ສິດທິມະນຸດໃນລາວ ບໍ່ເປັນໄປຕາມສັນຍາ
2010.10.06
ກົດຟັງສຽງ
ອົງການ ນິຣະໂທດກັມ ສາກົນ ສັລເສີນ ທີ່ ສປປລາວ ມີການພົວພັນ ກ່ຽວກັບ ການທົບທວນ ຂອງອົງການ ສະຫະປະຊາຊາດ ໂດຍສະເພາະ ໃນພາກສ່ວນ ທີ່ກ່ຽວກັບ ການປົກປ້ອງ ສິດທິມະນຸດ ໃນລາວ ແຕ່ເປັນຫນ້າເສັຽໃຈ ທີ່ຣັຖບານລາວ ປະຕິເສດ ຕໍ່ຄຳແນະນຳ ຂອງຫນ່ວຍງານ ດ່ັງກ່າວ ເພື່ອໃຫ້ປ່ອຍ ກຸ່ມປະທ້ວງ ດ້ວຍສັນຕິ ຊຶ່ງຍັງຖືກຂັງ ຢູ່ໃນລາວ.
ອົງການດັ່ງກ່າວ ເວົ້າວ່າ ຢ່າງນ້ອຍ ມີນັກສືກສາ 5 ຄົນ ຜູ້ທີ່ປະທ້ວງ ໃນວັນທີ 26 ຕຸລາ ປີ 1999 ທີ່ຖືກຈັບ ແລະ ຍັງຖືກກັກຂັງຢູ່ ກຸ່ມດັ່ງກ່າວ ພຍາຍາມ ໄດ້ປະທ້ວງ ແບບສັນຕິວິທີ ທີ່ນະຄອນຫລວງ ວຽງຈັນ ເພື່ອຮຽກຮ້ອງ ໃຫ້ມີການ ປະຕິຮູບ ເສຖກິດ-ການເມືອງ ແລະສັງຄົມໃນລາວ. ຈົນເຖິງ ປັດຈຸບັນ ຍັງເຫລືອອີກ 3 ຄົນ ທີ່ຍັງຖືກ ກັກຂັງຢູ່ ທັ້ງໆທີ່ ພວກຂະເຈົ້າໄດ້ ພົ້ນໂທດ ມາເປັນເວລາ 10 ປີ ແລ້ວ.
ນາຍ ທອງປະເສີດ ເກື້ອກຸນ ຜູ້ທີ່ເປັນພໍ່ເຮືອນ ທີ່ມີລູກ 7 ຄົນ ໃນການ ເບີ່ງແຍງລ້ຽງດູ ນາຍ ແສງອາລຸນ ແພງພັນ ແລະ ນາຍ ບົວວັນ ຈັນມະນີວົງ ຄວນຖືກປ່ອຍຕົວ ຢ່າງຊ້າ ໃນເດືອນ ຕຸລາ ປີ 2009 ເພາະຄົບກຳນົດ ການກັກຂັງ ພວກຂະເຈົ້າແລ້ວ.
ອົງການ ນິຣະໂທດກັມ ສາກົນ ຢາກຮຽກຮ້ອງ ໃຫ້ເຈົ້າຫນ້າທີ່ ລາວ ສະແດງອອກເຖິງ ຄຳຫມັ້ນສັນຍາ ທີ່ຕົນມີໄວ້ ໃນການປົກປ້ອງ ສິດທິມະນຸດ ໃນລາວ ດ້ວຍການປ່ອຍ ນັກໂທດ 3 ຄົນ ດັ່ງກ່າວ ຢ່າງຮີບດ່ວນ ແລະ ປາສຈາກເງື່ອນໄຂໃດໆ ທັງສີ້ນ.