ວິຊາການ ລົຖໄຟລາວ 20 ຄົນ ທຳອິດ ສຳເຣັດ ການອົບໂຮມ

ອົງກາຣ ຣົຖໄຟ ແຫ່ງຊາຕ ສປປລາວ ສົ່ງ ເຈົ້າໜ້າທີ່ ໄປ ຝຶກອົບຮົມ ຢູ່ປະເທດໄທຽ ເພື່ອ ເປັນກາຣຕຣຽມ ກ່ອນຈະເຣີ່ມ ເປີດໃຊ້ ບໍຣິກາຣ ຣົຖໄຟໃນລາວ ຄັ້ງປະວັຕກາຣ.
ຫວາດ ສີມູນ ຣາຍງານ
2008.05.21

ກາຣສ້າງ ທາງຣົຖໄຟ ສາຍທຳອິດ ຂອງລາວ ທີ່ເຊື່ອມຕໍ່ ຈາກໜອງຄາຍ ເຂົ້າມາຍັງບ້ານ ນາໂພສີ ນະຄອນຫລວງ ວຽງຈັນ ກໍໃກ້ຈະເປີດ ໃຊ້ບໍຣິກາຣ ໃຫ້ແກ່ ປະຊາຊົນ ທັງສອງ ຝັ່ງແລ້ວ. ສະນັ້ນ, ທາງອົງກາຣ ຣົຖໄຟ ແຫ່ງຊາຕລາວ ຈຶ່ງໄດ້ຈັດສົ່ງ ເຈົ້າໜ້າທີ່ ຈຳນວນໜື່ງ ໄປອົບຮົມ ແລະ ຝຶກ ກາຣປະຕິບັຕ ວຽກງານ ກັບ ທາງກາຣ ຣົຖໄຟ ຂອງໄທຽ, ດັ່ງທີ່ ທ່ານ ສອນສັກ ໜໍ່ຍານຊະນະ, ຮອງຫົວໜ້າ  ອົງກາຣ ຣົຖໄຟລາວ ໄດ້ກ່າວວ່າ:

“ກໍໄດ້ ແບ່ງໃຫ້ ໄປຝຶກງານ ທັ້ງໝົດນີ້ ປະມານ 20 ຄົນ ມີ ວິຊາກາຣ ຈາກຣົຖໄຟໄທຽ ມາອົບຮົມ ຢູ່ ໜອງຄາຍ, ເນາະ ແລະ ກໍ ໄປຝຶກງານ ໄປເຂົ້າສູນຝຶກ ຢູ່ບາງກອກ ພຸ້ນ ອົບຮົມ ຈົບມາໝົດ ແລ້ວເດ, 12 ວັນ!”

ທ່ານ ສອນສັກ ໄດ້ກ່າວເພີ່ມ ວ່າ: ກາຣກະຕຣຽມ ເພື່ອຮອງຮັບ ກາຣເປີດບໍຣິກາຣ ຣົຖໄຟ ດັ່ງກ່າວ ຊຶ່ງນອກຈາກ ຈະມີ ກາຣພັທນາ ໂຄງຮ່າງ ພື້ນຖານ ທາງຣົຖໄຟແລະ ສະຖານີ ບໍຣິກາຣ ແລ້ວນັ້ນ, ກາຣກະຕຣຽມ ບຸຄລາກອນ ເພື່ອມານຳໃຊ້ ໃນກາຣບໍຣິຫານ ຫລື ອຳນວຍ ຄວາມສະດວກ ໃນກາຣບໍຣິກາຣ ຕ່າງໆ ແກ່ປະຊາຊົນກໍເປັນ ສິ່ງສຳຄັນ ເຊັ່ນກັນ.

ເຖີງຢ່າງໃດກໍຕາມ, ກາຣແລ່ນຣົຖໄຟ ຖືເປັນວຽກງານໃໝ່ ສຳຫລັບ ທາງກາຣລາວ,  ຖ້າທຽບໃສ່ ປະເທດອື່ນໆ, ໂດຽສະເພາະ ປະເທດໄທຽ, ທີ່ມີ ຣະບົບ ທາງຣົຖໄຟ ໃນ ທົ່ວປະເທດ ດົນນານ ມາແລ້ວ ແຕ່ປີ 1897 ເປັນຕົ້ນມາ ແລະ ມີ ຄວາມຊຳນານ ໃນດ້ານນີ້ ຫລາຍ ໃນປັຈຈຸບັນ. ສະນັ້ນ, ຈຶ່ງຫວັງວ່າ ກາຣຝຶກອົບຮົມ ໃນໄທຽ ຂອງ ບັນດາ ເຈົ້າໜ້າທີ່ລາວ ຄົງຈະເປັນ ກາຣຊ່ວຍ ທາງດ້ານ ໃຫ້ບໍຣິກາຣ ປະຊາຊົນ ທີ່ຈະໃຊ້ ທາງຣົຖໄຟ ສາຍລາວ-ໄທຽ ດັ່ງກ່າວ ທີ່ມີ ກຳໜົດເປີດ ບໍຣິກາຣ ໃນ ຣະຫວ່າງ ທ້າຍ ເດືອນ 6 ປີ 2008 ນີ້.
ຄວາມເວົ້າຊອກຫາຂໍ້ມູນ: ຄົມມະນາຄົມ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.