ສິທທິ ຂອງນັກໂທດ ໃນຄຸກ

ທາງກາຣລາວ ມີແຜນທີ່ຈະຮ່າງ ກົດໝາຍປົກປ້ອງ ສິທທິຂອງ ຜູ້ຖືກຈຳຄຸກ
ຫວາດ ສີມູນ
2009.03.27

ໃນປັຈຈຸບັນນີ້ ທາງເຈົ້າໜ້າທີ່ ກຳກັບດ້ານ ກົດໝາຍ ໃນສະພາແຫ່ງຊາຕ ກຳລັງມີແຜນ ທີ່ຈະຈັດຮ່າງ ກົດໝາຍ ເພື່ອໃຫ້ກາຣ ປົກປ້ອງທາງດ້ານ ສິທທິຂອງຜູ້ ຖືກຕ້ອງຫາແລະ ຖືກຈຳຄຸກຢ່າງ ເປັນທາງກາຣ ກ່ຽວກັບເຣື່ອງນີ້ ທາງເຈົ້າໜ້າທີ່ ກ່ຽວຂ້ອງຂອງລາວ ໄດ້ໃຫ້ຄວາມ ເຫັນວ່າ:

“ຕົວກົດໝາຍ ສະບັບນີ້ຈະ ເປັນໜ້າທີ່ຂອງ ກະຊວງປ້ອງກັນ ຄວາມສງົບ ຮັບຜິດຊອບ ກໍແນ່ນອນ ເຣື່ອງກາຣຄວບຄຸມ ຄ້າຍຄຸມຂັງຕົວ ນີ້ມັນກໍ ແມ່ນເຈົ້າໜ້າ ທີ່ຕຳຣວຈ ຕົວນີ້ກໍໃຫ້ ຄຳຕອບບໍ່ໄດ້ ຕ້ອງຖາມທີ່ ອົງກາຣທີ່ ກ່ຽວຂ້ອງວ່າ ເພີ່ນມີຄວາມ ພ້ອມຫລາຍປານໃດ”

ໃນຂະນະ ດຽວກັນທາງ ເຈົ້າໜ້າທີ່ຫ້ອງ ກາຣກົດໝາຍ ຂອງກະຊວງ ຍຸຕິທັມ ກໍວ່າກາຣຈັດ ຮ່າງກົດໝາຍ ດັ່ງກ່າວຈະຕ້ອງ ໄດ້ຮັບຄວາມຮ່ວມ ມືກັບທາງ ກະຊວງ ປ້ອງກັນຄວາມ ສງົບນຳດ້ວຍ ເພື່ອກວດຂໍ້ມູລ ແລະຄວາມເປັນຈີງ ໃນດ້ານຕ່າງໆ ຊື່ງກໍໃຫ້ກາຣ ຢືນຢັນທີ່ຈະ ໃຫ້ຄວາມຮ່ວມມື ດັ່ງທີ່ທ່ານໄດ້ ໃຫ້ຄຳເຫັນວ່າ:

“ຍັງໄມ່ຕຣຽມພ້ອມ ເກັບກ່ຽວກັບ ພາຄສ່ວນ ກ່ຽວຂ້ອງແຕ່ ພວກເຮົາຍັງບໍ່ ໄດ້ຮັບຣາຍງານ ເທື່ອມັນເກັບ ຂໍ້ມູລ ມັນຍັງໄມ່ ໄດ້ເວົ້າຫຍັງ ຕອນເຣີ່ມ ປະຕິບັຕ ເຖີງໄດ້ ເຄລັຽຣ໌ໃຫ້ທາງ ນັ້ນຮູ້ຕົວນີ້ ກຳໜົດເວລາ ບໍ່ໄດ້ດອກ”

ພ້ອມດຽວກັນນີ້ ທາງອົງກາຣ ພັທນາແຫ່ງ ສະຫະປະຊາ ຊາຕກໍວ່າ: ຖ້າຫາກມີກາຣ ຈັດຮ່າງກົດໝາຍ ຂື້ນມາແທ້ນັ້ນ ຈຳພວກຄົນທີ່ ຖືກຕ້ອງຫາ ແລະຖືກຄຸມຂັງຢູ່ ໃນຄຸກນັ້ນ ກໍຄວນຈະໄດ້ ຮັບກາຣຕັດສີນ ຢ່າງເປັນທັມ ແລະກົດໝາຍ ກໍຄວນຈະໃຫ້ ຄວາມປົກປ້ອງ ພວກຖືກຈຳຄຸກ ເຊັ່ນດຽວກັນ ບຸຄຄົນ ທັມມະດາ ອື່ນໆ!



ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.