ວຽດນາມສັລເສີນລາວ
2010.05.06
ວຽດນາມໄດ້ໃຫ້ ການສັລເສີນຍ້ອງຍໍ ການປະຕິບັດ ແລະນັບຖື ສິດທິມະນຸດ ໃນລາວຢ່າງສູງ ໃນກອງປະຊຸມ ທົບທວນຄືນການ ປະຕິບັດ ແລະນັບຖື ສິດທິມະນຸດ ນາໆຊາດ ຂອງສະພາ ສິດທິມະນຸດ ສະຫະປະຊາຊາດ, ອີງຕາມແຫລ່ງຂ່າວ ວຽດນາມ ມື້ວັນພຸດ 5 ພຶສພາ 2010 ນີ້.
ເອກອັຄຣາສທູດ Vu Dung ຈາກວຽດນາມ ສະມາຊິກຖາວອນ ສະຫະປະຊາຊາດ ປະຈຳອົງການ ການຄ້າໂລກ ແລະ ອົງການນາໆຊາດ ອື່ນໆທີ່ ນະຄອນເຈເນວາ ກ່າວວ່າ:
“ໃນນາມປະເທດ ໃກ້ຄຽງ, ປະເທດເພື່ອນມິດ ທາງປວັດສາດ ຂອງ ສປປລາວ ວຽດນາມ ມີຄວາມຍິນດີທີ່ໄດ້ ສັງເກດເຫັນຜົນ ສຳເຣັດ ໃນການປົກປ້ອງ ແລະ ສົ່ງເສີມ ສິດທິມະນຸດ ຢູ່ລາວ ໂດຍສະເພາະ ດ້ານການສຶກສາ ສິລປະວັທນະທັມ ການສ້າງວຽກງານ ດ້ານສຸຂພາບຊຸມຊົນ ການຫລຸດຜ່ອນຄວາມ ທຸກຍາກ ການຂົນສົ່ງ ການໂທຣະຄົມ ມະນາຄົມ ການປົກປ້້ອງ ສິດທິຂອງແມ່ຍິງ ແລະເດັກນ້ອຍ ຊຸມຊົນເຜົ່ານ້ອຍ ແລະ ຜູ້ເສັຍອົງຄະ”.
ນອກຈາກນີ້ຫລາຍ ປະເທດ ສະມາຊິກ ສະຫະປະຊາຊາດ ຍັງໄດ້ຍ້ອງຍໍ ສປປລາວ ທີ່ມີຄວາມກ້າວໜ້າ ໃນການຫລຸດຜ່ອນ ຄວາມທຸກຍາກຂາດເຂີນ ແລະການ ປົກປ້້ອງສິດທິຊົນ ເຜົ່ານ້ອຍ.
ການນັບຖື ສິດທິມະນຸດ ຢູ່ລາວ ຖືກນຳຂື້ນມາ ທົບທວນຄັ້ງທຳອິດ ໃນກອງປະຊຸມ ສະພາ ສິດທິມະນຸດ ສະພາ ສະຫະປະຊາຊາດ. ສະຫະປະຊາຊາດ ວິເຄາະໂດຍ ລະອຽດ ການປະພຶດຂອງ ສະມາຊິກ ດ້ານສິດທິມະນຸດ ໃນທຸກໆ 4 ປີ.