ວັນທີ 16 ຕຸລາ ເປັນວັນອາຫານໂລກ. ສຳລັບປີ 2009 ຍັງເປັນວັນ ຄົບຮອບ30ປີ ຂອງວັນ ອາຫານໂລກ ອີກດ້ວຍ. ດັ່ງນັ້ນ ກະຊວງກະສິກັມ ແລະປ່າໄມ້ ສປປລາວ ໂດຍການຮ່ວມມື ກັບອົງການ ອາຫານ ແລະ ການກະເສດ ສະຫະປະຊາຊາດ ຈັດງານຮ່ວມແຮງ ກັນຕໍ່ສູ້ກັບ ສະພາບ ຄວາມທຸກຍາກ ພັຍອຶດຢາກ ຊຶ່ງເປັນບັນຫາ ສຳຄັນອີກອັນນຶ່ງ ໃນ ສປປລາວ ດັ່ງເຈົ້າໜ້າທີ່ ທ່ານນຶ່ງເວົ້າວ່າ:
"ພວກເຮົາມີ ຈັດງານຢູ່ ຫໍວັທນະທັມ ແຫ່ງຊາດ ຈະເປັນຄ້າຍໆ ເປັນແຝ ຈະມີຫລາຍ ພາກສ່ວນທີ່ໄປ ຮ່ວມກັນ ໂດຍສະເພາະຈະ ເປັນປະເພດ ເຣື້ອງອາຫານ ແລະ ຈະກ່ຽວກັບເຣື້ອງ nutrition ພ້ອມສຳລັບ ຈຸດປະສົງ ໃນການຈັດງານ ຕົວນີ້ແມ່ນພວກ ເຮົາຈະບອກວ່າ we will work together to achieve food and nutrition security in the Lao PDR.
ໃນພິທີເປີດງານ ທ່ານບົວສອນ ບຸບຜາວັນ ນາຍົກຣັຖມົນຕຣີ ໄດ້ກ່າວວ່າ ສປປລາວ ມີພື້ນທີ່ ຊົນນະບົດ 80ສ່ວນຮ້ອຍ ແລະ ປະຊາຊົນ ສ່ວນໃຫຍ່ກໍເປັນ ຊາວກະສິກອນ ທີ່ຍັງມີ ຄຸນນະພາບຊີວິດ ລະດັບຕໍ່າ ດັ່ງນັ້ນ ໃນປີທີ່ຜ່ານມາ ຣັຖບານ ຈຶ່ງໄດ້ເລັງໃສ່ ວຽກການທີ່ຈະ ຫລຸດຜ່ອນ ຄວາມທຸກຍາກ ເປັນຫລັກ ຊຶ່ງນຶ່ງໃນການ ແກ້ໄຂຄວາມທຸກຍາກ ນັ້ນກໍຄືການ ຄ້ຳປະກັນ ສະບຽງອາຫານ ຊື່ງເປັນວຽກງານ ທີ່ທ້າທາຍຕໍ່ ຣັຖບານ ໃນຂັ້ນຕໍ່ໄປ ແລະ ຈະເປັນປັດໃຈ ສຳຄັນ ທີ່ຈະຮັບປະກັນ ສະເຖັຍຣະພາບ ພາຍໃນປະເທດ.
ໃນເວລາດຽວກັນ ຈາກຂໍ້ມູນ ກະຊວງ ກະສິກັມແລະປ່າໄມ້ລາວ, ອົງການອາຫານ ແລະ ການກະເສດ ສະຫະປະຊາຊາດ ພົບວ່າ ລະດັບເດັກນ້ອຍ ທີ່ມີອາຍຸ ຕໍ່າກວ່າ 5ປີທີ່ຂາດ ສານອາຫານ ຢ່າງຕໍ່ເນື່ອງມີ ສູງຮອດ 40ສ່ວນຮ້ອຍ ພາຍໃນ10ປີທີ່ ຜ່ານມາ. ນອກຈາກນີ້ ພັຍພິບັດ ທີ່ເກີດຂື້ນ ລະຫວ່າງປີ 2008-2009 ກໍໄດ້ສົ່ງຜົນ ໃຫ້ປະຊາຊົນ ຈຳນວນຫລວງຫລາຍ ຕົກຢູ່ໃນພາວະ ຂາດເຂີນອຶດຢາກ ຊື່ງສະແດງໃຫ້ ເຫັນວ່າການ ແກ້ໄຂບັນຫາ ດັ່ງກ່າວ ມີຄວາມສຳຄັນ ຢ່າງຍິ່ງ ໃນ ສປປລາວ.