ລາວ ບໍ່ສາມາດ ຄວບຄຸມ ສິນຄ້າ ເຂົ້າປະເທດ

ໃນປັດຈຸບັນນີ້ ຣັຖບານລາວ ເກືອບຈະບໍ່ສາມາດ ຄວມຄຸມ ການນຳ ສິນຄ້າ ປະເພດ ພືດພັນ ທັນຍາຫານ ເຂົ້າຈາກ ປະເທດເພື່ອນບ້ານ.

ສິນຄ້າ​ປະ​ເພດພືດ​ພັນ ​ເຊັ່ນຜັກ​ບົ່ວ ​ຜັກທຽມໝາກ​ເຜັດໝາກ​ເຂືອ ​ແລະອື່ນໆ ​ໂດຍ​ສະ​ເພາະພືດ​ພັນຈາກ​ການ​ກະ​ເສດທີ່​ນຳ​ເຂົ້າມາຕາມ​ແຂວງ​ ຕ່າງໆທີ່​ມີ ​ເຂດ​ແດນ​ ຕິດກັນ​ກັບປະ​ເທດ ​ເພື່ອນ​ບ້ານ​ນັ້ນ ​ເກື​ອບວ່າຣັຖບານຈະ​ບໍ່​ ສາມາດ​ຄວບ​ຄຸມ​ ໄດ້​ແລ້ວ.

ແຂວງ​ທາງ​ພາກ​ເໜືອຂອງ​ປະ​ເທດ ​ໄດ້​ຮັບ​ ຄວາມ​ກະທົບ​ ຢ່າງ​ຫຼາຍຈົນ​ເປັນ​ເຫດ​ໃຫ້ຜູ້​ຄົນບໍ່​ມີ​ ວຽກ​ເຮັດ​ງານ​ທຳຍ້ອນ​ບໍ່​ສາມາດຜລິດ​ ສິນຄ້າ​ໄປ ​ແກ່ງ​ແຍ້​ງ​ແຂ່ງ​ຂັນກັບ​ສິນຄ້າທີ່​ນຳ​ເຂົ້າມາ ​ຈາກຕ່າງປະ​ເທດ​ໄດ້.

ຕໍ່​ບັນຫາ​ນີ້ທ່ານສັນຕິ​ສຸກວິ​ໄລ​ຈະ​ເລີ​ນຫົວໜ້າ​ ກົມ​ການ​ຄ້າພາຍ​ໃນກະຊວງ​ ອຸດສາຫະກຳການ​ຄ້າ ​ໄດ້​ໃຫ້​ຄວາມ​ເຫັນ​ວ່າ:

" ນີ້ ເປັນ ຈຸດ ອ່ອນ ນຶ່ງ ໃນ ການຄຸ້ມ ຄອງ ສິນຄ້າ ຂອງ ພວກ ເຮົາ ແລະ ກໍ ບໍ່ ສາມາດ ຢັບຢັ້ງ ໄດ້ ຫາກ ທ້ ອງຖິ່ນ ບໍ່ ມີ ຄວາມ ເປັນ ເຈົ້າການ ໃນ ການ ກວດກາ ແລະ ຄຸ້ມ ຄອງ ທີ່ ດີ ."

ທ່ານສ​ເນີ​ວ່າ ​ຖ້າຢາກ​​ແ​ກ້​ໄຂ​ໃຫ້​ດີ​ຂື້ນອຳນາດ​ ການ​ປົກຄອງ​ ທ້ອງ​ຖິ່ນ ​ແລະຂ​ແນ​ງການ​ທີ່​ກ່ຽວຂ້ອງຈົ່ງ​ໄດ້​ຮ່ວມ​ແຮງ​ຮ່ວມ​ໃຈ​ກັນສະກັດ​ກັ້ນການ​ນຳ​ເຂົ້າສິນຄ້າທີ່​ບໍ່​ຖືກຕ້ອງຕາມ​ກົດໝາຍ ​ໃຫ້​ມີ​ປະສິດທິຜົນ.

ອີກ​ ຈຸດ​ອ່ອນ​ອັນ​ນຶ່ງ ​ໃນ​ການ​ຄວບ​ຄຸມ​ວຽກ​ງານ​ ການ​ຄ້າ ​ແມ່ນ​ການ​ລັ່ງ​ໄຫຼ​ເຂົ້າມາ​ ຄ້າຂາຍ​ຍ່ອຍ ​ແບບ​ຜິດ​ກົດໝາຍຂອງ​ຊາວ​ຕ່າງ​ດ້າວ. ​ເປັນຕົ້ນ​ແມ່ນ​ຊາວ​ຈີນ ​ແລະຊາວວຽດນາມຊຶ່ງ​ຍັງ​ມີ​ ແຜ່​ຂຍາຍ​ຫຼາຍ​ຢູ່​ໃນ​ປະ​ເທດ​ລາວ.

ປາກົດການ​ນີ້​ເຮັດ​ໃຫ້ລາວ​ເສັຍ​ຜົນ​ປໂຍດຢ່າງ​ຫຼວງ​ຫຼາຍບໍ່​ວ່າ​ ຈະ​ເປັນ​ດ້ານ​ ການຄຸ້ມ​ຄອງຣາຄາ​ສິນຄ້າການ​ທີ່​ລາຍ​ໄດ້ຫົ່ວ​ໄຫຼ​ອອກ​ນອກ​ປະ​ເທດການ​ທີ່ພວກ​ຂະ​ເຈົ້າ​ໄດ້​ຍາດ​ແຍ່ງອາຊີບ​ ການ​ງານຂອງ​ລາວ​ໄປ ​ແລະອັນ​ສຸດ​ທ້າຍ​ກໍ​ແມ່ນ​ ໄດ້ລັກລອບ​ເອົາ​ສິນຄ້າ​ ເຂົ້າ​ມາຍາ​ດ​ແຍ່ງ​ເອົາສ່ວນ​ແບ່ງການ​ຕລາດ​ ພາຍ​ໃນ​ດ້ວຍ.