ມົ້ງໃນ ຫ້ອງຂັງ ອາຈໄດ້ ໄປລີ້ພັຍ

ຊາວມົ້ງລາວກວ່າ 150 ຄົນທີ່ຖືກກັກ ຢູ່ແຂວງໜອງຄາຍ ອາຈໄດ້ຮັບກາຣ ພິຈາຣະນາໃຫ້ ໄປລີ້ພັຍ ໃນປະເທສທີ່ 3 ກໍເປັນໄດ້

ທາງກະຊວງກາຣ ຕ່າງປະເທສໄທຽ ໄດ້ແຈ້ງກ່ຽວກັບ ຄວາມຄືບໜ້າ ຂອງຊາວມົ້ງລາວ 158 ຄົນ ທີ່ຖືກກັກຂັງ ຢູ່ດ່ານຕຳຣວຈ ກວດຄົນເຂົ້າເມືອງ ທີ່ແຂວງໜອງຄາຍ ແລະວ່າອາຈໄດ້ ຮັບກາຣ ພິຈາຣະນາ ອະນຸຍາຕໃຫ້ ໄປຕັ້ງຖີ່ນຖານ ໃໝ່ໃນ ປະເທສທີ່ 3 ແຕ່ກໍຕ້ອງໄດ້ ກັບຄືນເມືອງລາວ ເສັຽກ່ອນ ເພື່ອປະກອບ ເອກສາຣກາຣ ເດີນທາງ ຊື່ງກໍເປັນກາຣ ເປີດເຜີຽຂອງ ທ່ານ ກະສິຕ ພິຣົມ ຣັຖມົນຕຣີ ກາຣຕ່າງປະເທສ ຂອງໄທຽ ໄດ້ແຈ້ງຕໍ່ທາງ ສື່ມວລຊົນ ພາຍຫລັງທີ່ທ່ານ ໄດ້ກັບຈາກກາຣ ປະຊຸມຄະນະ ກັມມາທິກາຣ ຮ່ວມວ່າດ້ວຍຄວາມ ຮ່ວມມືລາວ-ໄທຽ ຄັ້ງທີ່ 15 ຢູ່ເມືອງ ຫລວງພຣະບາງ ກ່ຽວກັບວິທີ ກາຣແກ້ບັນຫາ ຂອງຊາວ ມົ້ງລາວວ່າ:

“ສ່ວນຊາວມົ້ງລາວ ທີ່ຢູ່ໜອງຄາຍ ນັ້ນເປັນປະເພດ ໜື່ງທີ່ອາຈຈະ ມີກາຣ ພິຈາຣະນາ ດ້ານໃຫ້ລີ້ພັຍ ກາຣເມືອງຕາມ ຄຳໝັ້ນສັນຍາ ທີ່ຈະຕ້ອງສົ່ງ ກັບຄືນເມືອງລາວ ກ່ອນເພື່ອໃຫ້ ເຂົາເຈົ້າປະກອບ ພາສປອຣ໌ຕ ແລ້ວກໍເດີນທາງ ໄປຕັ້ງຖີ່ນຖານ ໃໝ່ຢູ່ປະເທສ ທີ່ 3”

ທ່ານ ກະສິຕ ໄດ້ເນັ້ນວ່າ ຊາວມົ້ງລາວ ທັງໝົດທີ່ ຖືກກັກຢູ່ ໜອງຄາຍ ໃນປັຈຈຸບັນ ນີ້ນັ້ນຈະໄດ້ ຮັບກາຣ ພິຈາຣະນາ ຄືນໃໝ່ ໃນຖານະເປັນ ຜູ້ລີ້ພັຍ ກາຣເມືອງຊື່ງ ທາງກະຊວງກາຣ ຕ່າງປະເທສໄທຽ ຈະເຂົ້າຮ່ວມ ປຶກສາຫາຣື ກັບບັນດາ ປະເທສຕາເວັນຕົກ ທີ່ສົນໃຈຈະ ຮັບເອົາເຂົາເຈົ້າ ແຕ່ທັງໝົດກໍ ຈະຕ້ອງໄດ້ກັບ ຄືນປະເທສ ລາວເສັຽກ່ອນ ດັ່ງທີ່ທ່ານໄດ້ ກ່າວເພີ່ມອີກວ່າ:

ທາງກະຊວງກາຣ ຕ່າງປະເທສ ຈະໄດ້ພົບກັບ ທາງເຈົ້າໜ້າທີ່ ຈາກສະຖານທູຕ 4 ປະເທສ ຕາເວັນຕົກ ທີ່ວ່າຈະຮັບ ເອົາເຂົາເຈົ້າ ໄປນັ້ນເພື່ອເປັນ ກາຣຢືນຢັນວ່າ ເວລາຕົກລົງ ຈະຮັບເອົາໄດ້ ຈັກຄົນແລ້ວນັ້ນ ທາງຝ່າຍໄທຽ ກໍຈະໄດ້ແຈ້ງ ໃຫ້ທາງກາຣລາວ ຮັບຊາບນຳແລ້ວ ກໍເຣີ່ມຈັດ ສົ່ງໄປເມືອງລາວ"

ພ້ອມດຽວກັນນີ້ ທາງຫ້ອງກາຣ UNHCR ກໍໃຫ້ຂໍ້ມູລ ວ່າສະເພາະ ບຸຄຄົນທີ່ໜ້າ ເປັນຫ່ວງຫລື POC ທີ່ຊາວມົ້ງລາວ ຢູ່ທີ່ໜອງຄາຍ ມີເອກສາຣ ແລ້ວນັ້ນ ເຖີງແມ່ນ ທາງກາຣໄທຽ ບໍ່ໄດ້ລົງນາມ ໃນຂໍ້ສັນຍາ ວ່າດ້ວຍຜູ້ລີ້ພັຍ ໃນປີ 1951 ນັ້ນກໍຕາມ ແຕ່ໄທຽກໍຈະ ຕ້ອງໄດ້ປະຕິບັຕ ໃນຖານະເປັນ ຜູ້ອົພຍົພ ເຊັ່ນກັນພາຍໃຕ້ ຫລັກ ມະນຸສທັມ ເຖີງແມ່ນເຂົາເຈົ້າ ໄດ້ເຂົ້າເມືອງໄທຽ ແບບຜິດ ກົດໝາຍກໍຕາມ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org