ລາວ-Australia ແລະ ສິດທິມະນຸດ

ສປປລາວ ແລະ Australia ເຈຣະຈາ ບັນຫາ ກ່ຽວແກ່ ການນັບຖື ສິດທິມະນຸດ ແຕ່ວັນທີ 6 ຫາທີ 9 ທີ່ນະຄອນຫລວງ ວຽງຈັນ ຕາມຣາຍງານຂ່າວ KPL.
ມະນີຈັນ
2009.04.13

ເປົ້າໝາຍຂອງການ ເຈຣະຈາ ແມ່ນເພື່ອແລກ ປ່ຽນຄວາມ ຄິດຄວາມເຫັນ ໃນຫົວຂໍ້ ຕ່າງໆທີ່ກ່ຽວຂ້ອງ ກັບສິດທິ ມະນຸດ ເຊັ່ນເລື່ອງ ການສົ່ງເສີມ ສນັບສນູນ ແລະ ປົກປ້ອງ ສິດທິແມ່ຍິງ, ການເຂົ້າເຖິງ ຄວາມຍຸຕິທັມ, ການປົກປ້ອງ ສິດທິ ຊົນກຸ່ມນ້ອຍ ແລະບົດບາດ ຂອງສັງຄົມ ຈາຣິຍະທັມ ໃນການປົກປ້ອງ ສິດທິມະນຸດ.

ພ້ອມດຽວກັນນັ້ນ ຄະນະຜູ້ແທນ ຍັງໄດ້ໄປຢ້ຽມ ຢາມໂຄງການເພື່ອ ສິດທິມະນຸດ ຕ່າງໆໃນເຂດ ນະຄອນຫລວງ ວຽງຈັນ ອັນມີທັງ ສູນແຫ່ງຊາດ ເພື່ອການຟື້ນຟູ, ສະມາຄົມ ທະນາຍຄວາມລາວ, ສູນຝຶກອົບຮົມ ສໍາລັບແມ່ຍິງ ທີ່ມີຄວາມ ພິການແລະ ການພິຈາຣະນາ ຄະດີ ຢູ່ທີ່ສານ ປະຊາຊົນ ນະຄອນຫລວງ ວຽງຈັນ ຮວມຢູ່ດ້ວຍ.

ຣັຖບານ ອອສເຕຣເລັຽ ໃຫ້ການ ສນັບສນູນ ແກ່ລາວເພື່ອ ສິດທິມະນຸດ ເປັນເວລາດົນ ນານແລ້ວແລະ ກໍຖືວ່າການ ເຈຣະຈາເລື່ອງ ສິດທິມະນຸດ ອອສເຕຣເລັຽ-ລາວ ເປັນບາດກ້າວ ທີ່ສໍາຄັນ ໃນການສືບຕໍ່ ສົ່ງເສີມ ແລະປົກປ້ອງ ສິດທິມະນຸດ ໃນລາວແລະ ໃນຂົງເຂດ ເອເຊັຽ-ປາຊີຟິກ.

ຄະນະຜູ້ແທນ ອອສເຕຣເລັຽ ນໍາໂດຍທ່ານ Michael Potts ເຈົ້າໜ້າທີ່ ຂັ້ນສູງຈາກ ຝ່າຍກິຈການ ຕ່າງປະເທດ ແລະການຄ້າ. ຝ່າຍລາວນໍາໂດຍ ທ່ານຄໍາເຄື່ອງ ບຸນເຕີມ ຫົວໜ້າກົມ ສົນທິສັນຍາ ແລະກິຈການ ດ້ານກົດໝາຍ.  

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.