ເມື່ອວັນພະຫັດ ວັນທີ່ 19 ກຸມພານີ້ ນາຍພົນ ບົວສ້ຽງ ຈຳປາພັນ ຫົວໜ້າ ອະນຸກັມມະການ ຊາຍແດນລາວ-ໄທ ພ້ອມຄະນະໄດ້ໄປ ຢ້ຽມຢາມສູນບ້ານ ຫ້ວຍນ້ຳຂາວ ເມືອງເຂົາຂໍ້ ແຂວງເພັດສະບູນ ຂອງໄທ ແລະໄດ້ໂອ້ລົມ ກັບຊາວເຜົ່າມົ້ງ ແລະໄດ້ ສາຍວີດີໂອ ສະແດງເຖິງບ່ອນ ຢູ່ອາໃສຂອງ ຊາວເຜົ່າມົ້ງທີ່ ກັບຄືນໄປອາໃສ ຢູ່ບ້ານພັທນາ ຜາຫລັກ ແຂວງວຽງຈັນ ຈຸດປະສົງໃນການ ໂອ້ລົມແລະການ ສາຍວີດີໂອ ກໍແມ່ນເພື່ອເກັ້ຍກ່ອມ ໃຫ້ຊາວເຜົ່າມົ້ງ ໃນສູນບ້ານ ຫ້ວຍນ້ຳຂາວສມັກໃຈ ກັບຄືນ ປະເທດລາວ ດັ່ງຊາວລາວເຜົ່າມົ້ງ ຜູ້ນຶ່ງໄດ້ເວົ້າວ່າ
ນາຍຢົ້ງເປັນຜູ້ກ່າວ ການປະຊຸມແລ້ວ ບົວສ້ຽງເປັນຜູ້ສັ່ງວ່າ ຢາກໃຫ້ພວກເຮົາ ທັງໝົດກັບຄືນ ປະເທດລາວ ເຂົາມີນະໂຍບາຍ ປັບປຸງບໍ່ໃຫ້ມີ ການຂ້າລ້າງເຜົ່າພັນ ແລ້ວ ສະພາະພວກ ມົ້ງປ່າ ເຂົາຢາກໃຫ້ໄປ ຢູ່ທີ່ບ້ານ ພັທນາຜາຫລັກ.
ຊາວເຜົ່າມົ້ງຜູ້ນີ້ ເວົ້າອີກວ່າເຖິງ ຢ່າງໃດກໍຕາມ ຊາວເຜົ່າມົ້ງສ່ວນຫລາຍ ທີ່ຍັງເຫລືອຢູ່ໃນ ສູນຫ້ວຍນ້ຳຂາວນີ້ ຊຶ່ງຍັງມີເຖິງ 5,000 ຄົນ ຍັງບໍ່ເຊື່ອໃນ ຄຳເວົ້າຂອງເຈົ້າ ໜ້າທີ່ທາງການລາວ ພວກເຂົາຍັງຄິດ ຢ້ານຢູ່ເພາະຈົນ ເຖິງປັດຈຸບັນ ທາງການລາວຍັງ ປົກປິດສິ່ງທີ່ເກີດຂື້ນ ກັບຊາວເຜົ່າມົ້ງ ຫລາຍໆຢ່າງຢູ່ລາວ ດັ່ງຊາວເຜົ່າມົ້ງ ຜູ້ນັ້ນໄດ້ເວົ້າ…
ພວກເຮົາເສັຍໃຈວ່າ ເປັນຫຍັງຣັຖບານລາວ ມາໂອ້ລົມແລ້ວ ຢາກໃຫ້ພວກເຮົາ ກັບຄືນໄປແຕ່ ເປັນຫຍັງປິດປາກ ພວກເຮົາ ບໍ່ໃຫ້ພວກເຮົາ ເວົ້າກ່ຽວກັບເຮື່ອງ ທີ່ມີຄວາມຈິງຢູ່ ໃນປະເທດລາວ ເພາະວ່າ ຣັຖບານລາວປົກປິດ ບໍ່ໃຫ້ນານາຊາດ ຣູ້ຈັກວ່າ ປະເທດລາວມີຄົນ ລີ້ຕົວຢູ່ໃນ ປ່າດົງພົງໄພ.
ທາງການໄທມີ ແຜນຈະຈັດສົ່ງ ຊາວລາວເຜົ່າມົ້ງ ກັບຄືນປະເທດລາວ ອີກຊຸດນຶ່ງໃນ ວັນທີ່ 23 ເດືອນກຸມພານີ້ ແຕ່ປະກົດວ່າ ຝ່າຍໄທຈຳເປັນ ຕ້ອງເລື່ອນເວລາ ອອກໄປ ເພາະບໍ່ມີ ຊາວມົ້ງຜູ້ໃດ ຈະສມັກໃຈ ກັບຄືນ ປະເທດລາວ ອີກແລ້ວ.