ພໍ່ແມ່ ເສັຍໃຈທີ່ລູກ ຕົກເປັນຜູ້ ຕ້ອງຫາ

ພໍ່ແມ່ຂອງນາງ Samantha Orobator ເສັຍໃຈທີ່ລູກ ຂອງພວກເຂົາ ຕົກເປັນຜູ້ຕ້ອງຫາ ຄະດີຄ້າ ຢາເສບຕິດ ຢູ່ລາວ.
ອາວະຣີ
2009.05.11

ນາງ Jane Orobator ຜູ້ເປັນແມ່ ເວົ້າວ່າ ຖ້າລູກຂອງເຂົາ ລັກລອບຄ້າ ຢາເສບຕິດ ຢູ່ລາວແທ້ ນາງຈະບໍ່ຍອມ ໃຫ້ອະພັຍແກ່ ລູກສາວ ຢ່າງເດັດຂາດ ເພາະນາງ ເອງພ້ອມກັບລູກ ຮູ້ດີວ່າ ຢາເສບຕິດ ເປັນອັນຕະຣາຍ ມັນສາມາດ ທຳລາຍຄອບຄົວ ຊີວິດຂອງ ຜູ້ຕິດແລະຜູ້ຄ້າ.

ແມ່ຂອງນາງ Samantha Orobator ເວົ້າອີກວ່າ ຖ້າລູກສາວ ຜູ້ນີ້ມີປະຫວັດ ເຄີຍຄ້າຫລືເຄີຍ ເສບຢາເສບຕິດ ມາກ່ອນນາງ ກໍພໍເຂົ້າໃຈ ແຕ່ນາງ Samantha ບໍ່ເຄີຍຖືກຈັບ ຫລືບໍ່ເຄີຍຖືກ ຕ້ອງຫາ ໃນຄະດີ ຢາເສບຕິດ ຈັກເທື່ອ.

ຈົນເຖິງ ປັດຈຸບັນ ນາງກໍຍັງ ບໍ່ເຊື່ອວ່າ ລູກສາວຂອງນາງ ເປັນຜູ້ ພະຍາຍາມ ລັກລອບ ເຮໂຣອິນ 680 ກຣາມ ອອກຈາກ ປະເທດລາວ; ນາງ Samantha ອາດຈະຖືກ ບັງຄັບໃຫ້ຖື ຫລືຊຸກເຊື່ອງ ຢາເສບຕິດ ໄວ້ເທົ່ານັ້ນ. ນາງ Jane Orobator ອະທິບາຍ ຕື່ມວ່າ ນາງພາລູກທັງໝົດ ອົພຍົບອອກ ຈາກປະເທດ Nigeria ມາຢູ່ອັງກິດ ກໍເພື່ອຫລົບໜີ ຈາກເສິກສົງຄາມ ແລະ ເພື່ອລູກຈະມີ ອານາຄົດ ອັນແຈ່ມໃສ; ແຕ່ບັດນີ້ ຍິ່ງຮ້າຍ ນາງ Samantha ຊ້ຳພັດຖືກ ຕູ່ຫາຄະດີ ທີ່ຮ້າຍແຮງ ຢູ່ລາວ.

ຜູ້ເປັນແມ່ເວົ້າ ອີກວ່ານາງຢາກ ພົບຢາກເຫັນລູກ ແຕ່ບໍ່ມີເງິນ ພໍທີ່ຈະເດີນ ທາງໄປ ປະເທດລາວໄດ້ ນາງມີແຕ່ຄວາມ ຄິດຮອດຄິດເຖິງ ແລະຢາກຊ່ວຍເຫລືອ ຢ່າງເຕັມທີ່.

ສ່ວນ ນາຍ Edwin Orobator ຜູ້ເປັນພໍ່ ຊຶ່ງປັດຈຸບັນ ຢູ່ປະເທດ Nigeria ໃນອາຟຣິກກາ ພຽງແຕ່ຈົ່ມວ່າ ເຂົາເສັຍໃຈຫລາຍ ແລະກໍສຸດປັນຍາ ບໍ່ຮູ້ວ່າຈະຊ່ວຍ ລູກສາວໄດ້ ແນວໃດ.

ເມື່ອສັປດາທີ່ ຜ່ານມາ ທາງການລາວໄດ້ ເລື່ອນເວລາ ດຳເນີນຄະດີ ນາງ Samantha Orobator ມາໃສ່ ສັປດານີ້ ທີ່ນະຄອນຫລວງ ວຽງຈັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.