ຊາວບ້ານ ແຂວງອຸດົມໄຊ ເບື່ອເຫັດ

ປະຊາຊົນ ແຂວງອຸດົມໄຊ ເບື່ອເຫັດ ເສັຍຊີວິດ 6 ຄົນ ແລະ ປ່ວຍສາຫັດ 2 ຄົນ.
ຈະເຣີນສຸກ
2009.06.10

ສູນຣະບາດ ວິທຍາ ແຂວງອຸດົມໄຊ ຣາຍງານ ວ່າ ເມື່ອທ້າຍເດືອນພຶສພາ ມີຜູ້ຊາຍ ເບື່ອເຫັດ 8ຄົນ ດ້ວຍກັນ, ຊຶ່ງ 7 ຄົນ ແມ່ນປະຊາຊົນ ບ້ານໂພນໄຊ ເມືອງແບງ ແລະ ອີກ 1ຄົນ ແມ່ນປະຊາຊົນ ຢູ່ເມືອງໄຊ, ພາຍຫລັງ ທີ່ເກັບເຫັດເບື່ອດັ່ງກ່າວ ຈາກປ່າ ມາປຸງແຕ່ງ ອາຫານ.

ເຈົ້າໜ້າທີ່ ວິຊາການ ພະຍາດຕິດຕໍ່ ຂແນງຣະບາດ ວິທຍາ ແຂວງອຸດົມໄຊ ກ່າວວ່າ ສໍາລັບ ປະຊາຊົນ ທີ່ເບື່ອເຫັດ ຢູ່ເມືອງແບງ 7 ຄົນນັ້ນ ພົບວ່າ ພວກຂະເຈົ້າ ໄດ້ພາກັນ ເຂົ້າໄປເກັບ ເຫັດແດງ ຢູ່ໃນປ່າ. ຈາກນັ້ນ ໄດ້ພາກັນ ແກງເຫັດກິນ ຢູ່ໃນປ່າ. ຕໍ່ມາ ປະມານ 1 ຊົ່ວໂມງ, ມີຊາຍຄົນນຶ່ງ ເກີດອາການ ມືນເມົາ ແລະ ກໍໄດ້ນອນພັກຜ່ອນ, 30 ນາທີ ຕໍ່ມາຊາຍຄົນດັ່ງກ່າວ ກໍເສັຍຊີວິດ. ສ່ວນອີກ 6 ຄົນ ກໍມີອາການ ຄ້າຍຄືກັນ ແລະ ກໍມາເສັຍຊີວິດ ຕື່ມອີກ 4 ຄົນ. ສ່ວນອີກ 2 ຄົນ ພາກັນ ໄປຮອດໂຮງໝໍ, ຊຶ່ງທາງແພດໝໍສາມາດ ຊ່ອຍເອົາໄວ້ທັນ, ແຕ່ກໍມີອາການ ເຈັບປ່ວຍ ຢ່າງສາຫັດ.

ສໍາລັບຜູ້ທີ່ ເສັຍຊີວິດ ອີກ 1ຄົນ ທີ່ຢູ່ເມືອງໄຊ ນັ້ນ, ກໍໄປເກັບເຫັດ ມາກິນ ຄືກັນ ແລະ ກໍເສັຍຊີວິດ ເຊັ່ນດຽວກັນ. ພາຍຫລັງ ເກີດເຫດການ ດັ່ງກ່າວ, ທາງຜແນກ ສາທາຣະນະສຸກ ແຂວງອຸດົມໄຊ ໄດ້ອອກແຈ້ງການ ຫ້າມບໍ່ໃຫ້ ປະຊາຊົນ ໄປເກັບເຫັດ ມາກິນໂລເລ ແລະ ທາງສູນວິໃຈ ໄດ້ນໍາເອົາ ເຫັນດທີ່ເບື່ອ ມາວິໃຈ ເຖິງສາເຫດ ການເບື່ອ ວ່າ ມັນເກີດຈາກສາເຫດ ອັນໃດ ແລະ ເທົ່າທີ່ຜ່ານມາ ປະຊາຊົນ ທີ່ເຂົ້າປ່າ ເກັບເຫັດ ມາກິນນັ້ນ ຫລາຍປີຜ່ານມາ ກໍບໍ່ປາກົດ ມີຜູ້ເສັຍຊີວິດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.