ທ່ານຫລິ໊ວຊ໊ຽວໂບ໊ ຮັບຣາງວັນໂນເບລ
2010.10.08

ກົດຟັງສຽງ
ທ່ານ ຫລິ໊ວ ຊ໊ຽວໂບ໊ ໄດ້ຮັບຣາງວັນ ໂນເບລ (Nobel) ຂແນງສັນຕິພາບ, ທັ້ງໆທີ່ຍັງ ຖືກຄຸມຂັງຢູ່ຄຸກ ແຫ່ງໜຶ່ງ ໃນກຸງປັກກິ່ງ ປັຈຈຸບັນນີ້. ອັນເປັນສາເຫຕ ເຮັດໃຫ້ທາງກາຣ ສປຈີນ ບໍ່ພໍໃຈ ແລະ ກ່າວຫາວ່າທາງ ຄນະກັມມະກາຣ ກຳກັບນຳກາຣ ໃຫ້ຣາງວັນ Nobel ດັ່ງກ່າວ ສົ່ງເສີມຜູ້ມີຄະດີ ອາຊຍາກັມ. ພ້ອມດຽວກັນ ທາງການຈີນ ຍັງໄດ້ເຂົ້າກວດ ແລະປິດກັ້ນຂ່າວ ທາງອິນເຕີຣ໌ເນັຕ ເພື່ອບໍ່ໃຫ້ຊາວຈີນ ໄດ້ຮູ້ຂ່າວກ່ຽວກັບ ເຣື່ອງຮັບຣາງວັນ ໃນທັນໃດໂລດ.
ທ່ານຫລິິ໊ວ ອາຍຸ 54 ປີ ຖືກຈັບ ແລະ ຖືຕັດສິນຈຳຄຸກ ເປັນເວລາ 11 ປີ ໃນຂໍ້ຫາຕໍ່ຕ້ານ ຣັຖບາລ ດ້ວຍກາຣຂຽນບົທຄວາມ ອອກທາງເຄືອຂ່າຍ ອິນເຕີຣ໌ເນັຕ ກ່ຽວກັບກາຣລະເມີດ ສິທທິມະນຸສ ໃນສປຈີນ ແລະຮຽກຮ້ອງໃຫ້ ມີ ປະຊາທິປະໄຕ ແບບສັນຕິວີທີ.
ກ່ຽວກັບເຣື່ອງນີ້ ທ່ານ Thorbjorn Jagland (TOR-byorn YAHG-lund) ປະທານຄນະ ກັມມະກາຣ ຂອງກາຣໃຫ້ຣາງວັນ Nobel ໄດ້ກ່າວໃນຕອນໜຶ່ງ ເວລາທີ່ປະກາສຣາຍຊື່ ຂອງຜູ້ທີ່ໄດ້ຮັບ ຣາງວັນ ຢູ່ທີ່ກຸງ Oslo ປະເທສ Norway ໃນຕອນໜຶ່ງວ່າ:
"Through this sever punishment meted out to him, Liu has become the fore.." ທ່ານວ່າ "ກາຣທີ່ທາງຣັຖບາລຈີນ ໄດ້ຕັດສິນລົງໂທສ ທ່ານ ຫລິ໊ວ ຢ່າງໜັກໂດຽ ໃຫ້ຈຳຄຸກ ເປັນເວລາຫລາຍປີ ດັ່ງກ່າວ ຍິ່ງເປັນກາຣເຮັດໃຫ້ ທ່ານ ຫລິ໊ວ ໄດ້ຮັບຖານະກາຣ ເປັນຜູ້ນຳ ໃນກາຣຕໍ່ສູ້ ເພື່ອ ສິທທິມະນຸສ ທີ່ສຳຄັນທີ່ສຸດ ໃນປະເທສຈີນ ຕື່ມອີກ".
ຢ່າງໃດກໍຕາມ ນອກຈາກກາຣ ຖືກຈັບຄຸມຂັງ ດັ່ງກ່າວນີ້ແລ້ວ ທ່ານ ຫລິ໊ວ ກໍເຄີຽເປັນນັກສຶກສາ ຜູ້ໜຶ່ງທີ່ເຂົ້າຮ່ວມ ກາຣໂຮມຊຸມນຸມ ຂອງຂະບວນກາຣ ນັກສຶກສາ ຢູ່ຈັຕຸຣັຕຕຽນອັນເມີນ ໃນປີ 1989 ທີ່ທາງກາຣຈີນ ສົ່ງກຳລັງເຂົ້າ ປາບປາມ ແລະມີນັກສຶກສາ ເສັຽຊີວີຕໄປ ນັບເປັນຮ້ອຍໆຄົນນັ້ນ.