ຊາວມງຫວຍນຂາວບຍອມລົງຊ
2009.03.11
ເຈົ້າໜ້າທີ່ ທະຫານໄທ ທີ່ດູແລພື້ນທີ່ ຊາວມົ້ງລາວ ບ້ານຫ້ວຍນ້ຳຂາວ ຮຽກຮ້ອງ ໃຫ້ມົ້ງ ລາວ ໄປລົງຊື່ ເພື່ອນັບຈຳນວນ ທີ່ແທ້ຈີງ ທັງໝົດ ໃນທີ່ນັ້ນ. ແຕ່ຊາວມົ້ງ ບໍ່ຍອມໄປ ເພາະເຊື່ອວ່າ ເປັນແຜນການ ພະຍາຍາມ ທີ່ຈະໃຫ້ຊາວ ມົ້ງລາວ 5 ພັນກວ່າຄົນ ໃນສູນນັ້ນ ກັບຄືນ ປະເທດລາວ ໂດຍສມັກໃຈ ຕາມຄຳເວົ້າຂອງ ແຫລ່ງຂ່າວ ຊາວມົ້ງ ທີ່ເຊື່ອຖືໄດ້ ໃນວັນທີ 11 ມິນານີ້:
ເຂົາຈະ ຫາວິທີທາງ ທຸກຢ່າງ ເຂົາຈະ ບັງຄັບ ໃຫ້ໄປເຊັກ ຍອດຣາຍຊື່ ມັນໃຜໄປຫາ ເຂົາແລ້ວ ເຂົາຖືວ່າ ດີໃຈໄປ ເຂົາບັງຄັບ ຈັບຕົວໄປ ທີ່ ຕ.ມ ເລີຍ ຖ້າໃຜບໍ່ໄປ ເຂົາກໍໝາຍ ຄວາມວ່າ ດື້ດ້ານ ຕໍ່ນະໂຍບາຍ ຂອງເຂົາ ແລ້ວເຂົາ ກໍຈະຈັບ ຕົວໄປ ພວກເຮົາ ກໍບໍ່ຮູ້ ຈະຢູ່ໄດ້ ຢ່າງໃດເລີຍ.
ແລະວ່າ ຊາວມົ້ງລາວ ສ່ວນໃຫຍ່ ໃນສູນ ຫ້ວຍນ້ຳຂາວ ເຊື່ອວ່າ ການໄປ ລົງຊື່ຂອງຕົນນັນ ເຈົ້າໜ້າທີ່ໄທ ຈະໄຊ້ເປັນຂໍ້ອ້າງ ວ່າຊາວມົ້ງລາວ ໄດ້ໄປລົງຊື່ ດ້ວຍຄວາມ ສມັກໃຈ ຊື່ງໃນຕົວ ຈິງແລ້ວບໍ່ມີ ໃຜສມັກໃຈເລີຍ. ພ້ອມດຽວກັນນີ້ ຍົ້ງຊື້ ຊາວມົ້ງລາວ ອີກຄົນນື່ງ ໃນສູນຫ້ວຍ ນ້ຳຂາວ ກໍເລົ່າ ໃຫ້ນັກຂ່າວ ຟັງວ່າ ທາງການໄທມີ ຣາຍຊື່ ຂອງແກນນຳ ຊາວມົ້ງລາວ ທັງໝົດແລ້ວແລະ ກໍມີແຜນການ ຮຽກຕົວ ໄປຂັງແຍກ ເພື່ອຈະກົດດັນ ໃຫ້ຊາວມົ້ງລາວ ຍອມກັບຄືນ ປະເທດລາວ ໃນເວລາຕໍ່ມາ. ຍົ້ງຊື້ ເຊື່ອວ່າ ທາງການໄທ ມີແຜນການ ບັງຄັບສົ່ງກັບ ໂດຍຈະເອົາ ການອອກໄປ ລົງຊື່ຂອງ ຊາວມົ້ງ ມາເປັນຂໍ້ອ້າງ:
ເຂົາຍັງ ມີຊື່ຈັບ ອີກ 31 ຄົນ ຊື່ຜູ້ເປັນ ຫົວໜ້າ ຢູ່ໃນຫ້ວຍ ນ້ຳຂາວນີ້ແຕ່ເຂົາ ບໍ່ກ້າ ໃຫ້ໄປຈັບ ທຸກວັນທຸກຄືນ ເຂົາຈະຮຽກ ໃຫ້ອອກໄປ ນອກສູນ ອອກໄປເຊັກບັນຊີ ແຕ່ມີ ຣາຍຊື່ ຈັບແລ້ວ ຄົນເຮົາ ບໍ່ຍອມອອກໄປ ອອກໄປຕອນໃດ ກໍຖືກຈັບ ທັນທີ ບໍ່ຮູ້ວ່າອີຫຍັງ ຈະເກີດຂື້ນ ເປັນຫຍັງ ເຂົາຈື່ງ ຈະຈັບ ແບບນີ້.
ປັຈຸບັນນີ້ ທາງການໄທ ຍັງບໍ່ສາມາດ ຮວບຮວມ ຈຳນວນຊາວມົ້ງ ລາວ ທີ່ສມັກໃຈ ກັບຄືນລາວ ໄດ້ຫລາຍພໍ ທີ່ຈະສົ່ງກັບ ຕາມເງື່ອນໃຂ ໃນການສົ່ງກັບ ພາຍໄຕ້ຂອງ ການຮ່ວມມື ຄະນະອະນຸ ກັມມະການ ຮັກສາ ຄວາມສງົບ ຮຽບຮ້ອຍ ຕາມແນວຊາຍແດນ ລາວ-ໄທ.