ພວກທີ່ ບໍາບັດ ໄປແລ້ວ ຍັງກັບມາສູບຝິ່ນ ຢູ່
2008.09.29
ນອກຈາກ ບັນຫາ ການລັກປູກຝິ່ນ ທີ່ເກີດມີ ຢູ່ເລື້ອຍໆ ກໍຍັງມີບັນຫາ ຊາວບ້ານ ທີ່ໄດ້ຮັບ ການບໍາບັດ ຈາກການຕິດຝິ່ນ ໄປແລ້ວ ແຕ່ກັບ ຕິດຝິ່ນຄືນອີກ ຊຶ່ງຖືເປັນ ບັນຫາສໍາຄັນ ອັນນຶ່ງ ທີ່ຈະຕ້ອງ ໄດ້ຮັບການແກ້ໄຂ ໂດຍດ່ວນ ຫາກຈະຕັດ ບັນຫາຝິ່ນ ໃຫ້ໝົດໄປ.
ທ່ານ ບຸນໂຮມ ເທດທານີ ຫົວໜ້າຫ້ອງການ ຕ້ານຢາເສບຕິດ ແຂວງ ຊຽງຂວາງ ກ່າວວ່າ:
“ໂຕນີ້ ກໍມີ 50 ສ່ວນຮ້ອຍ ຈໍານວນ ທີ່ເຮົາໄດ້ບໍາບັດ ໄປແລ້ວ ກັບຄືນ ມາກິນອີກ ຖືວ່າ ການບໍາບັດ ມັນກໍ ຍຸ້ງຍາກ ເພາະເຮົາ ບໍ່ມີສູນ ທຶນທີ່ເຮົາ ໄດ້ຮັບ ຂະເຈົ້າ ກໍບໍ່ໃຫ້ຈໍານວນ ທີ່ກິນຄືນ ຈະບໍ່ມີທຶນບໍາບັດໃຫ້ ສະເພາະ ຈະບໍາບັດ ແຕ່ຈໍານວນ ທີ່ຍັງບໍ່ທັນ ໄດ້ບໍາບັດ ຈັກເທື່ອ.”
ທ່ານ ບຸນໂຮມ ໄດ້ກ່າວຕື່ມ ອີກວ່າ ທີ່ຜ່ານມາ ທາງການ ກ່ຽວຂ້ອງ ສາມາດ ປິ່ນປົວ ຜູ້ຕິດຝິ່ນ ພາຍໃນແຂວງ ໄດ້ຫລາຍພໍສົມຄວນ ຊຶ່ງເວລານີ້ ມີຜູ້ລໍຖ້າ ການບໍາບັດ ຮັກສາ ປະມານ 1,000 ກວ່າຄົນ ທໍ່ນັ້ນ ແຕ່ກໍຍັງມີ ຊາວບ້ານ ຈໍານວນ ບໍ່ໜ້ອຍ ໂດຍສະເພາະ ຜູ້ມີອາຍຸ ຈະຫວນ ກັບມາ ຕິດຄືນ ໃໝ່ອີກ ຍ້ອນຄວາມເຄີຍຊິນ ແລະ ຂາດງົບປະມານ ທີ່ຈະໄປ ຕິດຕາມ ແລະ ກວດກາ ປິ່ນປົວ ສຸຂພາບ ພວກຂະເຈົ້າ ຢ່າງຕໍ່ເນື່ອງ.
ທ່ານເວົ້າ ອີກວ່າ ທຶນທີ່ ໄດ້ຮັບ ຈາກພາຍນອກ ແມ່ນໃຊ້ສໍາລັບ ປິ່ນປົວ ຜູ້ທີ່ ຕິດໃໝ່ ທໍ່ນັ້ນ ແລະ ການປິ່ນປົວ ກໍມັກໃຊ້ ສຸຂສາລາ ຫລື ນາຍໝໍ ເຄື່ອນທີ່ ຊຶ່ງຈະຊ່ອຍ ບໍ່ໄດ້ຢ່າງທົ່ວເຖິງ ດັ່ງນັ້ນ ທາງແຂວງ ກໍກໍາລັງ ຊອກຫາ ງົບປະມານ ເພື່ອມາສ້າງຕັ້ງ ສູນບໍາບັດ ແລະ ຟື້ນຟູ ຜູ້ທີ່ຕິດຝິ່ນຂື້ນ ເພື່ອໃຫ້ການຊ່ອຍເຫລືອ ໄດ້ປະສິດທິພາບ ກວ່າເກົ່າ.
ເຖິງຢ່າງໃດກໍດີ ນອກຈາກ ການແກ້ໄຂ ບັນຫາ ການກັບຫວນ ມາກິນຝິ່ນ ຄືນອີກ ແລະ ການກວດກາການລັກປູກຝິ່ນຄືນ ທາງການ ຍັງຕ້ອງໄດ້ ຊອກວິຊາຊີບອື່ນ ໃຫ້ແກ່ ພວກທີ່ເຄີຍປູກຝິ່ນນີ້ອີກ ເພາະເມື່ອ ເລີກປູກຝິ່ນແລ້ວ ພວກຂະເຈົ້າ ຕ້ອງໄດ້ ຫາການຜລິດ ຢ່າງອື່ນທົດແທນ.