ທາງກາຣ ເຕືອນ ບໍ່ໃຫ້ ຂາຍເຂົ້າ ອອກ ຕ່າງປະເທດ
2008.05.13
ທາງ ກະຊວງ ອຸຕສາຫະກັມ ແລະ ກາຣຄ້າ ສປປລາວ ໄດ້ປະກາດ ແຈ້ງໄປຍັງພາຄສ່ວນ ກ່ຽວຂ້ອງ ໃນ ທົ່ວປະເທດ ໃຫ້ເອົາໃຈໃສ່ ເກັບກຳ ສະພາບ ກາຣຜລິຕແລະ ຈຳໜ່າຍເຂົ້າ ຢ່າງເຂັ້ມງວດ ເພື່ອເປັນ ກາຣປ້ອງກັນ ບັນຫາ ກາຣຂາດແຄນ ເຂົ້າກິນ ທີ່ອາຈຈະ ເກີດຂື້ນໄດ້ ໃນອະນາຄົຕ ເນື່ອງຈາກ ສະພາບ ກາຣຜລິຕເຂົ້າ ຢູ່ ປະເທດ ເພື່ອນບ້ານ ໃກ້ຄຽງ, ເຊັ່ນໄທຽ ແລະ ວຽດນາມ ຕົກຕໍ່າ ເຖິງຂັ້ນ ມີມາຕກາຣ ຫ້າມສົ່ງ ເຂົ້າສາຣ ອອກ, ເຊັ່ນກັນ.
ພ້ອມດຽວກັນນີ້, ດຣ. ນາມ ວິຍະເກດ, ຣັຖມົນຕຣີ ກະຊວງ ອຸຕສາຫະກັມ ແລະກາຣຄ້າ ກໍໄດ້ເນັ້ນ ໃຫ້ເກັບກຳ ແລະ ຄວບຄຸມ ຣາຄາເຂົ້າ ທຸກປະເພດ ທັງ ເຂົ້າເປືອກ ແລະ ເຂົ້າສານ, ຈະເປັນ ເຂົ້າຈ້າວ ຫລື ເຂົ້າໜຽວ ກໍຕາມ ໃນ ທ້ອງຕລາດ ຂອງ ແຕ່ລະ ທ້ອງຖິ່ນ ໃນທົ່ວປະເທດ ໃຫ້ໄດ້ ຢ່າງລະອຽດ, ພ້ອມທັງທຸກພາຄສ່ວນ ທັ້ງຜູ້ຜລິຕ ແລະ ບັນດາ ພໍ່ຄ້າ ຊາວຂາຍ ໃຫ້ເອົາໃຈໃສ່ ຊ່ວຍກັນ ແລະ ຫ້າມ ບໍ່ໃຫ້ ສວຍໂອກາດ ເວລາ ມີສະພາບກາຣ ປັ່ນປ່ວນ ດັ່ງກ່າວ ກັກຕຸນເຂົ້າ ຫລື ກົ່ງຣາຄາ ຢ່າງເດັດຂາດ.
ເຖີງຢ່າງໃດ ກໍຕາມ, ສິນຄ້າ ຫລາຍປະເພດ ກໍມີ ກາຣຂື້ນຣາຄາ ໂດຽສະເພາະ ປະເພດ ເຂົ້າສານ ທີ່ ທະວີ ສູງຂຶ້ນ ເຊັ່ນກັນ ດັ່ງຕົວຢ່າງ: ເຂົ້າສານໜຽວ ໄດ້ ເພີ່ມຂື້ນ ຈາກ 5,000 ກີບ ມາເປັນ 6,000 - 7,000 ກີບ ຕໍ່ກິໂລ. ສ່ວນເຂົ້າຈ້າວ ກໍເພີ່ມຂຶ້ນ ຈາກ ກິໂລລະ 6,000 ກີບ ມາເປັນ 8,000 – 9,000 ກີບ ໃນປັຈຈຸບັນນີ້.