ຂ. ຫລວງພຣະບາງ ຊຸກຍູ້ ປະຊາຊົນ ໃຫ້ເຊົາ ເຣື້ອງຢາຝິ່ນ
2008.05.16
ແຂວງຫລວງພຣະບາງ ກຳລັງ ຊັກຊວນ ປະຊາຊົນ ຜູ້ທີ່ ຫັນມາ ປູກຝິ່ນໃໝ່ ໃຫ້ຢຸດຕິ ການປູກຝິ່ນ ແລະ ນຳຝິ່ນ ທີ່ມີນັ້ນ ມາໃຫ້ ເຈົ້າໜ້າທີ່. ທາງການ ຈະບໍ່ມີການລົງໂທດ ໃດໆ ທັງສິ້ນ; ແຕ່ ຖ້າມີ ການຝ່າຝືນ ໃນເວລາ ທີ່ກຳນົດໃຫ້, ຈະມີ ການເອົາເຣື້ອງ ທາງດ້ານກົດຫມາຍ ຢ່າງແນ່ນອນ, ໂດຍບໍ່ມີ ການຍົກເວັ້ນ. ດັ່ງເຈົ້າຫນ້າທີ່ ຄວບຄຸມ ຢາເສບຕິດ ປະຈຳແຂວງ ທ່ານນຶ່ງ ເວົ້າວ່າ:
”ເຂົາເອີ້ນວ່າ ຢູ່ໃນເບື້ອງຕົ້ນ, ເຮາຣະດົມ ແບບ ລັກຊນະ ຂົນຂວາຍ ຜູ້ທີ່ມີ ແກ່ນ,ໃຫ້ເອົາຖິ້ມ. ຜູ້ທີ່ມີຝີ່ນ ໃຫ້ເອົາ ມາມອບ, ເພາະວ່າ ວັນທີ 26 ເດືອນ 6 ເຮົາຈະຈູດ, ຂົນຕົ້ນ, ສືກສາ ອົບຮົມ. ຜູ້ໃດມີ ໃຫ້ເອົາມາ. ເຮົາບອກວ່າ ໃຫ້ເຈົ້າ ມາຍອມສາ. ຄັນວ່າ ເພິ່ນຈັບໄດ້ ໄລ່ທັນ, ເຈົ້າຈະເສັຽເງິນ ເພາະກົດໝາຍ ມັນຈະອອກແລ້ວ”
ທ່ານ ກ່າວເພີ່ມອີກວ່າ, ທາງການແຂວງ ພຍາຍາມ ສືບຕໍ່ ນະໂຍບາຍ ຣັຖບານ ໃນແຜນການ ການລົບລ້າງ ການປູກຝິ່ນ ໃຫ້ໝົດໄປ ໃນລາວ. ຈະເປັນ ກໍຣະນີໃດ ກໍຕາມ, ບໍ່ວ່າ ຈະເປັນ ການປູກ, ການຂາຍ ແລະ ການເສບ ກໍ່ຈະ ຖືກຫ້າມ ທັງນັ້ນ. ແຕ່ ໃນບາງພື້ນທີ່ ກໍ່ຍັງມີ ປະຊາຊົນ ລັກລອບ ຫັນມາ ປູກຝິ່ນ ອີກໃໝ່ຢູ່ ໃນເວລານີ້, ໂດຍສເພາະ, ໃນເຂດຊົນເຜົ່າ ທີ່ສອກຫລີກ ແລະຫ່າງໄກ. ສ່ວນຫລາຍ ຈະເປັນ ເຜົ່າລາວສູງ ກໍ່ຍັງມີ ການປູກຝິ່ນຢູ່, ທາງການ ຈຶ່ງໄດ້ ວາງແຜນ ອະນຸໂລມ ໂທດ ໃຫ້ແກ່ ພວກຂະເຈົ້າ ດ້ວຍ ການສິດສອນ ອົບຣົມ. ຖ້າເຂົາ ນຳ ຢາຝິ່ນ ທີ່ເຂົ້າປູກນັ້ນ ມາມອບ ໃຫ້ທາງການ ແລະ ຢຸດຕິ ການປູກຝິ່ນ ກ່ອນ ຈະຮອດ ວັນທີ່ 26 ເດືອນ ມີຖຸນາ, ເພາະເປັນ ວັນ ຕ້ານຢາເສບຕິດສາກົນ. ເມື່ອ ຮອດ ວັນນັ້ນ, ທາງການ ຈະທຳ ການປາບປາມ ເປັນການໃຫຍ່. ຖ້າຜູ້ໃດ ຖືກຈັບໄດ້ ໃນເວລານັ້ນ, ກໍ່ຈະ ຖືກລົງໂທດ ຕາມກົດໝາຍ ບ້ານເມືອງ.
ແຂວງ ຫລວງພຣະບາງ ຍັງພື້ນທີ່ ການປູກຝິ່ນ ທີ່ຈະຕ້ອງ ທຳລາຍ ປະມານ 94 ເຮັກຕາ. ໃນເວລານີ້ ສ່ວນໃຫຍ່ ຢູ່ໃນເຂດ ເມືອງງອຍ, ເມືອງວຽງຄຳ. ນອກຈາກນັ້ນ, ກໍຍັງມີ ຊາວບ້ານ ກວ່າ 1,200 ຄົນ ອີກ ທີ່ ຕ້ອງການ ການບຳບັດ ແລະຮັກສາ ຍອ້ນຕິດຝິ່ນ; ແຕ່ທີ່ສຳຄັນ ກໍ່ແມ່ນວ່າ ມີ ຊາວບ້ານ ກວ່າ 8,000 ຄອບຄົວ ເຊົາ ການປູກຝິ່ນ ເລີຍ. ຣັຖບານ ກໍ່ຍັງ ບໍ່ມີ ໂຄງການ ປູກພືດ ທົດແທນ ໃຫ້ແກ່ພວກຂະເຈົ້າ ເທື່ອ.