ຂ. ອຸດົມໄຊ ກຳລັງ ຮັບຜົນສະທ້ອນ ຈາກ ສິນຄ້າແພງ

ນ້ຳມັນ, ປຸ້ຍ, ຢາຂ້າແມງໄມ້, ສິນຄ້າ ທຸກສນິດ ແພງ ຜິດປົກກະຕິ
ຊີດນີ ຣາຍງານ
2008.05.01

ແຂວງອຸດົມໄຊ ກໍ່ເປັນ ແຂວງນຶ່ງ ທີ່ກຳລັງ ໄດ້ຮັບ ຜົລສະທ້ອນ ຈາກ ຣາຄາ ເຂົ້າສານ ແລະ ສີນຄ້າແພງ ໃນເວລານີ້, ເຮັດໃຫ້ ທາງການແຂວງ ເລັ່ງລັດ ໃນການ ຄວບຄຸມ ສຖານະການ. ແຂວງອຸດົມໄຊ ເປັນແຂວງນຶ່ງ ທີ່ກຳລັງມີ ການພັທນາ ໃນເຂດ ພາກເໜືອ ຂອງລາວ ໃນປັດຈຸບັນ; ແຕ່ ມາປະສົບ ກັບບັນຫາ ຣາຄາ ອາຫານ ການກິນ ແລະ ເຂົ້າແພງ ຜິດປົກກະຕິ ໃນຣະຍະ ເດືອນກວ່າໆ ມານີ້, ດັ່ງທ່ານ ຫຸ່ມແພງ ສຸດທິວົງ, ຫົວໜ້າ ຫ້ອງການ ການລົງທືນ ປະຈຳແຂວງດັ່ງກ່າວ ເວົ້າວ່າ:

“ມັນກໍ່ ຈະລຳບາກ ໄປກວ່າເກົ່າ ເພາະວ່າ ປະຊາຊົນ ໃນເມື່ອກ່ອນ ຣາຄາເຂົ້າ ກໍບໍ່ແພງ. ສນັ້ນ ຄຸນນະພາບ ຂອງຊີວິດ ປະຊາຊົນ ຈະລຸດລົງ. ຄາດວ່າ ຮອດຊ່ວງ ຣະດູຝົນ ເຂົ້າກິໂລນຶ່ງ ຈະຮອດ 1 ໂດລາ. ທາງພວກເຮົາ ກໍ່ກຳລັງ ປຶກສາ ຫາລື ກັນຢູ່ “

ທ່ານກ່າວ ເພີ່ມອີກວ່າ ຍ້ອນຕົ້ນທຶນ ທີ່ຈະມາໃຊ້ ໃນການຜລິດ ແພງ, ເຊັ່ນ ນ້ຳມັນ, ປຸ້ຍ ແລະ ຢາຂ້າແມງໄມ້ ຫລື ສັຕຣູພືດ ປະເພດຕ່າງໆ ຂື້ນຣາຄາ, ຈຶ່ງເຮັດໃຫ້ ຊາວນາ ຕ້ອງຂາຍເຂົ້າ ໃນຣາຄາ ກິໂລ ລະ 5,000 ກີບ ໃນເວລານີ້, ຈາກ 3,000 ກີບ ໃນຣະຍະ ທີ່ຜ່ານມາ. ນອກຈາກ ຣາຄາ ເຂົ້າແພງແລ້ວ, ຣາຄາ ສິນຄ້າ ປະເພດ ອື່ນໆ ກໍ່ແພງ ເໝືອນກັນ, ຈຶ່ງເຮັດໃຫ້ ທາງການແຂວງ ວາງຣະບຽບໃໝ່ ເພື່ອຄວບຄຸມ ສຖານະການ. ຣະບຽບໃໝ່ ສ່ວນຫລາຍ ກໍ່ແມ່ນ ການລົດພາສີ ນຳເຂົ້າ ສີນຄ້າ ແລະ ການຄວບຄຸມ ການຂື້ນຣາຄາ ສິນຄ້າ ປະເພດຕ່າງໆ.

ທ່ານກ່າວ ກ່ຽວກັບ ຄວາມສຳຄັນ ໃນການປູກເຂົ້າ ໃນອານາຄົດ ວ່າ:

“ຄິດວ່າ ໃນປີຊີ່ມາ ຄົນຈະເຫັນ ຄວາມສຳຄັນ ໃນການປູກເຂົ້າ ຫລາຍຂື້ນ ເພາະ ໃນຣະຍະ ຜ່ານມາ ຂະເຈົ້າ ເນັ້ນປູກພືດ ສີນຄ້າອື່ນໆ ເພາະວ່າ ມັນໃຫ້ ຣາຄາຫລາຍກວ່າ ແຕ່ເມື່ອ ມາເຫັນ ສພາບ ເຣື້ອງເຂົ້າ ມີບັນຫາ, ແນ່ນອນ ຄິດວ່າ ຄົນ ຈະໃຫ້ ຄວາມສຳຄັນ ໃນການປູກເຂົ້າ ຫລາຍກວ່າເກົ່າ”

ປັດຈຸບັນ ແຂວງອຸດົມໃຊ ມີພື້ນທີ່ ປູກເຂົ້ານາປີ ປະມານ 12,000 ເຮັກຕາ. ສ່ວນ ນາແຊງນັ້ນ ປະມານ 2,000 ເຮັກຕາ. ວ່າງປີ ທີ່ຜ່ານມາ ແຂວງດັ່ງກ່າວ ສາມາດຜລີດເຂົ້າ ໄດ້ປະມານ 70,000 ຕັນ; ແຕ່ຜລົຜລີດ ດັ່ງກ່າວ ຍັງບໍ່ສາມາດ ລ້ຽງປະຊາຊົນ ໃນແຂວງ ໃຫ້ກຸ້ມໄດ້ ເພາະຊາວກະສີກອນ ບາງຄົນ ເອົາພື້ນທີ່ ໄປປູກ ໝາກສາລີ, ແທນທີ່ ຈະປູກເຂົ້າ.



ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.