ສປປລາວ ຮ່ວມປະຊຸມ ຕ້ານ ຣະເບີດ ລູກຫວ່ານ

ເຖິງຍຸກນີ້ ຣະເບີດລູກຫວ່ານ ຍັງຂ້າ ປະຊາຊົນລາວ ຢູ່.
ມະນີຈັນ ຣາຍງານ
2008.05.15

ຄະນະ ຜູ້ແທນ ສປປລາວ ຈະເຂົ້າຮ່ວມ ກອງປະຊຸມ ທີ່ Ireland ກັບ ຄະນະ ຜູ້ແທນ ນັບ 100 ປະເທດ ທົ່ວໂລກ ເພື່ອ ຮຽກຮ້ອງ ໃຫ້ອອກ ກົດໝາຍ ຫ້າມໄຊ້ ຣະເບີດ ລູກຫວ່ານ.

ຄະນະ ຜູ້ແທນ ສປປລາວ ຈະໄປ ເຂົ້າຮ່ວມ ກອງປະຊຸມ ຕໍ່ຕ້ານ ການໄຊ້ ຣະເບີດ ລູກຫວ່ານ ທີ່ ປະເທດ Ireland ຣະຫວ່າງ ວັນທີ 19-30 ພຶດສະພາ ນີ້. ຕາມຄໍາເວົ້າ ຂອງ ທ່ານ ບຸນປອນ ໄຊຍະເສນ, ຜູ້ອໍານວຍການ ໂຄງການເກັບກູ້ ຣະເບີດ ບໍ່ທັນແຕກ ຂອງລາວ, ທ່ານ ບຸນປອນ ກ່າວວ່າ:

”ມີ ຄະນະ ຜູ້ແທນ ລາວ ນໍາພາ ຄະນະ ໂດຍ ຣັດຖະມົນຕຮີຊ່ວຍ ກະຊວງ ການຕ່າງປະເທດ ຊຶ່ງ ນັບແຕ່ມີ ກອງປະຊຸມ ກ່ຽວກັບ cluster munitions ນີ້ມາ, ຖືວ່າ ຄະນະ ຜູ້ແທນລາວ ໄດ້ເຂົ້າຮ່ວມ ຕະລອດ ແລະ ປາກົດວ່າ ທາງ ຣັດຖະບານ ກໍມີ ຄວາມສົນໃຈ, ອາດຈະ ເຂົ້າຮ່ວມ ໃນສົນທິ ສັນຍາ Osloເລື່ອງ ການໄຊ້ ຣະເບີດ ດາວກະຈາຍ.”

ສົນທິ ສັນຍາ Oslo ເປັນ ສົນທິ ສັນຍາຕ້ານ ການໃຊ້ ຣະເບີດ ລູກຫວ່ານ cluster munitions ທີ່ເຮັດໃຫ້ ມີຜູ້ເສັຽຊີວິດ ຍ້ອນ ຈໍານວນ ຫລວງຫລາຍ ໃນທົ່ວໂລກ.  ແລະ ລາວເອງ, ກໍໄດ້ຮັບ ຜົນສະທ້ອນ ຈາກ ຣະເບີດ ລູກຫວ່ານ ທີ່ມີ ຫລາຍກວ່າ 2 ລ້ານ ຕັນ, ໂດຍສ່ວນໃຫຍ່ ໄດ້ຕົກຄ້າງ ຢູ່ຕາມປ່າ ແລະ ທົ່ງໄຮ່ ທົ່ງນາ ເປັນ ອັນຕຣາຍ ແກ່ປະຊາຊົນ ແລະ ສົ່ງ ຜົນກະທົບ ທາງເສດຖະກິດ ດ້ວຍ, ເພາະພື້ນທີ່ ທີ່ມີຣະເບີດ ຕົກຄ້າງນັ້ນ ບໍ່ສາມາດ ໃຊ້ ປະໂຫຍດ ໃດໆ ໄດ້.

ທ່ານ ບູນປອນ ກ່າວຕໍ່ໄປວ່າ, ການເຂົ້າຮ່ວມ ສົນທິ ສັນຍາ ດັ່ງກ່າວ ສະແດງອອກ ເຖີງຈຸດຢືນ ຂອງທາງການລາວ ໃນການຕໍ່ຕ້ານ ການໃຊ້ ຣະເບີດ ດັ່ງກ່າວ ຊຶ່ງຈະເລັ່ງ ໃຫ້ປະເທດ ທີ່ກ່ຽວຂ້ອງ ເຫັນເຖິງ ຄວາມຕັ້ງໃຈ ທີ່ແທ້ຈິງ ຂອງລາວ ແລະ ໃຫ້ ການຊ່ວຍເຫລືອ ເກັບກູ້ ຣະເບີດ ຫລາຍຂຶ້ນ ໃນລາວ:

ສົນທິ ສັນຍາ ກ່ຽວກັບ ຣະເບີດ ດາວກະຈາຍ ຖ້າຫາກວ່າ ພວກເຮົາ ບໍ່ເຂົ້າຮ່ວມ, ພວກເຮົາ ກໍບໍ່ ມີທາງ ທີ່ຈະໄປ ຂັດຂ້ອງໄດ້, ເພາະ ຜູ້ໃຫ້ທຶນ ຈໍານວນນຶ່ງ ເຫັນວ່າ ເຮົາເປັນຫຍັງ ບໍ່ເຂົ້າຮ່ວມ ຢູ່ໃນໂຕນີ້ ເພື່ອວ່າ ວິທີ ທາງນຶ່ງ ທີ່ເຮົາຈະໄດ້ ຍາດແຍ່ງ ເອົາ ການຊ່ວຍເຫລືອ ຈາກປະເທດ ຕ່າງໆ ທີ່ສະນັບສະໜູນ ສົນທິ ສັນຍາ ດັ່ງກ່າວ ນີ້.

ໃນໄລຍະ ທີ່ຜ່ານມາ ປະເທດ ຜູ້ບໍຣິຈາກ ຖືວ່າ ບໍ່ໄດ້ ໃຫ້ການຊ່ວຍເຫລືອ ທາງການເງິນ ຢ່າງພຽງພໍ ໃນການເກັບກູ້ ຣະເບີດ ທີ່ຍັງ ບໍ່ທັນແຕກ. ຫາກພິຈາຣະນາ ຊ່ວຍ ແບບປີຕໍ່ປີ  ຊຶ່ງ ອາດເປັນ ຍ້ອນວ່າ ປະເທດລາວ ບໍ່ເຂົ້າ ເປັນພາຄີ ສົນທິ ສັນຍາ Ottawa ວ່າດ້ວຍ ການຕ້ານ ຣະເບີດ ສັງຫານ Land Mine  ອັນເຮັດໃຫ້ ນາໆຊາດ ຕ້ອງການ ຜັກດັນ ໃຫ້ລາວ ເຂົ້າເປັນພາຄີ ດ້ວຍການຈໍາກັດ ການຊ່ວຍເຫລືອ ແກ່ອົງການ UXO ຂອງລາວ ກໍອາດເປັນໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.