ເດັກນ້ອຍວັຍລຸ້ນລາວ ໃຊ້ internet ເພື່ອການບັນເທີງ ຫລາຍກວ່າ ການສືກສາ
2009.10.21
ນັກວິຊາການລາວ ໃຫ້ຄວາມເຫັນ ກ່ຽວກັບຊາຍຫນຸ່ມ ຍີງສາວວັຍລຸ້ນ ໃນລາວວ່າ ປັດຈຸບັນ ນິຍົມກັນໃຊ້ internet ບໍ່ວ່າຈະເປີດ ຕາມຮ້ານຄ້າຫລື ໃນບ້ານເປັນ ການສ່ວນຕົວ ສ່ວນຫລາຍ ເປັນການບັນເທີງ ຫລາຍກວ່າ ການສືກສາຫາຄວາມ ຮູ້ໃສ່ຕົວ. ດັ່ງທ່ານໄດ້ຊີ້ແຈງ ແລະ ເວົ້າເປັນສໍານຽງໄທ ໃນຕອນນື່ງວ່າ:
"ພາສາອັງກິດ ເຂົາບໍ່ເກັ່ງ ເຂົາຈະເບີ່ງເຣື້ອງ ບໍ່ເປັນເຣື້ອງ ເປັນຂ່າວຕ່າງໆ ເຣື້ອງການຮຽນ ເຂົາບໍ່ສົນໃຈ ເທົ່າໃດ ທີ່ເມືອງລາວ ຖ້າເປັນການຮຽນ ການສອນເຂົາ ບໍ່ສົນໃຈ ເທົ່າໃດ ຈະເບີ່ງແຕ່ເຣື້ອງ ບໍ່ເປັນເຣື້ອງ, ເຣື້ອງບັນເທີງ ຕ່າງໆນາໆ ເຂົາມັກເບີ່ງ ເຣື້ອງນັ້ນ."
ທ່ານເວົ້າຕໍ່ໄປວ່າ ການຄົ້ນຫາຂໍ້ມູນ ໃນເຄືອຂ່າຍ internet ມີແນວດີ ແລະແນວຮ້າຍ ຂື້ນຢູ່ກັບຜູ້ໃຊ້ ເປັນຫລັກ ຖ້າຜູ້ໃດຫາກ ຄົ້ນຫາແຕ່ສີ່ງ ທີ່ມີປະໂຫຍດ ການໃຊ້ internet ກໍ່ຈະເປັນປະໂຫຍດ ແຕ່ຖ້າຜູ້ໃດ ຂາດຈິດສຳນືກ ບໍ່ຮູ້ຈັກເລືອກ ຂໍ້ມູນຂ່າວສານ ທີ່ເປັນ ປະໂຫຍດແລ້ວ ກໍ່ຈະເປັນ ອັນຕະຣາຍ ແກ່ຕົນເອງ ຊື່ງສ່ວນຫລາຍ ໃນປັດຈຸບັນ ຊາວຫນຸ່ມຍີງສາວ ໃນລາວມັກໃຊ້ ຫ້ອງສົນທະນາ ຫລື chat room ຫລາຍກວ່າ ເພື່ອໂອ້ລົມ ແລະ ນັດແນະກັນ ອອກໄປທາງໃໝ່ ທ່ານເວົ້າພີ້ມອີກວ່າ:
"ກໍ່ມີຢູ່ແບບ ນີ້ແລ້ວ ມີຢູ່ຫລາຍ ວັຍລຸ້ນຖ້າເຂົາ ເຫັນແລ້ວເຂົາຢາກ ຮຽນແບບ ມີການນັດພົບ ຫລືຈີບກັນທາງ internet ແຕ່ການ ຂົ່ມຂືນບໍ່ມີ ເພາະເມືອງລາວ ບໍ່ແມ່ນເມືອງໃຫຍ່ ເທົ່າໃດ."
ອົງການປອ້ງກັນ ການອານາຈານ ແລະ ລາມົກ ໃນສື່ມວນຊົນ ຫລື ECPAT ກ່າວວ່າ ອັນຕຣາຍທີ່ ຮ້າຍແຮງທີ່ສຸດ ໃນກຸ່ມວັຍລຸ້ນ ນື່ງໃນນັ້ນ ກໍ່ແມ່ນການ ໂອ້ລົມກັນໃນ Internet ທີ່ຜູ້ໂອ້ລົມ ສາມາດຊັກຊວນ ໃຫ້ກະທຳ ຄວາມຜິດໄດ້, ດັ່ງບັນຫາ ການຄ້າມະນຸດ ບັນຫາປະເວນີ ແລະ ບັນຫາທາງດ້ານ ສັງຄົມປະເພດ ຕ່າງໆ ທີ່ເກີດຂື້ນ ໃນລາວ.