ລາວໂພ້ນທະເລ ກັບສິດທິໃນລາວ
2010.09.17
ກົດໝາຍວ່າດ້ວຍ ສິດທິ ໃນການຊື້ ແລະ ໃຊ້ພື້ນທີ່ດິນ ໃນລາວ ຂອງຄົນລາວ ໃນຕ່າງປະເທດ ເຖິງ ປັດຈຸບັນ ນີ້ຍັງ ບໍ່ແຈ່ມແຈ້ງ. ເຈົ້າໜ້າທີ່ ລະດັບສູງ ຈາກກະຊວງ ການຕ່າງປະເທດ ໄດ້ອະທິບາຍ ວ່າ ກ່ອນທີ່ຄົນລາວ ຈາກ ຕ່າງປະເທດ ຈະມີສິດ ໃຊ້ພື້ນທີ່ດິນ ໃນລາວ ນັ້ນຕ້ອງໄດ້ ຜ່ານການ ພິຈາຣະນາ ຕາມຫລັກການ ຫລາຍຂໍ້. ເຖິງຢ່າງໃດ ກໍຕາມ ກົດໝາຍ ດັ່ງກ່າວ ຈະຖືກນຳ ມາເປີດເຜີຍ ແລະ ຜ່ານມະຕິ ໃນກອງປະຊຸມ ສະພາສມັຍ ສາມັນກ່ອນ ໃນເດືອນທັນວາ 2010 ນີ້. ເຈົ້າໜ້າທີ່ ຈາກ ກະຊວງການ ຕ່າງປະເທດ ຂອງລາວ ເວົ້າກ່ຽວກັບ ເຣື້ອງນີ້ວ່າ:
"ຄົນທີ່ໄດ້ຮັບ ອະນຸຍາດ ໃຫ້ມາຢູ່ ລາວ ຢ່າງຖາວອນແລ້ວ ເວລານັ້ນ ເຂົາຈຶ່ງກຳນົດ ໃຫ້ສາມາດ ຊື້ທີ່ດິນໄດ້ ສ່ວນຜູ້ທີ່ ຍັງບໍ່ໄດ້ຮັບ ອະນຸຍາດ ໃຫ້ດຳຣົງ ຊີວິດ ຢູ່ລາວ ຖາວອນ ກໍໝາຍວ່າ ຍັງບໍ່ໄດ້ ຕາມກົດໝາຍ ທີ່ດິນຂອງລາວ ເຂົາເວົ້າຢ່າງນັ້ນ ເພາະດິນຖືວ່າ ເປັນຂອງ ວົງຄະນາຍາດ ແຫ່ງຊາດລາວ".
ທ່ານເວົ້າຕໍ່ໄປວ່າ ປະເດັນສຳຄັນ ໃນກົດໝາຍ ດັ່ງກ່າວ ຂໍ້ນຶ່ງ ໄດ້ລະບຸໄວ້ ຢ່າງແຈ່ມແຈ້ງ ວ່າ ຄົນລາວ ຈາກຕ່າງປະເທດ ຈະຕ້ອງໄດ້ ປ່ຽນສັນຊາດ ຫລືຍ້າຍກັບມາ ຢູ່ລາວຢ່າງ ຖາວອນກ່ອນ ຈຶ່ງຈະໄດ້ ຮັບສິດທິ ຊື້ລິຄສິດ ພື້ນທີ່ດິນ ເພື່ອເຮັດເປັນ ບ່ອນພັກອາສັຍ ແລະ ທາງການລາວ ກໍຈະ ພິຈາຣະນາ ເປັນແຕ່ ກໍຣະນີໄປ.
ໃນເວລາ ດຽວກັນ ກົມວາງແຜນ ແລະ ພັທນາ ພື້ນທີ່ດິນ ແຫ່ງຊາດ ເປີດເຜີຍວ່າ ໃນອະນາຄົດ ທາງການລາວ ກໍຈະອອກ ກົດໝາຍ ວ່າດ້ວຍສິດທິ ການຊື້ ພື້ນທີ່ດິນ ແລະ ບ້ານເຮືອນ ໃຫ້ແຈ່ມແຈ້ງ ວ່າຈະມີການ ອະນຸມັດ ໃຫ້ຊື້ລິຄສິດ ພື້ນທີ່ດິນ ແລະ ໃຫ້ສຳປະທານ ທຸຣະກິດຕ່າງໆ ຢ່າງໃດແນ່ ແຕ່ປັດຈຸບັນນີ້ ຕ້ອງໄດ້ໃຊ້ ກົດໝາຍ ສະບັບເກົ່າ ໄປກ່ອນ.
ບັນຫາ ຄວາມບໍ່ເຂົ້າໃຈ ໃນເຣື້ອງກົດໝາຍ ດັ່ງກ່າວນີ້ ສ້າງຄວາມຊ່າລື ໃນສັງຄົມລາວ ຢູ່ຕ່າງປະເທດ ທີ່ວ່າ ຣັຖບານລາວ ອາດຈະບໍ່ມີ ຄວາມຈິງໃຈ ກ່ຽວກັບການ ອອກ ກົດໝາຍ ວ່າດ້ວຍສິດທິ ຂອງຄົນລາວ ຈາກຕ່າງປະເທດ ໃນການ ຊື້ເຮືອນ ຊື້ດິນ ໄດ້ຢ່າງແທ້ຈິງ ຫລືບໍ່. ຣັຖບານລາວ ຖືວ່າດິນ ທຸກຕອນ ໃນລາວນັ້ນ ເປັນຂອງປະເທດ ຊຶ່ງມີຄົນລາວ ເປັນເຈົ້າຂອງ ດັ່ງນັ້ນຄົນລາວ ທີ່ມາຈາກ ຕ່າງປະເທດ ຈະໄດ້ຮັບ ສິດທິພຽງແຕ່ ຊື້ລິຄສິດ ພື້ນທີ່ດິນ ເທົ່ານັ້ນ ແລະທາງການກໍ ຈະອະນຸມັດ ໃຫ້ເປັນ ກໍຣະນີ ໄປຕາມເຫັນ ສົມຄວນ.