ສປປລາວ ຢູ່ໃນບັນຊີ ລະເມີດສິດທິ
2009.05.12
ຄະນະ ກັມມາທິການ ເສຣີພາບ ທາງສາສນາ ສະຫະຣັດ USCIRF ອອກຣາຍງານ ປະຈໍາປີ ກ່ຽວກັບ ເສຣີພາບ ທາງສາສນາ ໃນປະເທດຕ່າງໆ ທົ່ວໂລກ ເມື່ອຕົ້ນ ເດືອນ ພຶສພາ ນີ້ໂດຍຣະບຸວ່າ ສປປລາວ ບໍ່ສາມາດ ຫລືບໍ່ພ້ອມ ທີ່ຈະແກ້ໃຂ ບັນຫາການລ່ວງ ລະເມີດ ເສຣີພາບ ທາງສາສນາ. ຂະນະດຽວກັນ ກໍໄດ້ຈັດ ສປປລາວ ເຂົ້າຢູ່ໃນຣາຍ ຊື່ກຸ່ມປະເທດ ທີ່ຕ້ອງຖືກ ຕິດຕາມເບີ່ງ ເລື້ອງການ ປະຕິບັດ ສິດທິ ທາງສາສນາ ຄືນອີກ.
ຕໍ່ຣາຍງານຂອງ USCIRF ຂອງ ສະຫະຣັດ ໂຄສົກ ກະຊວງການ ຕ່າງປະເທດລາວ ກ່າວໂດຍມີ ໃຈຄວາມສໍາຄັນ ຕອນນຶ່ງວ່າ:
ເລື້ອງຈັດມັນ ບໍ່ມີຊິງສັ່ງ ຜູ້ຕັ້ງມາຕຖານ ກໍລ້ວນແຕ່ຜູ້ ບໍ່ຄ່ອຍມີ ອຸດົມການ ຄືກັບລາວ ແລະກໍບໍ່ແມ່ນ ເພື່ອນຂອງລາວ ທັງໝົດ ເບື້ອງລາວກໍ ພະຍາຍາມ ເຮັດດີທີ່ສຸດ ບໍ່ໃຫ້ມີ ບັນຫາທີ່ວ່າ ທາງຊົນຊາດ ຊົນເຜົ່າສາສນາ ກໍດີ ລ້ວນແລ້ວແຕ່ ເປັນສາຍຄະນວນ ກໍ່ຄວາມບໍ່ສງົບ ຢູ່ພາຍໃນ ຊາດ ຣັຖບານລາວ ກໍເອົາໃຈໃສ່ ເປັນພິເສດ ມີຫລາຍຊົນເຜົ່າ ຫລາຍສາສນາ ເລື້ອງຄວາມ ສາມັກຄີ ໃນຊາດ ຣັຖບານ ເອົາໃຈໃສ່ ອັນດັບນຶ່ງ ມາຮອດ ຄູ່ມື້ນີ້.
USCIRF ໄດ້ເອົາ ສປປລາວ ອອກຈາກ Watch List ບັນຊີຣາຍຊື່ ກຸ່ມປະເທດ ທີ່ຕ້ອງຕິດຕາມ ສີ້ງຊອມເບີ່ງ ເລື້ອງການ ປະຕິບັດ ເສຣີພາບ ທາງສາສນາ ແລ້ວ ກ່ອນນີ້ ແຕ່ກໍຖືກເອົາ ເຂົ້າຄືນອີກ. ຍ້ອນວ່າຫລັງຈາກ ມີຄວາມຄືບ ໜ້າດີໃນການ ປະຕິບັດ ສິດທິທາງ ສາສນາ ໄລຍະນຶ່ງນັ້ນ. ພັດເຫັນວ່າມີ ການລະເມີດ ສິດທິ ດັ່ງກ່າວ ໃນຫລາຍເຂດ ແຂວງຂອງລາວ ໂດຍສະເພາະຕໍ່ ຊົນເຜົ່າທີ່ຖື ສາສນາ ຄຣິສຈຽນ ນິກາຍ Protestants; ມີການຈັບກຸມ ສະມາຊິກໂບດ; ບັງຄັບໃຫ້ ປະລະສາສນາ; ບັງຄັບໃຫ້ ຍົກຍ້າຍບ້ານ.
ກ່ຽວກັບການ ເອົາລາວ ຄືນເຂົ້າຢູ່ໃນ Watch List ຣາຍຊື່ກຸ່ມ ປະເທດທີ່ຕ້ອງ ຕິດຕາມເບິ່ງ ການປະຕິບັດ ສິດທິ ທາງສາສນານັ້ນ ທ່ານ ເຄນທອງ ນວນທະສີງ ກ່າວໂດຍຕັ້ງເປັນ ຄໍາຖາມວ່າ:
ຖ້າສົມທຽບໃສ່ ປີ 2004-2005 ທີ່ວ່າຄົນ ທາງນອກປັ້ນ ຂຶ້ນວ່າມີການ ຈັບພວກສາສນາ ຍັງມີຫລາຍ ກ່ວານີ້ຊໍ້າ ຍັງຖືກເອົາອອກ ບັນຊີນັ້ນ ແຕ່ມາດຽວນີ້ ຂ່າວບັນຫານີ້ ມີໜ້ອຍລົງ ແຕ່ກົງກັນຂ້າມ ພັດເອົາເຂົ້າ ອັນນີ້ ບໍ່ເຂົ້າໃຈ ເປັນຫຍັງ ໃນຄວາມເປັນຈິງ ແລ້ວຜູ້ແທນ ສະຖາບັນ ດັ່ງກ່າວ ມາຢ້ຽມ ກໍໃຫ້ໄປຢາມ ທຸກບ່ອນທີ່ ຢາກໄປ ບໍ່ໄດ້ຂັດ.
ໃນຣາຍງານນັ້ນ ສປປລາວ ຖືກຈັດເຂົ້າຢູ່ ໃນກຸ່ມ 11 ປະເທດ ທີ່ຍັງມີການ ລະເມີດສິດທິ ທາງສາສນາຢູ່. ແລະຖ້າເວົ້າ ລວມແລ້ວ ເສຣີພາບ ທາງສາສນາ ຢູ່ລາວ ໄດ້ຮັບການ ປັບປຸງດີຂຶ້ນ ຢູ່ໃນຕົວເມືອງ. ແຕ່ວ່າຢູ່ເຂດ ແຂວງຕ່າງໆຍັງມີ ການສໍ້ຣາສ ບັງຫລວງ ບໍ່ມີຄວາມ ໂປ່ງໃສ ອັນເຮັດໃຫ້ມີ ການລະເມີດ ເສຣີພາບ ທາງ ສາສນາ ເພີ້ມຂຶ້ນຕລອດ ປີ 2008, ໂດຍມີຣາຍງານວ່າ ອໍານາດການ ປົກຄອງທ້ອງຖີ່ນ ເພີ່ມການຕິດຕາມ ສີ້ງຊອມ ຈັບກັກຂັງ ລົບກວນຕ່າງໆ ໂດຍຫວັງຢາກ ຍຸຕິການຂຍາຍ ຕົວຂອງ ໂປຣແຕສຕັງ.
ໂຄສົກກະຊວງ ການຕ່າງ ປະເທດລາວ ກ່າວມ້ວນທ້າຍວ່າ ຢູ່ປະເທດລາວ ປະຊາຊົນ ຢູ່ສະບາຍ ບໍ່ມີເສີກເສືອ ຊຶ່ງກໍເປັນຄວາມ ພູມໃຈ ຂອງລາວ