ລ່ວງກະເປົາ ເຖິງ ກາງເມືອງບາງກອກ

ທາງການໄທ ອ້າງວ່າ ຊາວວຽດນາມ, ທັງ ຖືກແລະຜິດ ກົດໝາຍ, ຜ່ານປະເທດລາວ ໄປຕັ້ງແກ໊ງ ລັກຊັພລ່ວງກະເປົາ ເຖິງໃຈກາງເມືອງບາງກອກ.
ມະນີຈັນ ຣາຍງານ
2008.04.16

ເຈົ້າໜ້າທີ່ ກວດ​ຄົນ​ເຂົ້າ​ເມືອງ ຂອງ​ໄທ ທ່ານ​ນຶ່ງ ​ເຜີຍ​ຕໍ່ນັກ​ຂ່າວ RFA ວ່າ ​ໃນ​ອະດີດ​ຜ່ານ​ມາ, ຢູ່​ທີ່​ຊາຍ​ແດນ ​ລາວ-​ໄທ ມີ​ແຕ່​ແຮງງານ ​ຊາວ​ລາວ ​ເທົ່າ​ນັ້ນ ທີ່​​ລັກລອບ ເຂົ້າ​ໄປ ​ປະ​ເທດ​ໄທ ​ເພື່ອ​ຫາ ວຽກ​ເຣັດ ງານ​ທໍາ; ​ແຕ່​ປັດຈຸບັນ ​ມີ​ທັງ ແຮງງານ​ ຊາວ​ວຽດນາມ ທັງ​ທີ່​ ຜິດກົດໝາຍ​ ແລະ​ ຖືກ​ກົດໝາຍ, ​ໂດຍ​ຜ່ານ​ຊາຍ​ແດນ​ ລາວ-​ໄທ. ​ແລະ​ໃນ​ຂະນະ​ນີ້ ​ມີ​ຈໍານວນ​ ຫລາຍ​ພັນ​ຄົນ​​ ​ລັກລອບ​​ເຮັດວຽກ​ ຢູ່ໃນ​ເຂດ ​ຕົວ​ເມືອງ​ ບາງກອກ ​ແລະ ​ເຂດ​ອ້ອມ​ແອ້ມ ​ແລະ​ ຫາ​ຢູ່ ຫາກິນ ​​ແບບ​ເປັນ​ ຂີ້ລັກ​-ຂີ້​ສົກ​-ລ່ວງ​ກະ​ເປົາ ກໍມີ​, ບໍ່​ແມ່ນ​ຂອງໜ້ອຍ.

ແລະ​ໃນ​ຊ່ວງ​ ບຸນສົງການ ປີ​ໃໝ່ລາວ-​ໄທ ປີນີ້, ທາງ​ຕໍາ​ຣວດ​ໄທ​ ກໍ​ໄດ້​ຈັບ​ ​ແກ້ງ​ລ່ວງ​ກະ​ເປົາ ​ຊາວ​ວຽດນາມ ທີ່​ກໍາລັງ ​ຊອກ​ລ່ວງ​ກະ​ເປົາ ​ຜູ້ທ່ຽວຫົດ​ນໍ້າ ​​ໃນ​ເຂດ​ຖນົນ​ເຂົ້າສານ,ໃຈກາງ​ເມືອງ​ບາງກອກ ພ້ອມ​ຂອງ​ກາງ ​ເປັນ​ໂທ​ຣະ​ສັພ ​ມື​ຖື​ ແລະ​ເງິນສົດ ນໍາ​ດ້ວຍ.  ຜູ້​ຕ້ອງ​ຫາ ມີຊາຍ 4 ຄົນ, ຍີ​ງ 1 ​ຄົນ ອາຍຸ ​ຣະຫວ່າງ 22 ປີ​ ຫາ 43 ປີ. ທັງໝົດ ​ເປັນ​ຊາວ​ວຽດນາມ ​ແລະ ຖືກ​ຕັ້ງ​ຂໍ້​ຫາ ສົມຄົບ​ກັບ​ພວກ​ທີ່​ລົບໜີ​ ເປັນ​ຊ່ອງ​ໂຈນ ​ເພື່ອ​ລັກ​ຊັພ.

ເຈົ້າໜ້າທີ່​ ກ່ຽວຂອງ ​ເວົ້າ​ວ່າ ການ​ຈັບ​ກຸມ​ມີ​ຂຶ້ນ ​ພາຍຫລັງ ​ມີ​ຜູ້​​ເສັຍຫາຍ ມາແຈ້ງຄວາມ​ວ່າ ຖືກ​ລ່ວງ​ກະ​ເປົາ​ ແລະ ຊາບ​ວ່າ​ ມີກຸ່ມ​ເປົ້າໝາຍ ນັກ​ລ່ວງ​ກະເປົາ, ລັກ​ຊັບ​ສີນ ​ຂອງ​ປະຊາຊົນ ​ແລະ​  ນັກ​ທ່ອງ​ທ່ຽວ​ໃນ​ງານ ບຸນ​ສົງການ​ທີ່ຖນົນ​ ເຂົ້າສານ. ທາງ​ເຈົ້າໜ້າທີ່​ ກໍ​ໄດ້​ສົ່ງ ກໍາລັງ ​ແອບ​ແຝງ ​ໃນ​ຝູງ​ຊົນ ​ທີ່ທ່ຽວງານ​ບຸນ ​ແລະ​ ໃນ​ທີ່​ສຸດ ກໍ​ຈັບ​ກຸມ​ ພວກ​ລ່ວງ​ກະ​ເປົາ​ໄດ້​ ພ້ອມ​ຂອງ​ກາງ.

ທັງໝົດ ສາ​ຣະ​ພາບ​ວ່າ ​ໄດ້​ເຂົ້າ​ໄປ​ ໃນ​ປະ​ເທດ​ໄທ ​ເພື່ອ​ລັກ​ຊັພ-ລ່ວງ​ກະ​ເປົາ ແລະ​ ທາງ​ເຈົ້າໜ້າທີ່ ​ກໍ​ຍັງ​ເຊື່ອ​ວ່າ ນອກ​ຈາກ ​ຊາວ​ວຽດນາມ 5 ຄົນ ​ທີ່​ຖືກ​ຈັບ​ໄດ້​ ຄັ້ງ​ນີ້, ອາດ​ຍັງ​ມີ ​ອີກ​ຫລາຍ​ຄົນ ​​ແລະ ​ພາກັນ​ ມາ​ເປັນ​ກຸ່ມ ຊຶ່ງ​ຕ້ອງ​ມີ ​ການສືບສວນ-ຕິດຕາມ​ກຸ່ມ​ແກ້ງ ຊາວ​ວຽດນາມ ​ລ່ວງ​ກະ​ເປົາ ອີກ​ຕໍ່​ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.