ຄວາມຄິດເຫັນ ກ່ຽວກັບ ການເຂົ້າເປັນ ສະມາຊິກ WTO ຂອງລາວ
2008.08.18
ຕໍ່ບັນຫານີ້ ທ່ານ ອູ່ສວັນ ທ່ຽງເທບວົງສາ ປະທານສະມາຄົມ ນັກທຸຣະກິດນຸ່ມ ຂອງລາວ ໃຫ້ອະທິບາຍເຖິງຜົນປະໂຍດ ທີ່ລາວ ຈະໄດ້ຮັບ ໃນເມື່ອເວລາ ເຂົ້າເປັນສະມາຊິກ ອົງການໆຄ້າໂລກແລ້ວ ວ່າ ມັນເປັນສິ່ງທີ່ດີ ເພາະວ່າ ປະເທດລາວ ຈະສາມາດ ສົ່ງສິນຄ້າຂອງຕົນ ອອກສູ່ ຕລາດສາກົນ ແລະ ສາກົນກໍຈະສາມາດ ສົ່ງສິນຄ້າເຂົ້າມາຂາຍ ໃນຕລາດ ຂອງລາວໄດ້.
ໃນຂະນະດຽວກັນ ຄວາມທ້າທາຍ ກໍຈະເກີດຂື້ນ ຢ່າງແນ່ນອນ ກັບທຸຣະກິດ ຂອງລາວ. ທ່ານວ່າ ປັດຈຸບັນ ມີນັກທຸຣະກິດ ຫລາຍຄົນ ບໍ່ເຫັນດີ ຢາກໃຫ້ລາວ ເຂົ້າເປັນສະມາຊິກ ອົງການໆຄ້າໂລກ ເທື່ອ ເພາະເຫັນວ່າ ເງື່ອນໄຂ ຂອງປະເທດ ບໍ່ທັນຕຽມພ້ອມ. ແຕ່ຖ້າເບິ່ງ ຕາມການເຊື່ອມໂຍງ ທາງເສຖກິດ ກັບສາກົນແລ້ວ ລາວ ກໍຈໍາເປັນຕ້ອງໄດ້ເຂົ້າ.
ຍານາງ ເຂັມມະນີ ພົນເສນາ ຮອງຣັຖມົນຕຣີ ອຸດສາຫະກັມ-ການຄ້າ ຂອງລາວກ່າວວ່າ ນັກທຸຣະກິດຂອງລາວ ຈໍາເປັນຕ້ອງໄດ້ ປັບປຸງ ກິດຈະການ ຂອງຕົນ ເພື່ອຜລິດສິນຄ້າ ທີ່ມີຄຸນນະພາບສູງ ແລະແຂ່ງຂັນໄດ້ ໃນຕລາດສາກົນໄດ້. ຖ້າບໍ່ດັ່ງນັ້ນ ຈະພົບກັບ ສິ່ງທ້າທາຍ ຢ່າງໃຫ່ຽຫລວງ ແລະ ຈະເຮັດໃຫ້ລາວ ເສັຍໂອກາດ ໃຫ້ແກ່ຕ່າງປະເທດ ແທນທີ່ ຈະໄດ້ຮັບ ຜົນປໂຍດ ຈາກການເປັນສະມາຊິກຂອງອົງການນີ້.
ຜ່ານມາ ມີຫລາຍປະເທດ ໃນເອເຊັຽ ແລະ ຢູໂຣບ ໄດ້ໃຫ້ສິດພິເສດ ຫລາຍຢ່າງ ແກ່ສິນຄ້າລາວ ໂດຍເປີດຮັບເອົາ ສິນຄ້າຫລາຍ ປະເພດ ຈາກ ສປປລາວ ແຕ່ ລາວກໍຍັງ ບໍ່ສາມາດ ສວຍໂອກາດຍາດເອົາຜົນປໂຍດນີ້ ໄດ້ຕາມທີ່ເງື່ອນໄຂ ໄດ້ເອື້ອອໍານວຍ. ໃນອະນາຄົດ ຕໍ່ໄປ ສິດພິເສດ ທີ່ລາວ ໄດ້ຮັບ ອາດຈະຖືກລືບລ້າງ, ແລະ ລາວຍິ່ງ ຈະປະສົບກັບ ສິ່ງທ້າທາຍ ຫລາຍຂື້ນ.
ສປປ ລາວ ໄດ້ສເນີ ຂໍເຂົ້າເປັນສະມາຊິກ ອົງການການຄ້າໂລກ ໃນປີ 2007 ແຕ່ກໍຍັງ ຢູ່ໃນຂັ້ນຕອນພິຈາຣະນາກັນຢູ່ ບໍ່ຮູ້ວ່າ ເມື່ອໃດຈະໄດ້ເຂົ້າ, ອີກດ້ານນື່ງ ລາວເອງ ກໍກໍາລັງ ປັບປຸງ ກົດໝາຍ ແລະ ນະໂຍບາຍ ການຄ້າ ໃຫ້ສອດຂ້ອງ ກັບລະບຽບສາກົນ.