ທາງການລາວ ຂຶ້ນຣາຄາ ນ້ຳມັນ ເຊື້ອໄຟ

ຄັນວ່າ ຈຳເປັນແທ້ ໆ,​ ມັນເຣື່ອງ ວຽກເນາະ, ແພງທໍ່ໃດ ມັນກໍ ໄດ້ຊື້ ຫັ້ນລະ.
ຫວາດ ສີມູນ ຣາຍງານ
2008.05.14
ທາງກາຣລາວສັ່ງຂື້ນຣາຄານ້ຳມັນເຊື້ອເພີງຕື່ມອີກເປັນເທື່ອທີ່ 3 ໃນຣະຍະ 3 ສັປດາຜ່ານມາ.
ເຈົ້າໜ້າທີ່ ປະຈຳປ໊ອມ ບໍຣິກາຣ ນ້ຳມັນ ເຊື້ອເພີງ ແຫ່ງໜຶ່ງ ໃນ ນະຄອນຫລວງ ວຽງຈັນ ເປີດເຜີຽວ່າ:ໃນ ປັຈຈຸບັນນີ້ ທາງກາຣ ຣັຖບາລລາວ ໄດ້ມີຄຳສັ່ງ ໃຫ້ຂື້ນຣາຄາ ນ້ຳມັນ ອີກຕື່ມ ເທື່ອໜຶ່ງ ຊື່ງຖືເປັນ ກາຣປັບຂຶ້ນ ເປັນເທື່ອທີ່ 3, ນັບແຕ່ທ້າຍ ເດືອນເມສາ ຜ່ານມາ, ດັ່ງທີ່ ຍານາງ ໄດ້ກ່າວວ່າ:
“ພຶສພາ ປັບຫາກໍປັບ, ແລ້ວ ວັນເສົາ ວັນທີ່ 10 ເບນຊີນ ລີຕໜຶ່ງ 10,670 ກີບ ກາຊວນ ແມ່ນ 10,470 ກີບ ຖ້າຊິວ່າແລ້ວ ເດືອນ ເມື່ອກີ້ນີ້ ກໍຂຶ້ນ 2 ເທື່ອແລ້ວໄດ໊.”
ເຈົ້າໜ້າທີ່ ດັ່ງກ່າວ ໄດ້ແຈ້ງເພີ່ມ ວ່າ: ກາຣຂື້ນຣາຄາ ນ້ຳມັນ ໃນລາວ ໄດ້ເຣີ່ມແຕ່ ຣະຫວ່າງ ບຸນປີໃໝ່, ກາງເດືອນ ເມສາ ຜ່ານມາ ຍ້ອນວ່າ ທາງບໍຣິສັທ ໄດ້ລຸດ ປະຣິມານ ຂອງກາຣນຳເອົາ ນ້ຳມັນເຊື້ອເພີງ ເຂົ້າປະເທດ ພາຍຫລັງ ທີ່ ທາງກາຣ ລາວ ບໍ່ມີ ມາຕກາຣ ອັນແຈ່ມແຈ້ງ ເພື່ອຄວບຄຸມ ຈົນເກີດມີ ບັນຫາ ຂາດແຄນນ້ຳມັນ ໄປຊົ່ວຣະຍະໜຶ່ງ. ໃນເມື່ອ ທາງກາຣລາວ ມີກາຣພິຈາຣະນາ ແກ້ໄຂແລ້ວ ຈຶ່ງມີ ກາຣຂຶ້ນ ຣາຄາ ມາຢ່າງຕໍ່ເນື່ອງ ແລະ ກາຣຂຶ້ນ ຄັ້ງຫລ້າສຸດ ເທື່ອທີ່ 3 ນີ້ ຍີ່ງ ເຮັດໃຫ້ ປະຊາຊົນ ໄດ້ຮັບ ຄວາມລຳບາກ ແລະ ປາກົດມີ ຄົນມາ ຊື້ນ້ຳມັນ ນ້ອຍລົງ, ດັ່ງຍານາງ ໄດ້ກ່າວຢ້ຳ ວ່າ:
“ຣະຍະນີ້ ແມ່ນຫລຸດ ຄັນຊິເວົ້າແລ້ວ ຫລຸດຕາມສະພາບ ກາຣເໜັງຕີງ ຂອງນ້ຳມັນ ສ໋າເນາະ ຊ່ວງຣະຍະ 2-3 ມື້ທຳອິດ ກໍຍາກ ໜ່ອຍໜຶ່ງ ແຕ່ວ່າ ຄັນວ່າ ຈຳເປັນແທ້ມັນເຣື່ອງ ວຽກເນາະ ມັນກໍ ຢຸດບໍ່ໄດ້ ກໍຕ້ອງໄດ້ໄປ (ຊື້) ຢູ່ນັ້ນແຫລະ”
ເຖີງຢ່າງໃດກໍຕາມ, ໃນປັຈຈຸບັນນີ້ ຣາຄາ ນ້ຳມັນດີບ ໃນຕລາດໂລກ ກໍຍິ່ງແພງ ສູງຂື້ນເກີນ US$120.- ຕໍ່ຖັງ ເປັນກາຣ ສົ່ງຜົລສະທ້ອນ ຕໍ່ຣາຄາ ນ້ຳມັນ ໃນ ທຸກປະເທດ ທົ່ວໂລກ. ສະເພາະ ຢູ່ເມືອງລາວນັ້ນ ນອກຈາກ ທີ່ວ່າ ໃນຣະຫວ່າງເກືອບຮອດ 2 ເດືອນ ຜ່ານມານີ້, ຣາຄາ ນ້ຳມັນແອສຊັງ ໄດ້ເພີ່ມສູງຂື້ນ ຈາກ 10,220 ກີບ ມາເປັນ 10,700 ກີບຕໍ່ລີຕ ແລະ ນ້ຳມັນ ກາຊວນ ຈາກ 9,380 ກີບມາເປັນ 10,470 ກີບຕໍ່ລີຕ ແລ້ວ. ຍັງມີ ບັນຫາ ເງີນເຟີ້ ທີ່ຍິ່ງເຮັດໃຫ້ ອັຕຣາ ຄ່າຄອງຊີພ ທະວີ ສູງຂື້ນ ຢ່າງຕໍ່ເນື່ອງ ຕລອດມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.