ໄຟໄໝ້ ສູນອົພຍົບ ຫ້ວຍນ້ຳຂາວ ມ. ເຂົາຄໍ້ ຂ. ເພັຊບູນ ປະເທດໄທ

ສຖານະການ ໃນເຂດ ຄຸ້ມຄອງ ຂອງ ຊາວມົ້ງລາວ ໃນ ບ້ານ ຫ້ວຍນ້ຳຂາວ ໃນ ແຂວງ ເພັຊບູນ ຂອງໄທ ໄດ້ ຮ້າຍແຮງ ຂຶ້ນ ໃນມື້ ວັນສຸກ ນີ້ ເມື່ອມີ ຄົນ ໄປຈູດ ທີ່ ພັກອາໄສ ຂອງ ຊາວມົ້ງ ເກືອບ 8,000 ຄົນ ມອດໄໝ້ໄປ ຣະຫວ່າງ 30 – 40%, ເຮັດໃຫ້ ຊາວມົ້ງລາວ ປະມານ 3,000 ຄົນ ບໍ່ມີ ທີ່ພັກອາໄສ.
ວຽງໄຊ ຣາຍງານ
2008.05.23
ສະພາບສູນເມື່ອກ່ອນ ກກ
Photo: RFA

ໃນ ວັນສຸກ ທີ 23 ພືສພາ ນີ້, ກໍ່ມີ ຂ່າວວ່າ ໄດ້ ເກີດ ເຫດການ ຮ້າຍແຮງ ຂຶ້ນ ໂດຍມີ ມົ້ງ ຮາຍງານ ວ່າ ພວກຕົນ ຖືກ ເຈົ້າໜ້າທີ່ໄທ ລົງໂທດ ໂດຍ ການຈັບກຸມ ທຳຮ້າຍ ຮ່າງກາຍ ແລະ ຮ້າຍໄປ ກວ່ານັ້ນ,  ໄດ້ ຈູດເລົາ ເຜົາໄໝ້ ທີ່ອາໃສ ຂອງ ພວກຕົນ.

“ຜົມ ເປັນ ຜູ້ເຫັນ ກັບຕາ, ມີ ສັກຂິ ພຍານ ຮຽບຮ້ອຍ ວ່າ ທະຫານ ເປັນຄົນ ລົງມືຈູດເອງ. ໄມ້ມີ, ໄມ້ມີໃຜ ລົງມື, ພວກເຮົາ ເຫັນກັບຕາ ເລີຍນ໊ະຄັບ”

ເຈົ້າໜ້າທີ່ໄທ ທ່ານ ນຶ່ງ ທີ່ ບໍ່ປະສົງ ອອກຊື່ ໄດ້ ຢືນຢັນ ກັບ ເອເຊັຍເສຣີ ວ່າ  ມີໄຟໄໝ້ ທີ່ພັກ ຂອງ ຊາວມົ້ງ ທີ່ ສູນ ບ້ານ ຫ້ວຍນ້ຳຂາວ ແທ້  ແລະ ວ່າ ເປັນ ການຈົງໃຈຈູດ ເອງ ໂດຍ ມົ້ງ ກຸ່ມນຶ່ງ ພາຍໃນສູນ ທີ່ ຢາກ ສ້າງ ສຖານະການ ຂຶ້ນ ເພາະ ໄຟໄໝ້ ມາຈາກ ທາງດ້ານຫລັງ, ຊຶ່ງ ເປັນເຮືອນ ຂອງ ພວກປະທ້ວງ.

ເຈົ້າໜ້າທີ່, ທ່ານ ຍັງອ້າງ ອີກວ່າ ການກະທຳ ຂອງ ຊາວມົ້ງລາວ ເທື່ອນີ້ ຖືເປັນ ຄວາມຜິດ ຖານທຳລາຍ ຊັພສິນ ຂອງ ທາງການໄທ ຈຶ່ງຕ້ອງ ດຳເນິນການ ຕາມ ຂັ້ນຕອນ ທາງກົດໝາຍ.

ໃນ ບ່າຍ ວັນສຸກ ນີ້, ໜັງສືພິມ “ຜູ້ຈັດການ” ຣາຍງານວ່າ: ມີ ຊາຍມົງລາວ ຜູ້ນຶ່ງ ອາຍຸ 40 ປີ ເສັຍຊີ້ວິຕ; ແຕ່ ບໍ່ໄດ້ ບອກວ່າ ດ້ວຍເຫດໃດ.

ຊາວລາວ ເຜົ່າມົ້ງ ຫລາຍກວ່າ 30 ຄົນ ໃນ ສູນ ບ້ານຫ້ວຍນ້ຳຂ່າວ ໄດ້ເລີ້ມ ອົດອາຫານ ມາ ແຕ່ ວັນທີ່ 16 ພຶສພາ ເພື່ອ ປະທ້ວງ ການທີ່ ຫົວໜ້າ ຂອງ ພວກຕົນ ຖືກຈັບ ແລະ ການທີ່ ພວກຕົນ ຈະຖືກ ບັງຄັບ ສົ່ງ ກັບ ປະເທດລາວ ແລະ ວ່າ 4 ປີ ທີ່ຢູ່ ຫ້ວຍນ້ຳຂາວ ບໍ່ມີ ອົງການ ສາກົນ ໃດໆ, ໂດຍສເພາະ ອົງການສາຫະປະຊາຊາຕ ມາດູລຳຄຳແຍງເລີຍ ແລະ ວ່າ ພວກຕົນ ຂໍ ບໍ່ໃຫ້ສົ່ງກັບ ປະເທດລາວ ເພາະ ຢ້ານຈະເປັນ ອັນຕລາຍ ແກ່ພວກຕົນ. ແຕ່ ທາງການລາວ ແລະ ໄທ ຫາກຢືນຢັນ ສເມີ ມາ ວ່າ ພວກມົ້ງ ທີ່ ຖືກສົ່ງ ກັບລາວ ນັ້ນ, ກັບໄປ ດ້ວຍ ຄວາມສມັກໃຈ.

ຄຳສັບ ຊອກຫາຂໍ້ມູນ: ອົບພຍົບ Refugee ຊາວມົ້ງລາວ laohmong ສະຫະປະຊາຊາດ Unitednations

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.