ອົງການ ນິຣະໂທດກຳ ສາກົນ ຮຽກຮ້ອງຕໍ່ ຣັຖບານໄທ

ອົງການນິຣະ ໂທດກຳສາກົນ ຮຽກຮ້ອງໃຫ້ ຣັຖບານໄທ ບໍ່ຄວນສົ່ງ ຊາວມົ້ງທີ່ ບ້ານຫ້ວຍ ນ້ຳຂາວກັບຄືນສປປລາວ
ສິດນີ
2009.01.23

ອົງການນິຣະ ໂທດກຳສາກົນ ຮຽກຮ້ອງໃຫ້ ຣັຖບານໄທ ບໍ່ຄວນສົ່ງ ຊາວມົ້ງທີ່ ບ້ານຫ້ວຍນ້ຳຂາວ ກັບຄືນສປປລາວ ເພາະມີການ ລ່ວງລະເມີດສິດທິ ຊາວມົ້ງໃນລາວ ອີງຕາມຄຳສຳພາດ ຂອງທ່ານ T Kumar ຜູ້ບໍຣີຫານ ອົງການດັ່ງກ່າວ ປະຈຳເຂດເອເຊັຽ.

ທ່ານ Kumar ເວົ້າວ່າຫ້ອງການ ນິຣະໂທດກຳ ສາກົນເປັນຫວ່ງ ໃນຊາຕາ ກຳຊາວມົ້ງ ທີ່ຣັຖບານ ໄທຈະສົ່ງກັບ ສປປລາວ ເປັນການຜ່າຜືນ ກົດເກນດ້ານ ມະນຸດສະທັມ ທີ່ຣັຖບານໄທ ຈະກະທຳເຊັ່ນນັ້ນ ທ່ານຢາກຮຽກຮ້ອງ ໃຫ້ຣັຖບານໄທ ຢຸດຕິແຜນການ ທີ່ຈະສົ່ງ ຊາວມົ້ງກັບລາວ ເພາະຖືວ່າ ເປັນບ່ອນທີ່ ມີການລ່ວງ ລະເມີດສິດທິ ຊາວມົ້ງ ດັ່ງທ່ານກ່າວ ໃນຕອນນື່ງວ່າ ອົງການນິ ຣະໂທດກຳ ສາກົນເປັນຫວ່ງ ໃນການຕັດສີນ ໃຈຂອງຣັຖບານໄທ ທີ່ຈະສົ່ງຊາວ ມົ້ງກັບລາວ ເປັນການຜ່າຜືນ ກົດເກນດ້ານ ສິດທິມະນຸດ ຂອງນານາຊາດ ຢາກຮຽກຮ້ອງ ໃຫ້ຣັຖບານໄທ ບໍ່ຄວນບີບ ບັງຄັບໃຫ້ ຊາວມົ້ງກັບ ລາວເພາະຖື ວ່າເປັນບອ່ນ ທີ່ມີການ ລ່ວງລະເມີດ ສິດທິຊາວມົ້ງ ຢ່າງຮຸ່ນແຮງ.

ວ່າງວັນທີ 16 ທີ່ຜ່ານມາ ໃນຂນະທີ່ ຣັຖມົນຕຣີ ຕ່າງປະເທດໄທ ໄປຢ້ຽມຢາມ ສປປລາວ ທາງການໄທ ໃຫ້ການວ່າ ໄທຈະສົ່ງ ຊາວມົ້ງທີ່ ບ້ານຫວ້ຍ ນ້ຳຂາວປະ ມານ5ພັນ ຄົນກັບຄືນ ສປປລາວ ໃຫ້ຫົມດໃນ ທ້າຍປີນີ້ ແຕ່ການກະ ທຳດັ່ງກ່າວ ຂອງຣັຖບານໄທ ອົງການນິຣະໂທດກຳ ສາກົນເຫັນວ່າ ເປັນການຜ່າ ຜືນສິດທິມິນຸດ ໃນຂນະ ທີ່ຊີວີດ ຂອງພວກຂະເຈົ້າ ຢູ່ໃນຂັ້ນອັນຕຣາຍ ກ່ຽວກັບຄຳຖາມ ທີ່ວ່າມີ ການລ່ວງລະມີດ ສິດທິມະນຸດ ຊາວມົ້ງໃນລາວຫລືບໍ ທ່ານຕອບວ່າ ອົງການນິຣະ ໂທດກຳສາກົນ ໄດ້ບັນທືກຂໍ້ມູນ ຫລາຍຄັ້ງທີ່ມີ ການລ່ວງລະເມີດ ສິດທິມະນຸດ ຊາວມົ້ງຢ່າງ ຮ້າຍແຮງເຊັ່ນ ການທາຣຸນ ການຂົ່ມຂືນ ຫລືການສັງຫານ ຊາວມົ້ງບາງ ຄັ້ງກໍ່ໃຊ້ອາຫານ ເປັນອາວຸດ ຕໍ່ຊາວມົ້ງ.

ເຖີງຢ່າງໃດ ກໍ່ຕາມ ທ່ານ ກຸມມານ ເວົ້າວ່າທາງ ອົງການນິ ຣະໂທດກຳ ສາກົນຢາກ ຮຽກຮ້ອງໃຫ້ ຣັຖບານໄທ ຕືກຕອງໃຫ້ ຖີ່ຖ້ວນກ່ອນ ແລະກໍ່ບໍ່ ຄວນສົ່ງຊາວມົ້ງ ກັບລາວຖ້າ ບໍມີການ ຄ້ຳປະກັນໃ ນຄວາມປອດພັຍ ຂອງພວກຂະເຈົ້າ ດ້ວຍການເບີ່ງແຍງ ຂອງອົງການຕ່າງຊາດ. ທ່ານວ່າ ຣັຖບານລາວ ມີປະວັດ ໃນການລ່ວງລະ ເມີດສິດທິຊາວມົ້ງ ໃນອະດີດແລະ ກໍ່ເປັນການຍາກ ທີ່ຈະຮູ້ໄດ້ວ່າ ຄົນກຸ່ມດັ່ງກ່າວ ຈະປອດພັຍ ຖ້າສົ່ງກັບ ສປປລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.