ເຂັ້ມງວດ ຄວບຄຸມ ຣາຄາ ສິນຄ້າ ອຸປໂພຄ ບໍຣິໂພຄ

ທາງກາຣລາວ ຈະໃຊ້ ມາຕກາຣ ຄວບຄຸມ ຣາຄາ ສິນຄ້າ ອຸປໂພຄ ບໍຣິໂພຄ ຢ່າງເຂັ້ມງວດ ແລະ ປັບໃໝ ຜູ້ສວຍໂອກາດ ຂື້ນຣາຄາ ສິນຄ້າ ຕາມກົດໝາຍ
ຫວາດ ສີມູນ ຣາຍງານ
2008.05.20

ເຈົ້າໜ້າທີ່ ກະຊວງ ອຸຕສາຫະກັມ ແລະ ກາຣຄ້າ ສປປລາວ ເປີດເຜີຽ ວ່າ: ໃນ ຣະຫວ່າງ 1 ເດືອນ ຜ່ານມາ ນີ້, ດັຊນີ ຣາຄາ ຜູ້ບໍຣິໂພຄ ຕາມຕົວເມືອງ ຕ່າງໆ ໃນລາວໄດ້ປັບຕົວ ສູງຂື້ນ ເກີນ ຣະດັບ 120%, ທຽບໃສ່ ໃນເດືອນກ່ອນ ໜ້ານີ້. ສາເຫຕ ສຳຄັນ ທີ່ເຮັດໃຫ້ ເກີດ ສະພາບກາຣ ດັ່ງກ່າວ ບໍ່ແມ່ນ ແຕ່ມາຈາກບັນຫາ ຣາຄາ ນ້ຳມັນ ໃນ ຕລາດໂລກ ແພງຂື້ນ ເທົ່ານັ້ນ, ຫາກຍັງມີ ປັຈຈັຍ ຈາກ ກາຣກັກຕຸນ ສິນຄ້າ ແລະ ກາຣຂື້ນຣາຄາ ສິນຄ້າ ຢ່າງ ບໍ່ສົມເຫຕ ສົມຜົລ ຂອງບັນດາ ພໍ່ຄ້າ ຄົນກາງ ໃນ ທົ່ວປະເທດລາວ ນຳດ້ວຍ.

ເພື່ອ ຊ່ວຍຫລຸດຜ່ອນ ດ້ານບັນຫາ ຜົລກະທົບ ຕໍ່ຣະດັບ ກາຣຄອງຊີພ ຂອງປະຊາຊົນລາວ ສ່ວນໃຫຍ່ ທັ້ງປະເທດ, ທາງຣັຖມົນຕຣີ ກະຊວງ ອຸຕສາຫະກັມ ແລະ ກາຣຄ້າລາວ ຈຶ່ງມີ ຄຳສັ່ງ ໄປເຖິງ ທຸກໜ່ວຍງານ ຂອງຣັຖບາລ ທີ່ກ່ຽວຂ້ອງທັ້ງສ່ວນກາງ ແລະ ທ້ອງຖິ່ນ ໃຫ້ຄວບຄຸມ ຣາຄາ ສິນຄ້າ ແລະ ດຳເນີນກາຣ ຕາມມາຕກາຣ ຕໍ່ ຜູ້ທີ່ສວຍໂອກາດ ຂຶ້ນຣາຄາ ສິນຄ້າ ຢ່າງເຂັ້ມງວດ, ດັ່ງ ເຈົ້າໜ້າທີ່ລາວ ໄດ້ກ່າວ ໃນຕອນໜື່ງ ວ່າ:

”ແນ່ນອນແລ້ວ ວ່າ ທຸກຄົນ ທີ່ດຳເນີນ ທຸຣະກິຈ ກໍຕ້ອງມີ ຜົນກຳໄຣ, ກໍຈຶ່ງ ດຳເນີນ ໄປໄດ້;ແຕ່ວ່າ ການໄດ້ ກຳໄຣນັ້ນ ຕ້ອງມີເຫດ ມີຜົນ ທີ່ວ່າ ບໍ່ໃຫ້ກະທົບຫລາຍ ຕໍ່ສັງຄົມ. ຂໍຣ້ອງ ເດັດຂາດ ບໍ່ໃຫ້ມີ ການກັກຕຸນເຂົ້າ ເພາະວ່າ ມັນເປັນ ຜົນກະທົບ ທີ່ບໍ່ດີ ໃນສັງຄົມ. ມັນຈະ ເຮັດໃຫ້ປັ່ນປ່ວນ ຢູ່ຕລາດ, ແລ້ວກໍມີ ຄວາມປັ່ນປ່ວນ ໃນ ສັງຄົມ. ກະແນະນອນແລ້ວ, ຖ້າທາງພາກຣັຖ ເຮົາເຫັນໄດ້ ໃນການກັກຕຸນ, ນັ້ນກະ ຈະໄດ້ ປະຕິບັດ ຕາມຣະບຽບ ກົດໝາຍ.”

ພ້ອມດຽວ ກັນນີ້, ທາງ ເຈົ້າໜ້າທີ່ລາວ ກໍຍອມຮັບວ່າ: ເປັນກາຣຍາກ ທີ່ສຸດ ທີ່ຈະໃຫ້ ສາມາດ ຄວບຄຸມ ຣາຄາ ສິນຄ້າ ໄດ້ຢ່າງແທ້ຈິງ, ເພາະ ນອກຈາກ ທີ່ວ່າ ບັນດາ ພໍ່ຄ້າ ບໍ່ຍອມ ຂາຍເຄື່ອງຂອງ ໃນຣາຄາ ທີ່ຂາດທຶນ ແລ້ວ, ຍັງປາກົດວ່າ ມີພນັກງານພັກ-ຣັຖ ຈຳນວນ ບໍ່ນ້ອຍ ທີ່ ພ້ອມຈະຮັບ ສິນບົນ ຈາກ ພວກພໍ່ຄ້າ ຫລາຍກວ່າ ກາຣທີ່ຈະຄວບຄຸມ ຣາຄາ ສິນຄ້າ, ດັ່ງຈະເຫັນໄດ້ ຈາກ ຣາຄາເຂົ້າໜຽວ ຕາມທ້ອງຕລາດ ມີ ຣາຄາ ສູງຂື້ນ ເກືອບເຖິງ 8,000 ກີບ/ກິໂລກຼາມແລະ ເຂົ້າຈ້າວ ກໍເພີ່ມ ສູງຂຶ້ນ ເຊັ່ນກັນ ເກືອບຮອດ ກິໂລລະ 10,000 ກີບ ແລ້ວໃນປັຈຈຸບັນນີ້.
EKW: ສິນຄ້າ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.