ລາວນອກຮຽກຮ້ອງໃຫ້ມີ ປະຊາທິປະໄຕຢູ່ລາວ
2010.10.05
ກົດຟັງສຽງ
ນັກຮຽນຮູ້ ແລະ ປັນຍາຊົນລາວ ໃນຕ່າງປະເທດ ພົບປະຫາລືກັນ ເມື່ອທ້າຍສັປດາ ທີ່ຜ່ານມາ ທີ່ເມືອງລາສເວກາສ ຣັຖເນວາດາ ສະຫະຣັຖ ອະເມຣິກາ.
ການພົບປະຫາລື ກັນນັ້ນແບ່ງອອກ ເປັນສອງຄນະ ຄືີຄນະພັນທະມິດ ເພື່ອ ປະຊາທິປະໄຕ ຢູ່ລາວ ຊຶ່ງປະຊຸມ ກັນເມື່ອວັນເສົາ ວັນທີ່ 2 ຕຸລາ. ແນ່ນອນ ດັ່ງທີ່ຊື່ໄດ້ ບົ່ງບອກໄວ້ ຄນະດັ່ງກ່າວ ປຶກສາຫາລືກັນ ແລະຮຽກຮ້ອງ ໃຫ້ມີ ປະຊາທິປະໄຕ ສິດເສຣີພາບ ແລະ ໃຫ້ມີຫລາຍ ພັກການເມືອງ ໃນລາວ.
ສ່ວນໃນວັນອາທິດ ນັ້ນ ມີກອງປະຊຸມ ເພື່ອເຕົ້າໂຮມ ອະດີດ ນັກການເມືອງ ແລະ ນັກຮຽນຮູ້ ປັນຍາຊົນ ຂອງ ພຣະຣາຊອານາຈັກລາວ. ດຣ. ວິລຽມ ບົວຣວຍ ປະທານ ກອງປະຊຸມ ກ່າວເຖິງຈຸດປະສົງ ຂອງການເຕົ້າໂຮມກັນ ເມື່ອວັນອາທິດ ນັ້ນວ່າ: …ສຽງ....
ດຣ. ວິລຽມ ບົວຣວຍ ອະທິບາຍວ່າ ຣັຖບານ ສປປລາວ ປົກຄອງປະເທດ ມາເປັນເວລາເກືອບ 35 ປີແລ້ວ ແຕ່ປະຊາຊົນລາວ ຍັງທຸກຍາກຂາດເຂີນ ຢູ່ …… ສະນັ້ນ ດຣ. ວິລຽມ ບົວຣວຍ ແລະ ຄນະຂອງທ່ານ ຈຶ່ງຢາກກັບຄືນ ໄປຊ່ວຍສ້າງສາ ພັທນາ ປະເທດລາວ.
ເຂົ້າຮ່ວມກອງປະຊຸມ ໃນທັງສອງມື້ນັ້ນ ມີນັກຮຽນຮູ້ ແລະ ປັນຍາຊົນລາວ ຫລາຍຄົນ ທີ່ມາຈາກຫລາຍ ປະເທດໃນໂລກ ເຊັ່ນ: ສະຫະຣັຖ ອະເມຣິກາ ການາດາ ຝຣັ່ງເສດ ອັງກິດ ເຍັຍຣະມັນ ແລະ ອອສເຕຣເລັຍ.