ບົດບາດ ແມ່ຍິງ ໃນເຂດໂຕເມືອງ ແລະ ຊົນນະບົດ
2009.02.03
ການຂຍາຍໂຕ ທາງດ້ານເສຖກິດ ແລະສັງຄົມ ໃນລາວ ໃນລະຍະຜ່ານມາ ຂຍາຍໂຕ ຢ່າງຕໍ່ເນື່ອງ, ຈຶ່ງເຮັດໃຫ້ ກຸ່ມແມ່ຍິງລາວ ມີທ່າອ່ຽງ ທີ່ຈະສາມາດ ຍົກຣະດັບ ບົດບາດ ແລະ ຄວາມສາມາດ ຂອງຕົນ ໃຫ້ເທົ່າທຽມ ກັບເພດຊາຍໄດ້ ຢ່າງໜ້າພໍໃຈ. ເຊິ່ງເຣື້ອງນີ້ ຖືວ່າ ເປັນປະກົດການ ທີ່ດີ ໃນການສ້າງຄວາມສເມີພາບ ທາງເພດ ໃຫ້ເກີດຂຶ້ນ ໃນສັງຄົມ ລາວ. ຍານາງ ບຸສດີ ຄຸນຸວົງ, ເຈົ້າໜ້າທີ່ ສະມາຄົມ ສົ່ງເສີມ ບົດບາດ ຍິງ-ຊາຍ ໃນລາວ ຊີ້ແຈງ ໃນຕອນນຶ່ງ ວ່າ:
“ຢູ່ໃນລາວ ປັດຈຸບັນ ທ່າອ່ຽງ ມັນກໍຈະໄປ ໃນທາງທີ່ດີຂຶ້ນ, ການທີ່ວ່າ ແມ່ຍິງ ມີສິດທິ ຫລື ໃນທາງມຸມມອງ ໃນຜູ້ຊາຍເອງ ກໍອາດຈະໃຫ້ໂອກາດຫລາຍຂຶ້ນ ຖ້າທຽບໃສ່ ເມື່ອກ່ອນ. ທຸກມື້ນີ້ ມັນກໍຈະສະທ້ອນ ໃຫ້ເຫັນວ່າ ເຮັດວຽກ ທີ່ເກື້ອໜຸນກັນ ໃນຣະດັບ ຄອບຄົວ ແລະ ຣະດັບງານ.”
ຍານາງ ອະທິບາຍ ໃນຕອນນຶ່ງ ວ່າ ຍ້ອນຣະດັບ ການສຶກສາ ທີ່ສູງຂຶ້ນ ແລະ ການໄດ້ຮັບ ຂໍ້ມູນຂ່າວສານ ຂອງກຸ່ມແມ່ຍິງ, ໂດຍສະເພາະ ໃນໂຕເມືອງ ປະກອບ ກັບ ການທີ່ຝ່າຍຊາຍເຣີ້ມຍອມຮັບ ແລະ ເປີດໂອກາດ ໃຫ້ກຸ່ມແມ່ຍິງ ມີບົດບາດ ສະແດງຄວາມສາມາດ ໃນວຽກງານ ຕ່າງໆ, ເປັນຕົ້ນແມ່ນ ເສຖກິດ ຂັ້ນ ຄອບຄົວ, ຫລື ການຈັດການ ຂັ້ນຕ່າງໆ, ຈຶ່ງເຮັດໃຫ້ ບົດບາດ ຂອງແມ່ຍິງລາວ ສູງເດັ່ນຂຶ້ນ ມາຫລາຍສົມຄວນ. ໃນຂະນະດຽວກັນ ແມ່ຍິງ ກໍສາມາດ ຊ່ອຍຫລຸດຜ່ອນ ບັນຫາ ການຖືກກົດຂີ່ ທາງເພດ ຫລື ບໍ່ຍອມຮັບ ການມີສ່ວນຮ່ວມ ໃນການຕັດສິນໃຈ ແກ້ໄຂ ບັນຫາສໍາຄັນ ຕ່າງໆ ຂອງແມ່ຍິງ ດັ່ງທີ່ເຄີຍມີມາ. ເຖິງຢ່າງໃດ ກໍຕາມ, ບົດບາດ ແມ່ຍິງລາວ ໃນເຂດຊົນນະບົດ ຍັງມີຂໍ້ຈໍາກັດຢູ່, ດັ່ງຍານາງ ບຸດສະດີ ຊີ້ແຈງ ຕື່ມວ່າ:
“ຖ້າເບິ່ງວ່າ ຊົນນະບົດ, ເຮົາ ກໍຕ້ອງເບິ່ງວ່າ ຈຸດນີ້ ຄື ຜ່ານມາ ຂະເຈົ້າ ໂອກາດ ມີໜ້ອຍ, ແມ່ຍິງຮຽນມາ ກໍບໍ່ໄດ້ ເປັນເຈົ້າເປັນນາຍດອກ, ໂຕນີ້ ຄືວ່າ ທຸກພາກສ່ວນ ຕ້ອງໃຫ້ຄວາມສໍາຄັນ ນໍາກັນ, ເຮົາເຣີ້ມ ຕັ້ງແຕ່ ສະຖານບັນ ຄອບຄົວ ແລ້ວອໍານາດ ການປົກຄອງ ກໍມີສ່ວນຊຸກຍູ້.”
ບັນຫາ ດ້ານຮີດຄອງ, ຣະດັບ ການສຶກສາ ແລະ ໂອກາດ ໃນການເຂົ້າເຖິງ ຂໍ້ມູນຂ່າວສານ ຂອງກຸ່ມ ແມ່ຍິງລາວ ໃນເຂດຊົນນະບົດ ຍັງຖືເປັນອຸປະສັກ ສໍາຄັນ ທີ່ເຮັດໃຫ້ ຂະເຈົ້າ ບໍ່ທັນສາມາດ ສະແດງ ບົດບາດ ໃນວຽກງານຕ່າງໆ ໄດ້ຢ່າງເຕັມທີ່. ດັ່ງນັ້ນ ທຸກພາກສ່ວນ ບໍ່ວ່າ ຈະເປັນ ພໍ່ແມ່ພີ່ນ້ອງ, ສາມີ ອໍານາດ ການປົກຄອງ ທຸກຣະດັບ ຈຶ່ງຄວນ ພາກັນ ເປີດໂອກາດ ແລະ ຍອມຮັບ ການສະແດງອອກ ຂອງຂະເຈົ້າ ໃຫ້ຫລາຍຂຶ້ນ.