ແມ່ ມາລາວ ຟັງຄະດີ ລູກສາວ

ຜູ້ເປັນແມ່ ຂອງຍີງອັງກິດ ທີ່ຖືພາມານ ລໍຖືກນໍາຕົວ ຂຶ້ນສາລພິຈາຣະນາ ຄະດີ ຢາເສບຕິດ ອອກເດີນທາງ ມາພົບລູກສາວ ທີ່ປະເທດລາວ ວັນທີ 12 ພຶສພາ ນີ້
ມະນີຈັນ
2009.05.12

ນາງ Jane Orobator ອອກເດີນທາງຈາກ ປະເທດອັງກິດ ໃນວັນທີ 12 ພຶສພາ ນີ້ເພື່ອມາພົບ ນາງສະແມນຕາ ຜູ້ເປັນລູກສາວ ທີ່ຖືກຂັງຄຸກ ຢູ່ລາວ ເພື່ອລໍຖ້າ ຂຶ້ນສານ ໃນຄະດີ ພະຍາຍາມ ລັກລອບນໍາ ຢາເສບຕິດ heroin ອອກຈາກ ປະເທດລາວ 680 ກຣາມ ຊຶ່ງເປັນຈໍານວນ ຫລາຍພໍທີ່ຈະ ຖືກຕັດສີນໂທດ ປະຫານ ຊີວິດ ຕາມກົດໝາຍ ຂອງລາວ ຕາມຣາຍງານຂ່າວ Irish Examiner.

ນາງສະແມນຕາ ຊຶ່ງຜູ້ເປັນແມ່ ອາໃສຢູ່ເຂດ Dublin ປະເທດອັງກິດ ກັບນ້ອງສາວອີກ 3 ຄົນນັ້ນຈະຖືກ ພິຈາຣະນາ ຄະດີ ເປັນເທື່ອທໍາອິດ ຢູ່ລາວ ແລະນາງອາຈ ພົ້ນໂທດ ປະຫານຊີວິດ ຖ້າສານຫາກ ຕັດສີນວ່ານາງ ມີຄວາມຜິດຈິງ ຍ້ອນນາງຖືພາ ຄາທ້ອງ ຊຶ່ງຫລາຍຄົນ ເຊື່ອວ່ານາງ ຖືກຂົ່ມຂືນ ໃນຣະຫວ່າງ ຖືກຂັງຄຸກຢູ່ ໂພນຕ້ອງໃນ ນະຄອນຫລວງ ວຽງຈັນ. ຄ່າປີ້ຍົນ ສໍາລັບຜູ້ ເປັນແມ່ນັ້ນ ໝູ່ຄູ່ເປັນຜູ້ ຊື້ໃຫ້ພ້ອມທັງ ຈະດູແລລູກໆ ທັງສາມ ຖ້ານາງ ໃນຣະຫວ່າງທີ່ ນາງໄປລາວແລະ ລໍຖ້າຂຶ້ນສານ ກັບລູກສາວ. ແຕ່ເຖິງແນວໃດ ກໍຍັງບໍ່ເປັນ ທີ່ຈະແຈ້ງເທື່ອ ວ່ານາງຈະໄດ້ ຮັບອະນຸຍາດ ໃຫ້ເຂົ້າໄປນັ່ງ ໃຫ້ກໍາລັງໃຈ ລູກສາວຢູ່ສານ ຟັງການ ພິຈາຣະນາ ຄະດີ ແຕ່ຕົ້ນຈົນຈົບ ຫລືບໍ່.

Anna Morris ຜູ້ຊຽວຊານດ້ານ ກົດໝາຍ ຈາກອົງການ Repreive  ຊຶ່ງມີກໍານົດ ພົບກັບ ນາງ ສະແມນຕາ ເມື່ອວັນຈັນ ຜ່ານມາແຕ່ 30 ນາທີ ກ່ອນການພົບນັ້ນ ກໍຖືກໃຫ້ເລື່ອນ ມາໃສ່ມື້ ວັນອັງຄານ ນີ້.

ນາງສະແມນຕາ ໂອໂຣບາຕໍຣ ຖືກຂັງຄຸກຢູ່ ລາວ ແຕ່ເດືອນ 8 ປີກາຍ ແລະເວລານີ້ ນາງມີທ້ອງໄດ້ 5 ເດືອນແລ້ວ ແລະກໍຫາມີ ທະນາຍຄວາມ ເມື່ອວັນພຣະຫັດ ແລະໄດ້ພົບກັບ ທະນາຍຄວາມ ໃນມື້ຕໍ່ມາ.

ຂ່າວ Irish Examiner ຣາຍງານຕື່ມວ່າ  ຢູ່ທີ່ຣັຖສະພາ House of Commons ໃນກຸງລອນດອນ ພັກຝ່າຍ ເພື່ອການລົບລ້າງ ໂທດປະຫານ ຊີວິດ ມີກໍານົດ ເປີດປະຊຸມ ເພື່ອພິຈາຣະນາ ກໍຣະນີ ກ່ຽວພັນກັບ ຄະດີ ນາງສະແມນຕາ ໃນວັນທີ 12 ພຶສພາ ນີ້ຊຶ່ງນາງ Orobator ຮູ້ສຶກດີໃຈ ແລະ ເປັນບູນເປັນຄຸນ ໃນຄວາມ ພະຍາຍາມ ຊ່ວຍເຫລືອນາງ ຂອງທາງການ ອັງກິດ ແລະປະຊາຊົນ ໃນອັງກິດດ້ວຍ.

ແຕ່ເຖິງແນວໃດ ນາງ ໂອໂຣບາຕໍຣ ກໍຍັງມີຄວາມ ກັງວົນຫລາຍ ກ່ຽວກັບລູກ ໃນທ້ອງຂອງ ນາງ ສະແມນຕາ ຊຶ່ງກໍເຊັ່ນ ດຽວກັນກັບຄົນ ອຶ່ນ ເພາະເດັກໃນທ້ອງ ບໍ່ໄດ້ກະທໍາ ຄວາມຜິດໃດໆ ເລີຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.