ແມ່ຍິງ ທີ່ຖືກທໍາຮ້າຍ ຮ່າງກາຍ ແລະ ຈິດໃຈ
2009.01.29
ບັນຫາ ເຣື້ອງການກົດ ຂີ່ຂົ່ມເຫັງ ແມ່ຍິງໃນ ສັງຄົມລາວ ຍັງມີຢູ່ ຢ່າງຫລວງຫລາຍ ໂດຍສະເພາະ ໃນເຂດ ຊົນນະບົດ ຫ່າງໄກ ສອກຫລີກ ຫລືຕາມຊົນ ເຜົ່າຕ່າງໆ ນັ້ນ ຍັງເປັນ ບັນຫາທີ່ ບໍ່ສາມາດ ແກ້ໄຂໃຫ້ ໝົດໄປໄດ້ ດັ່ງເຈົ້າໜ້າ ທີ່ຈາກ ສະຫະພັນ ແມ່ຍິງລາວ ແຂວງຫລວງນໍ້າທາ ໄດ້ເວົ້າເຖິງ ບັນຫານີ້ວ່າ:
ແບບລັກສະນະ ວ່າເປັນຮີດ ຄອງປະເພນີ ໜັກນ່ວງ ແມ່ຍິງກໍ ຍັງຖືກເປັນ ເຄື່ອງມືໃນ ການທໍາຮ້າຍ ຮ່າງກາຍ ນີ້ກໍມີຢູ່ ທັງດ້ານ ຈິດໃຈນີ້ ກໍຍັງມີ ມີຢູ່ໄກໆ ທີ່ວ່າພວກ ເຮົາບໍ່ຮູ້ ຂໍ້ມູນປານ ໃດນີ້ກໍຄາດ ວ່າຊິມີຢູ່.
ນາງໄດ້ເວົ້າ ຕື່ມອີກວ່າ ເຣື້ອງການ ກົດຂີ່ຂົ່ມ ເຫັງແມ່ຍິງ ໃນສັງຄົມລາວ ບໍ່ວ່າໃນ ອະດີດຫລື ປັດຈຸບັນ ຄິດວ່າມັນ ເກີດຂື້ນຢູ່ ຕລອດມາ ແລະຄິດວ່າ ບັນຫາດັ່ງ ກ່າວນີ້ ບໍ່ມີທາງ ຈະໝົດໄປ ຈາກສັງຄົມ ໄດ້ຍ້ອນວ່າ ບາງຊົນເຜົ່າ ແລະບາງຄອບຄົວ ຍຶດຖື ປະເພນີ ແບບເກົ່າ ແລະແມ່ຍິງ ຢູ່ໃນເຂດ ຫ່າງໄກສອກ ຫລີກສ່ວນ ຫລາຍນັ້ນ ບໍ່ມີຄວາມຮູ້ ແລະເຂົ້າໃຈ ເຣື້ອງສິດ ຂອງຕົນ. ກ່ອນການ ໃຫ້ການຊ່ອຍ ເຫລືອທາງ ສະຫະພັນ ແມ່ຍິງລາວ ຕ້ອງໄດ້ຄົ້ນຄ້ວາ ແລະສຶກສາ ຄວາມເປັນຈິງ ຂອງແຕ່ລະ ທ້ອງຖິ່ນເຖິງ ສະພາບການ ແລະບັນຫາ ທີ່ເກີດຂື້ນ ດັ່ງເຈົ້າໜ້າທີ່ ຜູ້ເກົ່າໄດ້ ເວົ້າອີກວ່າ:
ສະຫະພັນ ແມ່ຍິງ ກໍຖືວ່າໄດ້ຊ່ອຍເຫລືອ ເຣື້ອງຂອງ ການສຶກສາ ອົບຮົມ ຖ້າໜັກໜ່ວງ ກໍເຖິງຈະ ແຈ້ງເຈົ້າໜ້າທີ່ ເອົາຜູ້ຜົວ ໄປສຶກສາ ອົບຮົມ ປະຕິບັດ ວິນັຍ ຫລືວ່າ ຕາມກົດໝາຍ.
ເຖິງຢ່າງໃດ ກໍຕາມ ນາງໄດ້ເວົ້າ ໃນຕອນທ້າຍວ່າ ສໍາລັບ ບັນຫາສິດທິ ຂອງແມ່ຍິງລາວ ທັງໃນໂຕ ເມືອງໃຫຍ່ ແລະ ໃນເຂດຫ່າງໄກ ສອກຫລີກນັ້ນ ກໍແມ່ນບັນຫາ ອັນດຽວກັນ ຈະແຕກຕ່າງ ກໍໃນແຕ່ ລະກໍຣະນີ ແລະ ຄົນລະແບບ ຄືແມ່ຍິງ ໃນເມືອງ ຈະຮູ້ສິດທິ ຂອງຕົນ ຫລາຍກ່ວາ.