ນັກໂທດ ແລະ ກົດໝາຍ
2009.03.31
ພາຍຫລັງທີ່ ກົມກົດໝາຍ ສະພາແຫ່ງຊາດ ຂອງລາວ ໄດ້ປະກາດວ່າ ສ.ປ.ປ.ລາວ ມີແຜນການ ຮ່າງກົດໝາຍ ວ່າດ້ວຍ ສິດທິມະນຸສ ຂອງນັກໂທດຢູ່ ໃນຄຸກໂດຍມີ ກະຊວງປ້ອງກັນ ຄວາມສງົບແລະ ກະຊວງຍຸຕິທັມ ຮ່ວມມືກັນຮ່າງ ກົດໝາຍດັ່ງກ່າວ, ປະຊາຊົນ ແຂວງບໍລິຄຳໄຊ ຜູ່ນຶ່ງໄດ້ສແດງ ຄວາມຄິດຄວາມເຫັນ ຂອງຕົນວ່າ:
ຄວນມີ ຖ້າວ່າມີ ກົດໝາຍອອກມາ ດີທີ່ສຸດ ເພາະວ່າ ມັນແມ່ນມະນຸສ ມັນບໍ່ແມ່ນສັດ ຄວນຈະເຮັດໃຫ້ ດີທີ່ສຸດ ກໍແມ່ນເຮົາຄວນ ເບິ່ງສິດທິມະນຸສ ມັນຢູ່ຢ່າງໃດ ເຮົາກໍ ຄວນດູແລ ໃຫ້ເຂົາດີໆ.
ລາວເວົ້າຕື່ມອີກ ວ່າມີຄົນຮູ້ ຈັກກັນທີ່ໄດ້ ເຄີຍຢູ່ໃນຫ້ອງຂັງ ເລົ່າສູ່ຟັງວ່າ ເມື່ອເຂົ້າໄປຢູ່ ໃນຫ້ອງຂັງແລ້ວ ຈະມີສິດເໝືອນ ກັນກັບ ປະຊາຊົນ ທົ່ວໄປບໍ່ໄດ້ ບຸກຄົນເລົ່າ ນັ້ນຈະຖືກ ກຳຈັດສິດທິ ຕ່າງໆແລະຖືກ ຕັດອິສລະພາບ ດ້ານໃດດ້ານນຶ່ງ ຊຶ່ງຫາກທາງ ຣັຖບານໄດ້ມີ ການອອກກົດໝາຍ ເພື່ອຮອງຮັບຄົນ ທີ່ຢູ່ໃນຄຸກ ແລ້ວນັ້ນຄິດ ວ່າຈະມີຜົນດີ ທາງດ້ານສິດທິ ມະນຸດ ຕໍ່ພວກນັກໂທດ ທີ່ຢູ່ໃນຄຸກນັ້ນ.
ໃນຂະນະ ດຽວກັນ ເຈົ້າໜ້າທີ່ ຫ້ອງການກວດກາ ແລະປາບປາມ ຢາເສບຕິດ ແຂວງ ສວັນນະເຂດ ກໍໄດ້ສແດງ ຄວາມຄິດຄວາມເຫັນ ຂອງຕົນເຖິງເລື່ອງ ການຮ່າງ ກົດໝາຍນັ້ນວ່າ:
ກໍດີ ເຫດຜົນ ກໍຄືວ່າ ຄັນວ່າເອົາ ມັນມີລະບຽບ ມັນມີກົດໝາຍ ມັນກໍເອີ້ນວ່າ ຮັດກຸມກວ່າເກົ່າ ເຮື່ອງສິດທິມະນຸດ ຂອງຄົນຢູ່ ໃນຄ້າຍ.
ສ່ວນອົງການຂອງ ໂຄງການພັທນາ ສະຫະປະຊາຊາດ UNDP ທີ່ນະຄອນ ຫລວງວຽງຈັນ ເວົ້າວ່າຫາກມີ ກົດໝາຍນັ້ນຂື້ນ ມາຄົນທີ່ຢູ່ ໃນຄຸກເລົ່ານັ້ນ ຍ່ອມມີສິດທີ່ ຈະຖືກຕັດ ສິນຄະດີ ໂດຍຂະບວນ ຍຸຕິທັມ, ການປະຕິບັດ ຕໍ່ພວກເຂົາເຈົ້າ ຕ້ອງເປັນໄປ ຕາມກົດໝາຍ ແລະອັນສຳຄັນ ທີ່ສຸດກໍແມ່ນ ພວກເຂົາເຈົ້າ ສົມຄວນຈະໄດ້ ຮັບການ ປະຕິບັດຕໍ່ ຄືບຸກຄົນ ທັມມະດາ ທົ່ວໄປ.