ນາຍແພດ ບໍ່ມີພົມແດນ ຈະຖອນຕົວ
2009.05.19
ລາຍງານຈາກ ຫນັງສືພີມ The Nation ຂອງໄທ ສະບັບວັນທີ 18 ພືສພາ ນີ້ວ່າ ອົງການແພດ ບໍ່ມີພົມແດນ ຊື່ງເປັນກຸ່ມທີ່ ໄດ້ຮັບລາງວັນ ໂນແບວ ຫວ່າງສອງ ສາມປີທີ່ ຜ່ານມາ ໄດ້ມາໃຫ້ການ ຊ່ວຍເຫລືອຊາວມົ້ງ ທີ່ສູນບ້ານ ຫ້ວຍນ້ຳຂາວຂອງ ໄທ ຈະປະກາດການ ຖອນຕົວ ເພາະບໍ່ພໍໃຈ ໃນການ ປະຕິບັດ ຕໍ່ຊາວມົ້ງຂອງ ເຈົ້າຫນ້າທີ່ໄທ.
ກຸ່ມດັ່ງກ່າວຈະ ປະກາດ ການຖອນຕົວໃນ ກອງປະຊຸມ ນັກຂ່າວໃນມື້ ວັນພຸດ ເພື່ອຕ້ານ ນະໂຍບາຍຂອງ ຣັຖບານໄທ ທີ່ບັງຄັບໃຫ້ ຊາວມົ້ງຈາກ ບ້ານຫ້ວຍນ້ຳຂາວ ກັບຄືນ ສປປລາວ.
ລາຍງານ ຣະບຸວ່າ ໄທແລະລາວ ຖືວ່າ ກຸ່ມຊາວມົ້ງ ກວ່າ 5 ພັນຄົນ ທີ່ບ້ານ ຫ້ວຍນ້ຳຂາວນັ້ນ ແມ່ນຄົນເຂົ້າເມືອງ ທີ່ກ່ຽວພັນທາງ ດ້ານເສຖກິດ ໃນນັ້ນຄາດວ່າ 2 ພັນກວ່າຄົນ ໄດ້ຖືກສົ່ງກັບ ສປປລາວ ດ້ວຍຄວາມ ສມັກໃຈໄປແລ້ວ.
ອົງການແພດ ບໍ່ມີພົມແດນ ເປັນອົງການທີ່ ໃຫ້ການຊ່ວຍເຫລືອ ທາງດ້ານ ອາຫານການກີນ ຢາຮັກສາໂຣຄ ແລະ ບ່ອນຢູ່ອາສັຍ ໃນສູນດັ່ງກ່າວ ທີ່ຕົກເປັນເງີນ ໃນແຕ່ລະປີ ກວ່ານື່ງລ້ານ ຢູໂຣ ແລະ ກໍ່ມີບັນຫາ ກັບເຈົ້າຫນ້າທີ່ ໄທມາຕລອດ ໃນທີ່ສຸດ ອົງການດັ່ງກ່າວ ກໍ່ຈະຍຸຕິ ການຊ່ວຍເຫລືອ ຊາວມົ້ງ ໃນທີ່ນັ້ນ.