ເຖີງແມ່ນວ່າ ສປປລາວ ຈະມີກົດຫມາຍ ວ່າດ້ວຍປະກັນພັຍ ຍວດຍານພາຫານະ ມາຕຣາ 59 ຖືກປະກາດໃຊ້ ມາແລ້ວກໍ່ຕາມ ຊື່ງໃນກົດຫມາຍ ດັ່ງກ່າວ ຣະບຸວ່າບຸກ ຄົນໃດທີ່ໃຊ້ ຍວດຍານພາຫານະ ແລ່ນຕາມຖນົນຫລວງ ຕ້ອງຄຸ້ມກັນດ້ວຍ ການປະກັນພັຍ ແລະດຳຣັດນາຍົກ ຣັຖມົນຕຣີ ເລກທີ 118/ນຍ ລົງວັນທີ 3 ເດືອນ ກໍຣະກະດາ ປີ 2007 ວ່າດ້ວຍການ ປັບໃຫມຕໍ່ຜູ້ ລ່ວງລະເມີດໃນ ກົດຫມາຍນັ້ນ ແຕ່ເທົ່າເຖີງ ປັດຈຸບັນ ການບັງຄັບໃຊ້ ໃນກົດຫມາຍ ດັ່ງກ່າວ ກໍ່ຍັງບໍ່ມີ ການເຂັ້ມ ງວດແຕ່ຢ່າງໃດ.
ໃນປັດຈຸບັນ ຍວດຍານພາຫານະ ໃນລາວທີ່ມີ ການປະກັນພັຍ ມີພຽງແຕ່ 10 ສ່ວນຮ້ອຍເທົ່ານັ້ນ ໃນທ່ົວປະເທດ ການປະກັນພັຍ ສ່ວນໃຫຍ່ແມ່ນຣົຖ ທີ່ຢູ່ໃນເມືອງ ໃຫຍ່ດ່ັງທີ່ ນະຄອນຫລວງຈັນ ແລະແຂວງອື່ນໆ ຈຳນວນຣົຖຍົນ ທີ່ແລ່ນໃນເຂດ ນະຄອນຫລວງວຽງັຈນ ໃນປັດຈຸບັນ ມີຢູ່ປະມານ 2ແສນຄັນ 30% ຂອງຄົນຂັບຣົຖ ໃຫຍ່ແລະ 60% ຂອງຄົນຂັບຣົຖ ຈັກບໍ່ມີໃບ ຂັບຂີ່. ສາເຫດສຳຄັນ ກໍ່ແມ່ນວ່າ ຣັຖບານລາວ ຂາດຄວາມເອົາໃຈ ໃສ່ໃນກົດຫມາຍ ດ້ານນີ້ແລະເຈົ້າ ຫນ້າທີ່ກໍ່ລະ ເຫລີງ ໃນການກວດກາ ຍວດຍານພາຫານະ ຕາມທອ້ງຖນົນ ຈື່ງເຮັດໃຫ້ມີ ຜູ້ຜ່າຜືນ ກົດຫມາຍຫລາຍຂື້ນ ໃນແຕ່ລະມື້.