ປະທານສານ ວ່າ ກົດໝາຍລາວ ຕ້ອງການພັທນາ
2009.06.23
ການປະຕິບັດ ກົດໝາຍ ຂອງພາກສ່ວນ ຜູ້ພິພາກສາ ແລະພາກສ່ວນ ສານຂອງລາວ ຈະຕ້ອງມີການ ປັບປຸງ ແລະແກ້ໃຂໃຫ້ ມີຄວາມ ໂປ່ງໃສ-ກວດສອບ ໄດ້ແລະ ຕ້ອງນໍາໃຊ້ ກົດໝາຍ ຢ່າງຖືກຕ້ອງ ຍຸຕິທັມ ຕາມຄໍາເວົ້າຂອງ ທ່ານ ຄໍາມີ ໄຊຍະວົງ ປະທານສານ ປະຊາຊົນ ສູງສຸດ ຕໍ່ກອງປະຊຸມ ສະພາສມັຍສາມັນ ຄັ້ງທີ7 ສະພາແຫ່ງຊາດ ຊຸດທີ6 ທີ່ນະຄອນຫລວງ ວຽງຈັນ:
"ຜູ້ພິພາກສາ ຈໍານວນນຶ່ງ ບໍ່ທັນໂປ່ງໃສ ຂາດຄວາມເປັນ ແບບຢ່າງ 2. ການຄົ້ນຄ້ວາ ພິພາກສາ ພິຈາຣະນາ ຕັດສີນ ແລະພິພາກສາ ຄະດີ ຈໍານວນນຶ່ງ ຍັງບໍ່ທັນ ເດັດຂາດເຂັ້ມງວດ ແລະ ບໍ່ທັນໄປຕາມ ຣະບຽບກົດໝາຍ."
ທ່ານກ່າວວ່າ ຂະບວນການ ສານຍຸຕິທັມ ຂອງລາວ ຈະຕ້ອງເລັ່ງ ແກ້ໃຂໃນຫລາຍ ພາກສ່ວນເຊັ່ນກົມ ຈັດຕັ້ງຣະບົບ ສານເປັນຕົ້ນ ຂັ້ນເມືອງມີຄວາມ ຫຍູ້ງຍາກ ຫລາຍເຮັດໃຫ້ການ ເຄຶ່ອນໃຫວບໍ່ມີ ຄຸນນະພາບ. ຜູ້ພິພາກສາ ບໍ່ທັນມີ ຄຸນນະພາບ ສານທະຫານ ບໍ່ທັນ ມີພຽງພໍ ແລະຄວນຈະເນັ້ນ ການສຶກສາ ອົບຮົມການເມືອງ ແນວຄິດ ເພິ່ມຈໍານວນ ຜູ້ພິພາກສາ ແລະປັບປຸງສານ ທ້ອງຖີ່ນໃຫ້ໄດ້ ມາຕຖານຫລາຍຂຶ້ນ. ການຈັດຕັ້ງ ປະຕິບັດ ກົດໝາຍ ບາງບັນຫາ ຍັງບໍ່ທັນເປັນ ເອກກະພາບ ເຊັ່ນການ ຕີຄວາມໝາຍ ທີ່ແຕກຕ່າງກັນ ຂອງສານຂັ້ນເມືອງ ຫລືຂັ້ນແຂວງ:
"ການຈັດຕັ້ງ ປະຕິບັດ ກົດໝາຍ ຍັງມີບາງ ບັນຫາ ບໍ່ທັນເປັນ ເອກກະພາບ ທັງໃນດ້ານການ ຮັບຮູ້ກໍຄືໃນ ພາກປະຕິບັດ ການພິພາກສາ ກົດໝາຍ ຢູ່ໃນສານ ປະຊາຊົນ ສູງສຸດ ບາງກໍຣະນີ ກໍຈໍາແນກບໍ່ໄດ້ ຣະຫວ່າງເນື້ອ ຄະດີ ແລະ ທາງດ້ານກົດໝາຍ."
ເຖິງຢ່າງໃດ ກໍຕາມຂໍ້ດີ ເລື່ອງການ ປະຕິບັດ ງານຂອງສານລາວ ໃນຂອບເຂດທົ່ວ ປະເທດ ເວົ້າລວມແລ້ວ ປະທານສານ ປະຊາຊົນ ສູງສຸດ ແມ່ນສັນລະເສີນ ຫລາຍ ເລື່ອງເຊັ່ນ ເລື່ອງການ ພິຈາຣະນາ ຕັດສີນຄດີສານ ແຕ່ລະຂັ້ນ ການພິພາກສາ ສານອຸທອນ ແລະສານລົບລ້າງ ໂດຍສະເພາະ ການພິຈາຣະນາ ຄະດີ ຢາເສບຕິດ ຖືວ່າ ຕັດສີນໄດ້ດີ ແລະເດັດຂາດ.