ຢາແກ້ ໄຂ້ປ່າ ປອມ ກຳລັງ ຣະບາດ ຢູ່ ສປປ.ລາວ

ຢາ ຮັກສາ ພະຍາດ ໄຂ້ປ່າ ມາລາເຮັຽ ປອມ ກຳລັງ ຣະບາດ ຢູ່ ສປປ.ລາວ
ໄມໂຊລີ ຣາຍງານ
2008.05.20

ອີງຕາມ ຄຳເປີດເຜີຍ ຂອງ ເຈົ້າໜ້າທີ່ ກ່ຽວຂ້ອງ ຈາກ ອົງການ ອະນາໄມໂລກ (WHO) ຂອງໄທ ທ່ານນຶ່ງ ເວົ້າວ່າ ປະຈຸບັນນີ້ ຢາ ແກ້ໄຂ້ ມາລາເຮັຽ ປອມ ກຳລັງ ມີຂາຍ ຢູ່ຕາມຮ້ານຂາຍຢາ ທົ່ວໄປ ໃນສ ປປ.ລາວ ຢ່າງຫຼວງຫຼາຍ, ດັ່ງ ທ່ານ ຊີ້ແຈງ ວ່າ:

ທ່ານ ເວົ້າວ່າ: “ບັນຫາ ຢາໄຂ້ ມາລາເຮັຽ ປອມ ໃນ ລາວ ກຳລັງ ເປັນ ບັນຫາໃຫຍ່. ຢາສ່ວນນີ້ ແມ່ນ ນຳເຂົ້າ ຈາກ ຈີນ, ມີຂາຍ ຢູ່ຕາມ ຮ້ານຂາຍຢາ ທັງໃນ ຕົວເມືອງ ແລະ ຊົນນະບົດ. ຈະມີໝໍເຖື່ອນ ຂີ່ຣົຖຈັກ ນຳໄປສົ່ງ ໃຫ້ເຖິງທີ່.”

ເຈົ້າໜ້າທີ່ ທ່ານ ນີ້ ເວົ້າວ່າ ສຳລັບ ຢາແທ້ນັ້ນ ແມ່ນ ເຮັດຈາກ ສມຸນໄພ ຊຶ່ງຕ້ອງໃຊ້ ເວລາເຖິງ 6 ເດືອນ ຈຶ່ງສາມາດ ສກັດ ເປັນຢາໄດ້; ແຕ່ມີ ຈຳນວນ ຄົນໄຂ້ ທີ່ຕ້ອງການ ຢາຮັກສາ ໄຂ້ມາລາເຮັຽ ນັ້ນ ມີ ຈຳນວນ ຫຼາຍ ເຮັດໃຫ້ ຜລິດນຳ ບໍ່ທັນ ຈຶ່ງເປັນ ສາຍເຫດ ໃຫ້ ກຸ່ມພໍ່ຄ້າ ສວຍໂອກາດ ຜລິດ ຢາປອມ ຂຶ້ນມາ ເພື່ອ ຜົນກຳໄຣ, ຊຶ່ງປະຈຸບັນນີ້ ທາງການ ອະນາໄມໂລກ ກຳລັງ ຫາວິທີ ແກ້ໄຂ ບັນຫາ ການຜລິດ ຢາປອມ; ແຕ່ກໍ ບໍ່ໄດ້ຜົນ  ເທົ່າທີ່ຄວນ, ດັ່ງ ເຈົ້າໜ້າທີ່ ຜູ້ດຽວກັນນີ້ ກ່າວວ່າ:

ທ່ານ ເວົ້າວ່າ: ”ບັນຫານີ້ ຖືວ່າ ເປັນບັນຫາໃຫຍ່ ເພາະຫາ ວິທີແກ້ໄຂ ຍາກ. ເພາະເປັນ ຊາຍແດນ ຕິດຕໍ່ກັນ ຫຼາຍປະເທດ ແລະ ຫຼາຍພັນ ກິໂລແມັດ ພຽງແຕ່ວ່າ ປະຈຸບັນນີ້ ມີການກວດ ຢູ່ ຕາມຊາຍແດນ ບ່ອນທີ່ມີ ດ່ານເທົ່ານັ້ນ.”

ເມື່ອກ່າວເຖິງ ຜົນຂອງການໃຊ້ ຢາມາລາເຮັຽ ປອມ ນັ້ນ, ເຈົ້າໜ້າທີ່ ທ່ານ ນີ້ ເວົ້າວ່າ ຈະສົ່ງ ຜົນຮ້າຍ ໃຫ້ກັບປະຊາຊົນ ທີ່ຊື້ມາບໍຣິໂພກ ເພາະນອກຈາກ ຈະບໍ່ຊ່ວຍ ໃຫ້ອາການທຸເລົາລົງ ແລ້ວ, ຍັງສົ່ງຜົນ ໃຫ້ໄຂ້ມາລາເຣັຽ ຂຶ້ນສມອງ ນຳອີກ ແລະ ເຖິງຂັ້ນ ເສັຽຊີວິດ  ໄດ້. ໂດຍສະເພາະ ປະຊາຊົນ ທີ່ຢູ່ ໃນເຂດຫ່າງໄກ ຄວາມຈະເລີນ ເພາະ ພວກເຂົາເຈົ້າ ຍັງຂາດ ຄວາມຮູ້ ໃນດ້ານ ການສາທາຣະນະສຸກ ນັ້ນເອງ.
ຄວາມເວົ້າຊອກຫາຂໍ້ມູນ: ຢາເສບຕິດ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.