້ອນໄດ້ຊ່ວຍນໍາທາງ ນັກຂ່າວຢູໂຣບ 2 ຄົນໃຫ້ໄປເຖິງ ທີ່ຢູ່ອາສັຍ ຂອງຊາວມົ້ງ ຢູ່ໃນປ່າດົງ ໃນລາວນັ້ນ. RSF ອອກບັນຊີລາຍສື່ ສັຕຣູ ຂອງເສຣີພາບ ການຂ່າວທຸກໆປີ ໃນວັນທີ 3 ພຶສພາ ເນື່ອງໃນໂອກາດ ວັນເສຣີພາບ ການຂ່າວໂລກ ຊຶ່ງໃນປີ 2010 ນີ້ ມີທັງໝົດ 40 ທ່ານ  ຊຶ່ງມີ ປະທານປະເທດ ສປປລາວ ຈູມມາລີ ໄຊຍະສອນ ຮວມຢູ່ດ້ວຍ. 

ທັງ 40 ທ່ານນັ້ນ ບໍ່ມັກເສຣີພາບ ໃນການຂ່າວ ປະຕິບັດ ຕໍ່ສື່ມວນຊົນ ແບບບໍ່ເປັນມິດ ແລະ ທັງໂຈມຕີນັກຂ່າວ ໂດຍກົງ. ທັງ 40 ທ່ານ ລ້ວນແຕ່ເປັນ ບຸກຄົນທີ່ມີ ສິດອໍານາດ ເປັນພິດພັຍ ໃຊ້ຄວາມຮຸນແຮງ ແລະ ຢູ່ເໜືອກົດໝາຍ. ເປັນທີ່ສັງເກດ ໄດ້ວ່າເສຣີພາບ ສື່ມວນຊົນໃນລາວ ມີແນວໂນ້ມ ຢູ່ໃນສະພາບ ຊຸດໂຊມລົງນັບມື້.  

ຕາມຣາຍງານຂອງ ອົງການນັກຂ່າວ ບໍ່ມີພົມແດນ: ສປປລາວ ຕົກຢູ່ທີ 161 ໃນຣາຍງານປີ 2007 ປີ 2008 ຕົກຢູ່ທີ 164 ແລະປີ 2009 ຕົກຢູ່ທີ 169.

ຮວມທັງໝົດ 175 ປະເທດ ທີ່ມີການຈໍາກັດ ທີ່ສຸດ ໃນເຣື້ອງການຂ່າວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.