ການກັກຕຸນ ສິນຄ້າ ເຮັດໃຫ້ ເຂົ້າແພງ
2008.05.13
ປະຊາຊົນ ເຫັນວ່າ ການກັກຕຸນ ແລະ ຈຳກັດ ຈຳນວນເຂົ້າ ທີ່ຂາຍ ອອກໄປ ໃນທ້ອງຕລາດ ເຮັດໃຫ້ ຣາຄາ ແພງຂື້ນ.
ປະຊາຊົນ ຜູ້ນຶ່ງ ໃນ ເຂດ ນະຄອນຫຼວງ ວຽງຈັນ ເປີດເຜີຍວ່າ ປັດຈຸບັນນີ້ ຣາຄາ ສິນຄ້າ, ເຄື່ອງຢູ່, ຂອງກິນ ຫຼາຍໆ ຢ່າງ ແພງຂື້ນ ຢູ່ເລື້ອຍໆ, ໂດຍສະເພາະ, ເຂົ້າສານ ທີ່ເປັນ ອາຫານ ທີ່ຄົນລາວ ກິນຢູ່ທຸກມື້ ມີຣາຄາ ນັບມື້ ນັບສູງຂື້ນ ຊຶ່ງ ສາເຫດ ກ່ຽວກັບ ເຣື້ອງນີ້ ລາວເຫັນວ່າ ເປັນຍ້ອນ ເອກກະຊົນ ຈຳພວກ ນຶ່ງ ທີ່ກັກຕຸນ ຫຼື ຈຳກັດ, ງັດ ບໍ່ຂາຍ ສິນຄ້າ ອອກໄປ ດັ່ງທີ່ ລາວ ໄດ້ເວົ້າວ່າ:
”ແຕ່ວ່າ ໃນລາວເຮົາ ດຽວນີ້ ມີຄົນຊື້, ຊື້ແບບ ພວກຢາກເກັບໄວ້ ເອົາກຳໄລ, ບາງຄົນ ຊື້ແລ້ວ ກໍເກັບ ງັດໄວ້ຂາຍ. ສ່ວຍຫຼາຍ ແລ້ວ ມັນແມ່ນ ພວກຮັບສົ່ງ ສະບຽງ. ຂະເຈົ້າ ມີ ໂຮງສີໃຫຍ່ ແຕ່ກ່ອນ ມັນເປັນ ຂອງຣັຖ ແລ້ວຣັຖເຮັດ, ກໍຄຸ້ມຄອງ ມັນບໍ່ໄດ້. ມັນເປັນ ຣັຖວິສາຫະກິດ ມັນກໍ ຍຸບໄປ ໝົດແລ້ວ.”
ປະຊາຊົນ ຜູ້ກ່ຽວ ເວົ້າຕໍ່ໄປວ່າ ນັບຕັ້ງແຕ່ ປີ 2007 ຜູ້ຄົນ ຕ້ອງຊື້ ເຂົ້າສານ ໃນຣາຄາ ທີ່ແພງຂື້ນ ເລື້ອຍໆ. ຮອດ ປັດຈຸບັນ ນີ້ ຣາຄາ ເຂົ້າສານ ເຂົ້າໜຽວ ຕົກຢູ່ໃນ ລະຫວ່າງ 6,000 ຫາ 7,000 ກີບ/Kg. ສ່ວນເຂົ້າສານ, ເຂົ້າຈ້າວ, ຕົກຢູ່ໃນ ລະຫວ່າງ 8,000 ຫາ 9,000 ກີບ/Kg.
ສາເຫດນຶ່ງ ກໍແມ່ນວ່າ ຣັຖບານ ໄດ້ຍຸດຕິ ໂຄງການ ຣັຖວິສາຫະກິດ ໃນຫຼາຍໆ ຂົງເຂດ ໃຫ້ ເອກກະຊົນ ເຂົ້າມາ ເຮັດແທນ. ດຽວນີ້, ເອກກະຊົນ ເປັນຜູ້ຊື້ ເຂົ້າເປືອກ, ທັງເຂົ້າໜຽວ ແລະ ເຂົ້າຈ້າວ ຈາກ ພໍ່ໄຮ່ ພໍ່ນາ ຈາກ ຂົງເຂດ ຕ່າງໆ ໃນຣາຄາ ຮັບຊື້ ພຽງແຕ່ 2,000 ຫາ 3,000 ກີບ/Kg, ແລ້ວ ກໍເອົາມາ ດັດແປງ ປະສົມ ປະສານ ກ່ອນທີ່ຈະ ເອົາອອກ ໄປຂາຍຕໍ່ ຕາມຕລາດ ຕ່າງໆ. ດ້ວຍເຫດນີ້, ຈຶ່ງເຮັດໃຫ້ ພວກຂະເຈົ້າ ສາມາດ ຄວບຄຸມ ຣາຄາ ແລະ ຈຳນວນ ສິນຄ້າໄດ້.
ເຖິງຢ່າງໃດກໍຕາມ, ອາດມີ ການອ້າງວ່າ ສາເຫດ ທີ່ສຳຄັນ ຂອງ ບັນຫາ ດັ່ງກ່າວ ເປັນຍ້ອນວ່າ ຣາຄາເຂົ້າ ໃນຕລາດໂລກ ມີຣາຄາ ພຸ້ງສູງຂື້ນ; ແຕ່ຂໍ້ມູນ ຂອງກະຊວງ ກະສິກັມ ແລະ ປ່າໄມ້ ໄດ້ສະແດ ງໃຫ້ເຫັນວ່າ ໃນປີ 2007 ທົ່ວ ປະເທດສາມາດ ເກັບກ່ຽວເຂົ້າ ໄດ້ເຖິງ 2,710,000 ຕັນ ຊຶ່ງ ທາງການ ຢັ້ງຢືນວ່າ ຈຳນວນທີ່ ເກັບກ່ຽວໄດ້ ນີ້ ພຽງພໍ ສຳລັບລ້ຽງ ປະຊາຊົນ ພາຍໃນ ປະເທດໄດ້ ໂດຍ ບໍ່ຈຳເປັນ ຕ້ອງໄດ້ ໄປຊື້ເຂົ້າ ມາຈາກ ຕ່າງປະເທດ ແລະ ອີກອັນນຶ່ງ, ໃນລະຍະຜ່ານມາ ລາວ ກໍບໍ່ໄດ້ ສົ່ງເຂົ້າອອກ ຂາຍຕ່າງປະເທດ ພໍທໍ່ໃດ. ດັ່ງນັ້ນ, ພາວະ ເຂົ້າທີ່ແພງຂື້ນ ຈຶ່ງບໍ່ ສາມາດ ຈະອ້າງ ໄດ້ວ່າ ເກີດມາ ຈາກ ຄວາມປັ່ນປ່ວນ ຂອງ ຣາຄາເຂົ້າ ໃນ ຕລາດໂລກ ຫຼືວ່າ ຂໍ້ມູນຈາກ ກະຊວງ ກະສິກັມ ແລະ ປ່າໄມ້ ແມ່ນໂຕເລກ ທີ່ ເພີ່ມປະຣິມານຂື້ນ ໃຫ້ມັນງົດງາມ ເທົ່ານັ້ນ ແລະ ເຊື່ອຖື ບໍ່ໄດ້?