ເດັກນ້ອຍ ຊົນນະບົດ ຄວນຮຽນຈົບ ຊັ້ນປະຖົມ

ທາງການລາວ ມີ ແຜນການ ທີ່ ຈະ ສນັບສນູນ ໃຫ້ເດັກນ້ອຍ ໃນ ເຂດ ຊົນນະບົດ ຈົບ ການສືກສາ ຂັ້ນ ປະຖົມ ດ້ວຍ ການຊ່ອຍເຫລືອ ຄວາມຈຳເປັນ ຂັ້ນ ພື້ນຖານ.
ຊິດນີ ຣາຍງານ
2008.05.27

ເຈົ້າຫນ້າທີ່ ຈາກ ໂຄງການ ການສືກສາ ສາກົນ ຫລື world Education Consortium ປະຈຳລາວ ເວົ້າວ່າ ເພື່ອ ໃຫ້ ເດັກນ້ອຍ ລາວ ໃນ ເຂດ ຊົນນະບົດໄດ້ຮັບ ການສືກສາ ເໝື້ອນກັນ ກັບ ເດັກນ້ອຍ ຕາມ ຫົວເມືອງ ໃຫຍ່ໆ ໃນ ລາວ. ຣັຖບານລາວ ຈະ ສນັບສນູນ ໃນ ການຊ່ອຍເຫລືອ ສິ່ງຈຳເປັນ ໃນ ການສືກສາ ຂັ້ນຕົ້ນ ເພາະ ເດັກນ້ອຍ ໃນເຂດ ຊົນນະບົດ ສ່ວນໃຫຍ່ ຈະ ຂາດເຂີນ ໝົດ ທຸກ ຢ່າງ ໃນ ການສືກສາ, ດັ່ງ ທ່ານ ກ່າວ ໃນ ຕອນນຶ່ງ ວ່າ:

”ຣັຖບານລາວ ກໍ່ມີ ການສັນບສນູນ ແລະ ພັກດັນ ໃຫ້ຂ ະເຈົ້າເ ຂົາສູ່ ການສືກສາ ເຂົາໂຮງຮຽນ ໂຮງຮຽນ ຂັນປະຖົມ ຈະເຂົ້າຟຣີ ແລະ ຣັຖບານ ກໍ່ ຕ້ອງຊອກຫາ ຄຣູໃຫ້ ຄຣູ ກໍ່ ຈະໄປສອນ ໃຫ ້ພວກຂະເຈົ້າ.”

ທ່ານ ກ່າວເພີ້ມ ອີກ ແຜນການ ດັ່ງກ່າວ ແມ່ນ ແຜນການ ລົບລ້າງ ການກືກຫນັງສືແລະ ການ ຍົກຣະດັບ ການສືກສາ ໃນ ເຂດ ຊົນນະບົດ ໃນ ສປປລາວ ໂດຍ ສເພາະ ໃນ ກຸ່ມ ເດັກ ທີ່ ຂາດ ໂອກາດ. ເມື່ອໃຫຍ່ມາ ກໍ່ຈະ ເປັນພັຍ ຕໍ່ສົງຄົມ ຫລືວ່າ ຣັຖບານ ຂາດ ຊັພຍາກອນ ມະນຸດ. ຖ້າ ຍັງ ບໍ່ມີ ການປັບປຸງ ການສືກສາ ຂັນ ພື້ນຖານ ເພາະ ໃນ ແຕ່ລະປີ ຈະມີ ນັກສືກສາ ຈຳນວນ ນ້ອຍ ຈາກ ເຂດຊົນນະບົດ ທີ່ ຈະ ສາມາດ ເສັງຜ່ານ ຂັ້ນ ປະຖົມ ມາ ສືກສາຕໍ່ ໃນ ຂັ້ນ ມັທຍົມ ຕາມ ຫົວເມືອງ ຕ່າງໆ ໄດ້. ເຫດຜົລ ກໍ່ແມ່ນ ຂາດ ພື້ນຖານ ການສືກສາ ຂັ້ນຕົ້ນ. ທ່ານ ກ່າວ ກ່ຽວກັບ ການໃຫ້ທືນ ແກ່ ນັກສືກສາ ໃນ ຂັ້ນມັທຍົມວ່າ:

”ບໍ່ມີເງີນ ຕາມເງື່ອນໄຂ ຂອງ ຣັຖບານ ເພີ່ນ ກໍ່ມີ ບ່ອນສົ່ງເສີມໃ ຫ້ຮຽນ ຜູ້ທີ່ຮຽນດີ ເສັງໄດ້ ເສັງເຂົ້າ ມັທຍົມໄດ້  ກໍມີ ຫ້ອງພັກ ຣັຖບານ ກໍ່ສນັບສນູນ.”

ເຖິງຢ່າງໃດ ກໍ່ຕາມ, ບັນຫາ ການສືກສາ ໃນ ລາວ ເທົ່າເຖິງ ປັດຈຸບັນ, ກໍ່ຍັງ ບໍ່ຖືກແກ້ໄຂ ໃຫ້ ເປັນຣະບົບ ທີ່ ແນ່ນອນ ໄດ້ ເພາະ ຣັຖບານ ຂາດງົປະມານ ແລະຂາດ ຄຣູ ອາຈານ ເພື່ອ ໄປໃຫ້ ການສິດສອນ ໃນເຂດ ຊົນນະບົດ. ຄຣູ ອາຈານ ສ່ວນ ໃຫຍ່ ມັກ ຈະສອນ ຢູ່ ໃນ ເມືອງ ຫລາຍກວ່າ ເພາະ ໃນ ເຂດ ຊົນນະບົດ ນັ້ນ, ສພາບ ການຢູ່ກິນ ກໍ ຂ້ອນຂ້າງ ລຳບາກ ສຳລັບ ພວກຂະເຈົ້າ, ບາງເດືອນ ກໍບໍ່ໄດ້ ຮັບ ເງິນເດືອນ.

ຄຳສັບ ຊອກຫາຂໍ້ມູນ: ການສຶກສາ, education

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.