ກຸ່ມວັຍລຸ້ນ ປັ່ນປ່ວນ ວຽງຈັນ
2009.04.06
ປະຊາຊົນລາວ ທີ່ນະຄອນຫລວງ ວຽງຈັນທ່ານນື່ງ ໃຫ້ການວ່າ ປັດຈຸບັນ ທີ່ນະຄອນຫລວງ ວຽງັຈນ ມີປະກົດການ ຍໍ້ທໍ້ທາງດ້ານ ສັງຄົມຫລາຍ ສີ່ງຫລາຍຢ່າງຈາກ ກຸ່ມມິສະຊີບ ໂດຍສເພາະ ກຸ່ມວັຍລຸ້ນເຊັ່ນ ການເສບຢາ ເສບຕິດງັດແງະ ປຸ້ນຈີ້ຂ້າເຈົ້າ ເອົາຂອງແມ່ຈ້າງ ນາງເລັງແລະອື່ນໆ ລ້າສຸດກໍ່ແມ່ນ ກຸ່ມແກງວັຍລຸ້ນ ກວນເມືອງ ໃນຍາມກາງຄືນ ດ້ວຍການຈັດກັນ ປັນກຸ່ມ ກຸ່ມລະສີບຫາ ສີບຫ້າຄົນພາກັນ ຂີ່ຣົຖຈັກຊີ້ງ ສຽງດັງຕາມຖນົນ ສ້າງຄວາມລຳຄານ ໃຫ້ແກ່ ປະຊາຊົນຜູ້ ທີ່ມີບ້ານເຮືອນ ຕິດກັບແຄມ ຖນົນເປັນອັນມາກ.
ເຈົ້າຫນ້າທີ່ກໍ່ ເຮັດຫຍັງບໍ່ໄດ້ ຫລາຍເພາະເຂົາຮູ້ ຈັກຫົນທາງຫລີກ ຕຳຣວດໃນການ ກະທຳຂອງເຂົາ ເຖີງວ່າຈັບໄດ້ ກໍ່ມີແຕ່ສັງສອນ ຕັກເຕືອນຊື່ໆ ດ້ວຍການເອີ້ນ ພໍ່ແມ່ຫລືຜູ້ ປົກຄອງມາຮັບ ຄຳຕັກເຕືອນນຳ ເພື່ອສີດສອນລູກ ຂອງຕົນ.
ເຈົ້າຫນ້າທີ່ຜູ້ ທີ່ບໍ່ປະສົງ ອອກຊື່ທ່ານນື່ງ ເວົ້າວ່າ ການກະທຳ ຂອງກຸ່ມວັຍລຸ້ນ ອາດເປັນການສແດງ ອອກເຖີງບັນຫາ ທາງດ້ານສັງຄົມ ໃນລາວທີ່ ເສຖກິດບໍ່ກ້າວ ຫນ້າທີ່ເຮັດໃຫ້ ພວກຂະເຈົ້າບໍ ມີວຽກເຮັດງານ ທຳແຕ່ລະມື້ກໍ່ ເກີດວາມເບື່ອຫນ່າຍ ໃນສັງຄົມທີ່ ຂາດອານາຄົດ ໃນລາວສຳລັບ ພວກຂະເຈົ້າ.
ເປັນທີ່ຄາດກັນ ວ່າໃນແຕ່ ລະປີມີເດັກ ທີ່ຈົບຊັ້ນ ມັທຍົມແລະ ມະຫາວີທຍາລັຍ ຫລາຍພັນຄົນ ບໍ່ມີວຽກເຮັດ ງານທຳໃນລາວ ໂດຍສເພາະເດັກ ທີ່ບໍ່ມີພັກ ພວກຈາກ ຄອບຄົວທີທຸກຈົນ.