ເສຣີພາບ ໃນການເຊື່ອຖື

ລາຍງານ ປະຈໍາປີ 2009 ຂອງຄະນະ ກັມມາທິການ ເສຣີພາບ ທາງດ້ານ ສາສນາ
ຈຳປາທອງ
2009.05.04

ສະຫະຣັຖ ຫລືວ່າ USCIRF ກ່ຽວກັບ ເສຣີພາບ ໃນການນັບຖື ສາສນາ ໃນທົ່ວໂລກ ທີ່ເຜີຽແຜ່ອອກ ໃນວັນທີ 1 ພືສພາ ນີ້ຣະບຸ ສປປລາວ ວ່າ ຣັຖບານລາວ ບໍ່ສາມາດ ຫລືບໍ່ມີ ຄວາມຕັ້ງໃຈ ທີ່ຢາກແກ້ໄຂ ບັນຫາການ ລະເມີດ ສິດເສຣີພາບ ໂດຍປ່ອຍໃຫ້ ມີການລະເມີດ ສິດທິ ໃນການນັບຖື ສາສນາ ຂອງຊົນເຜົ່າ ກຸ່ມນ້ອຍທີ່ຖື ສາສນາ ຄຣິສຈຽນ ນິກາຍ ໂປຣແຕຣສຕັງ ຢູ່ໃນຫລາຍ ເຂດແຂວງຂອງລາວ ດັ່ງທ່ານ Leonard Leo ເຈົ້າໜ້າທີ່ ກັມມາທິການ USCIRF ໄດ້ກ່າວໃນ ຕອນນື່ງວ່າ:

ທ່ານວ່າ ຄະນະ ກັມມາທິການ ໄດ້ເອົາລາຍ ຊື່ຂອງ ສປປລາວ ອອກຈາກ ບັນຊີລາຍຊື່ ປະເທດທີ່ຕ້ອງ ຊິ້ງຊອມເບິ່ງ ເມື່ອປີ 2005 ແລ້ວໄດ້ເອົາ ລາຍຊື່ນັ້ນ ເຂົ້າຄືນໃນ ບັນຊີຍ້ອນວ່າ ຫລັງຈາກ ໃນລະຍະນື່ງ ທີ່ສປປລາວ ມີຜົນຄືບ ໜ້າດີ ພັດເຫັນວ່າ ມີການລະເມີດ ສິດທິດ້ານ ສາສນາ ຢູ່ໃນຫລາຍ ເຂດແຂວງ ໂດຍສະເພາະ ແນໄສ່ຊົນເຜົ່າ ກຸ່ມນ້ອຍ ທີ່ ຖືສາສນາ ໂປຣແຕຣສຕັງ, ມີການຈັບກຸມ ສະມາຊິກໂບສ, ມີການບັງຄັບ ໃຫ້ປະລະ ສາສນາ ບັງຄັບໃຫ້ໜີ ອອກຈາກບ້ານ,

ໃນລາຍງານນັ້ນ ສປປລາວ ຖືກຈັດເຂົ້າຢູ່ ໃນກຸ່ມ 11 ປະເທດ ທີ່ຍັງມີການ ລະເມີດສິດທິ ດ້ານສາສນາຢູ່.  ຖ້າເວົ້າລວມແລ້ວ ເສຣີພາບ ທາງສາສນາ ຢູ່ລາວມີການ ປັບປຸງດີຂື້ນ ຢູ່ໃນໂຕເມືອງ. ແຕ່ວ່າຢູ່ ໃນຂັ້ນແຂວງ ຍັງມີການ ສໍ້ຣາສບັງຫລວງ ບໍ່ມີຄວາມ ໂປ່ງໃສ ອັນເຮັດໃຫ້ມີ ການລະເມີດ ເສຣີພາບ ດ້ານສາສນາ ເພີ້ມຂື້ນ ໃນປີຜ່ານມາ.

ມີລາຍງານວ່າ ອໍານາດການ ປົກຄອງທ້ອງຖິ່ນ ເພີ້ມການຕິດຕາມ ຊິ່ງຊອມຈັບ, ກັກຂັງ ລົບກວນ ແລະ ຢືດຊັບສົມບັດ ໂດຍຫວັງ ຢາກຍຸຕິການ ຂຍາຍຕົວ ຂອງສາສນາ ຄຣິສຈຽນ ນິກາຍ ໂປຣແຕຣສຕັງ. ເມື່ອເວົ້າເຖິງ ລາຍງານລວມ ໃນທົ່ວໂລກແລ້ວ ມີ 13 ປະເທດ ທີ່ຍັງມີການ ລະເມີດ ສິດສຣີພາບ ທາງດ້ານ ສາສນາ ຢ່າງຮ້າຍແຮງ ຢູ່ຄືເກົ່າ ເມື່ອທຽບກັບ ປີ 2008 ຜ່ານມາ ໃນນັ້ນກໍມີ ປະເທດ ພະມ້າ ເກົາຫລີເໜືອ ອີຣ່ານ ອີຣັກ ນາຍເຈເຣັຽ ປາກິສຖານ ປະເທດຈີນ ຊາອູດີ ອາຣາເບັຽ ຊູດານ ເຕີກເມນິສຖານ ອູສະເບກກິສຖານ ແລະ ວຽດນາມ. ນອກຈາກນັ້ນ ກໍຍັງມີ ຫລາຍປະເທດ ຕື່ມອີກ ທີ່ລະເມີດ ສິດເສຣີພາບ ໃນການນັບຖື ສາສນາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.