ຖືກຈັບ ເພາະຮັບສິນບົນ ເຄື່ອນຍ້າຍ ຢາບ້າ
2008.05.21
ຜູ້ຈັດການ ອ໊ອນລາຍ ສະບັບ ວັນທີ 20 ພຶດສະພາ ຣາຍງານວ່າ: ນາຍ ພົນຕໍາຣວດໂທ ເກສອນ ມຸທາພອນ, ຫົວໜ້າ ຊຸດສະເພາະກິດຕໍາຣວດ ພູທອນ ແຂວງໜອງຄາຍ, ພ້ອມດ້ວຍ ທ່ານ ຜະເດີມເດດ ມັ່ງຄັ້ງ, ຫົວໜ້າ ຝ່າຍຄວບຄຸມ ພາສີອາກອນ ດ່ານໜອງຄາຍ, ຮ່ວມກັນ ຈັບກຸມ ທ້າວ ຫລ້າສຸດໃຈ ຈະເຣີນສຸກ, ອາຍຸ 38 ປີ ຄົນ ບ້ານວັງຊາຍ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ, ພ້ອມຂອງກາງ ຢາບ້າ 3,320 ເມັດ.
ການຈັບກຸມຕົວ ທ້າວ ຫລ້າສຸດໃຈ ມີຂຶ້ນ ທີ່ ສະຖານີ ຂົນສົ່ງ ໜອງຄາຍ ຂະນະທີ່ ຣົດໂດຍສານ ໜອງຄາຍ - ນະຄອນຫລວງ ວຽງຈັນ ເຂົ້າຈອດ. ທ້າວ ຫລ້າສຸດໃຈ ເດີນລົງ ຈາກຣົດ ພ້ອມ ຖືກະເປົາ ເດີນທາງ ຂນາດນ້ອຍ ສີນໍ້າຕານຫລຽວຊ້າຍ ຫລຽວຂວາ ຕລອດເວລາ. ເຫັນວ່າ ມີທ່າທາງ ມີພິຣຸດ, ເຈົ້າໜ້າທີ່ ຈຶ່ງຂໍອະນຸຍາດ ກວດຄົ້ນ, ປະກົດວ່າ ພາຍໃນ ກະເປົາ ພົບ ກະປ໋ອງແປ້ງ ເດັກ ຂນາດໃຫຍ່ 1 ກະປ໋ອງ. ພາຍໃນ ເຊື່ອງຊ້ອນ ຢາບ້າ ໃນຖົງຢາງ plastic ສີຂາວ ພັນທັບ ດ້ວຍ ຖົງຢາງ ອະນາໄມ ອີກ 1 ຊັ້ນ, ມີຢາບ້າ ທັງໝົດ 3,320 ເມັດ.
ຈາກ ການສອບສວນ, ທ້າວ ຫລ້າສຸດໃຈ ໃຫ້ ການຮັບສາຣະພາບ ວ່າ ມີ ຊາຍຊາວໄທ ບໍ່ຊາບຊື່ ຄົນນຶ່ງ ວ່າຈ້າງ ໃຫ້ຕົນ ຖືກະເປົາ ເດີນທາງ ໜ່ວຍດັ່ງກ່າວ ມາໃຫ້ ແລະ ໃຫ້ເງິນ 6,000 ບາດ ໂດຍ ໃຫ້ຕົນ ຂຶ້ນ ຣົດໂດຍສານ ຣະຫວ່າງໜອງຄາຍ - ນະຄອນຫລວງ ວຽງຈັນ. ເມື່ອ ຣົດມາເຖິງ ສະຖານີ ຂົນສົ່ງ ໜອງຄາຍ ແລ້ວ, ຊາຍຄົນດັ່ງກ່າວ ຈະມາຮັບ ກະເປົາເອງ, ຕົນຈຶ່ງ ຕົກລົງຮັບຈ້າງ ໂດຍທີ່ ຊາບຢູ່ວ່າ ພາຍໃນ ກະເປົາ ມີ ຢາບ້າ ຊ້ອນຢູ່; ແຕ່ ບໍ່ຄິດວ່າ ຈະມີ ຈໍານວນ ຫລາຍ ຂນາດນີ້.
ຈາກນັ້ນ, ເຈົ້າໜ້າທີ່ ໄດ້ຄວບຄຸມຕົວ ຜູ້ຕ້ອງຫາ ພ້ອມຂອງກາງ ສົ່ງ ພະນັກງານສອບສວນ ເມືອງໜອງຄາຍ ດໍາເນີນ ຄະດີ ຕາມກົດໝາຍ ຕໍ່ໄປ.
ຄວາມເວົ້າຊອກຫາຂໍ້ມູນ: ຢາເສບຕິດ