ຍາກ ທີ່ຈະກໍາຈັດ ພວກຄ້າ ຢາເສບຕິດ ແລະ ການປູກຢາຝິ່ນ

ທາງອົງການ UNODC ຊີ້ແຈງ ເຖີງອຸປສັກ ໃນການຈັບກຸມ ກຸ່ມຄົນຮ້າຍ ທີ່ຍັງມີ ການລັກລອບ ຂົນສົ່ງແລະ ຂາຍ ຢາເສບຕິດ.
ໄມໂຊລີ ຣາຍງານ
2008.07.02
ເຈົ້າໜ້າທີ່ ອົງການ ສະຫະ ປະຊາຊາດ ຕ້ານຢາເສບຕິດ ແລະ ອາຊຍາກັມ ກ່າວເຖີງ ອຸປສັກ ໃນການຈັກກຸມ ກຸ່ມພໍ່ຄ້າ ຫລື ຜູ້ລັກລອບ ຂົນສົ່ງ ຢາເສບຕິດ ທີ່ຍັງເປັນ ບັນຫາໃນທຸກມື້ນີ້ ວ່າ:

ກຸ່ມເປົ້າ ເປັນບອລລູນ ທີ່ວ່າ ກຳຈັດເຂໃດແລ້ວ ຈະອອກໄປ ເຂຕອື່ນ ອັນນີ້ ມັນເປັນ ລັກສະນະ Network ຂອງອາຊຍາກັມ ຂ້າມຊາຕ ທີ່ພໍ່ຄ້າ ຕ່າງໆ ເຂົາໃຊ້ ຜົນປະໂຍດ ຈາກຕົວນີ້ ຖ້າວ່າ ຄວບຄຸມເຄັ່ງຄັດ ມັນກໍຈະໄປເສັ້ນທາງອື່ນເພື່ອລຳລຽງຫລືວ່າ ສົ່ງໄປຕາມ ທີ່ລູກຄ້າ ຕ້ອງກາ​ນ”

ເຈົ້າໜ້າທີ່ ທ່ານນີ້ ເວົ້າອີກ ວ່າ ສຳລັບບັນຫາ ທີ່ວ່າ ຍັງມີຊາວບ້ານ ລັກປູກຝິ່ນ ເພື່ອສົ່ງຂາຍ ໃຫ້ກຸ່ມພໍ່ຄ້າ ແລະ ຜູ້ປູກເອງ ກໍຍັງ ບໍ່ສາມາດ ເຊົາສູບຝິ່ນ ໄດ້ນັ້ນ ປັຈຸບັນ ທາງອົງການ UNODC ​ແລະ ໜ່ວຍງານ ທີ່ກ່ຽວຂ້ອງ ກຳລັງດຳເນີນງານ ໃນການຈັດການ ແລະ ກວດລ້າງ ພວກພໍ່ຄ້າທີ່ເລາະຊື້ຝິ່ນຈາກຊາວບ້ານຢູ່ແລະ ໃນກໍຣະນີ ທີ່ວ່າ ຈະໃຫ້ຊາວບ້ານເລີກ​ປູກຝີ່ນ ຢ່າງຊີ້ນເຊີງນັ້ນ ຄົງຈະເປັນໄປໄດ້ຍາກເນື່ອງຈາກວ່າ ພວກເຂົາເຈົ້າ ເຫລົ່ານີ້ ຢູ່ກັບຝີ່ນ ແລະເສບຝິ່ນມາຕລອດແຕ່ທາງອົງການ ກໍບໍ່ໄດ້ລົດລະ ຄວາມພຍາຍາມ ໃນເຣື່ອງນີ້ ດັ່ງເຈົ້າໜ້າທີ່ກ່ຽວຂ້ອງ ຂອງລາວ ທ່ານນີ້ກ່າວເພີ່ມວ່າ:

ການປູກຝິ່ນ ເປັນປູກພືຊອຸຕສຫະກັມ ພືຊທີ່ເປັນສິນຄ້າ ຊນິດອື່ນເປັນເຣື່ອງ ສາລີເຣື່ອງຜັກ ຈາກນັ້ນ ກໍມີ ເຣື່ອງຊ່ວຍເຫລືອ ທາງດ້ານສາທາຣະນະສຸຂເປັນເຣື່ອງ ການແພເປັນເຣື່ອງ ການສຶກສາເຣື່ອງການຈັດໃຫ້ ເຂົາເຈົ້າ ເຂົ້າເຖີງ ໂຮງຮຽນ ມີໂຮງຮຽນ ໃຫ້ແລະ ມີຖນົນ.”

ເຖີງແມ່ນວ່າ ປັຈຸບັນນີ້ ການແກ້ໄຂ ບັນຫາຝິ່ນ ໃນລາວ ຍັງບໍ່ໝົດໄປແຕ່ໜ່ວຍງານ ພາກຣັຖແລະ ເອກ​ກະຊົນ ກໍໄດ້ພຍາຍາມ ສົ່ງຜູ້ປ່ວຍທີ່ຕິດຝິ່ນ ເຂົ້າໄປປິ່ນປົວ ຢູ່ສູນບຳບັດແລະຟື້ນຟູ ສະມັຕຕະພາບ ຂອງຜູ້ຕິດຝິ່ນ ຈົນກວ່າ ຈະສາມາດ ອອກຝິ່ນ ແລະກັບມາ ໃຊ້ຊີວີດ ຢູ່ໃນສັງຄົມຕາມ ປົກະຕິໂດຽທີ່ບໍ່ກັບຄືນໄປເສບຝິ່ນ ອີກ.

ອີງຕາມ ຣາຍງານຂອງອົງການ UNODC ​ເວົ້າວ່າ ສປປລາວເປັນປະເທດ ທີ່ມີຊາຍແດນ ຕິດກັບໄທຍ ພະມ້າ ຈີນ ວຽດນາມ ແລະ ກັມພູຊາ ຊື່ງພວກກຸ່ມ ອາຊຍາກັມ ຂ້າມຊາຕ ຫລື ກຸ່ມພໍ່ຄ້າ ຫາຣາຍໄດ້ສ່ວນຕົວ ມັກໃຊ້ຊ່ອງທາງນີ້ ເປັນທາງຜ່ານ ຍ້ອນປະເທດ ເຫລົ່ານີ້ ຍັງບໍ່ມີກົດໝາຍ ທີ່ຮັດກຸມຢ່າງຈີງຈັງ ຫລື ຍັງຍາກ ຕໍ່ການຄວບຄຸມນັ້ນເອງ.


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.