ວັນຕໍ່ຕ້ານ ຢາເສບຕິດໂລກ

ຜູ້ຕາງໜ້າ ຫ້ອງການສະຫະ ປະຊາຊາດ ດ້ານຢາເສບຕິດ ແລະອາສຍາກັມ ປະຈໍາລາວ ແນະນໍາຣັຖບານລາວ ໃຫ້ຄວາມຮູ້ ກ່ຽວກັບພິດໄພ ຂອງຢາເສບຕິດ ໃຫ້ແກ່ເຍົາວະຊົນ ຊາວຫນຸ່ມລາວ.
ມະນີຈັນ
2009.06.26
F-UNODC UNITED STATES, New York: ນາງ Mira Sorvino ດາຣາລາງວັນ (Oscar-winning actress) ໄດ້ຖືກແຕ່ງຕັ້ງໃຫ້ເປັນ the United Nations Office on Drugs and Crime (UNODC) Goodwill Ambassador on human trafficking February 12, 2009 ຮ່ວມກອງປະຊຸມ ຣາຍງານການ ຄ້າມະນຸດໃນໂລກ ຜູ້ຮ່ວມນຳຄືທ່ານ Antonio Maria Costa (ຊ້າຍ) Executive Director of the UNODC ທ່ານ Maged Abdelaziz (ທີສອງຊ້າຍມື) Egypt's Ambassador to the UN ແລະນັກສ້າງໜັງ (filmmaker) Robert Buhemer (ຂວາ).
Photo: AFP

ວັນທີ26 ມິຖຸນາ ຂອງທຸກໆປີ ເປັນວັນຕໍ່ຕ້ານ ຢາເສບຕິດໂລກ ຊຶ່ງໃນໂອກາດ ດັ່ງກ່າວ ທ່ານ ເລັກ ບຸນວັດ ຜູ້ຕາງໜ້າຫ້ອງການ ສະຫະປະຊາຊາດ ດ້ານ     ຢາເສບຕິດ ແລະອາສຍາກັມ UNODC ປະຈໍາລາວ ກ່າວວ່າ ຣັຖບານລາວ ຄວນມີ ນະໂຍບາຍ ໃຫ້ຄວາມຮູ້ກ່ຽວກັບ ພິດໄພ ຂອງຢາເສບຕິດ ແກ່ຊາວຫນຸ່ມ ຊຶ່ງເປັນກຸ່ມຄົນ ສ່ວນຫລາຍຂອງ ພົລເມືອງລາວ ເພື່ອໃຫ້ຫ່າງໃກ ຈາກຢາເສບຕິດ ຕາມຄໍາເວົ້າຂອງ ທ່ານ ເລັກ ບຸນວັດ:

"ປະເທດລາວນີ່ ມີປະຊາກອນ ປະມານ 5.6ລ້ານຄົນ ຢູ່ໃນ51ເປີເຊັນ ຕໍ່າກວ່າອາຍຸ 20ປີ ຄິດວ່າ ສໍາຄັນທີ່ສຸດ ຕ້ອງເຮັດນໍາ ຊາວຫນຸ່ມ ໃຫ້ຂະເຈົ້າຮູ້ ບັນຫາ ຂອງຢາເສບຕິດ ແລະ ກໍໄກຫ່າງຈາກ ຢາເສບຕິດ ທັງການຄ້າຫລື ວ່າການໄຊ້ ຢາເສບຕິດ."

ປາກົດການ ຄົນໄວຫນຸ່ມ ຕົກເປັນເຫຍື່ອ ຢາເສບຕິດ ມີຫລາຍຂຶ້ນ ນັບມື້ຊຶ່ງຈະ ສົ່ງຜົລກະທົບ ອັນບໍ່ດີໃສ່ ການພັທນາ ປະເທດ ໃນໄລຍະຍາວ ຍ້ອນວ່າ  ຊັພຍາກອນ ມະນຸດ ຄືຮາກຖານ ສໍາຄັນ ໃນການພັທນາຊາດ. ດັ່ງນັ້ນໃນຖານະ ຜູ້ແທນອົງການ ສະຫະປະຊາຊາດ ທ່ານ ກໍຢາກຮຽກຮ້ອງ ໃຫ້ພາກຣັຖ ໃຫ້ຄວາມສໍາຄັນ ໃນບັນຫາດັ່ງກ່າວ ຫລາຍຂຶ້ນຕື່ມ ເພາະເຫັນວ່າ ປີນີ້ເປັນປີ ສໍາຄັນທີ່ທາງ ຣັຖບານລາວ ໄດ້ກໍ່ສ້າງ ແຜນແມ່ບົດ ດ້ານຢາເສບຕິດ ຂຶ້ນໃໝ່ນໍາດ້ວຍ.  ທ່ານເລັກ ກ່າວຕໍ່ໄປວ່າ:

"ປີນີມັນສໍາຄັນ ສໍາລັບວ່າ ຣັຖບານໄດ້ ກໍ່ສ້າງແຜນ ແມ່ບົດ ດ້ານຢາເສບຕິດ 2009-2013 ໂຕນີ້ ກໍເປັນການ ສໍາຄັນອັນນຶ່ງ ສໍາລັບການ ຕໍ່ຕ້ານ ຢາເສບຕິດ ແຕ່ກ່ອນມີແຕ່ ຝີ່ນ ດຽວນີ້ມັນມີ ຢາບ້ານໍາ ເຮໂຣອີນ ນໍາເນາະ ໂຄເຄນກໍມີ ຊຶ່ງເປັນອັນຕຣາຍ ຫລາຍ ຢູ່ໃນສັງຄົມ ຂອງລາວນີ້."

ໃນວັນສາກົນ ຕໍ່ຕ້ານ ຢາເສບຕິດ ວັນທີ26 ມິຖຸນາ ປີນີ້ຄືກັນກັບ ປີທີ່ຜ່ານໆມາ ປະເທດຕ່າງໆ ທົ່ວໂລກເຂື່ອນໃຫວ ດໍາເນີນກິຈກັມ ຢ່າງກວ້າງຂວາງ.

ຢູ່ຈີນ ມີການປະຫານ ນັກໂທດ ຢາເສບຕິດ 20ຄົນ  ສ່ວນໄທ ທໍາລາຍ ຢາເສບຕິດ 6ຕັນກວ່າ. ສໍາລັບ ລາວນັ້ນ ປາກົດວ່າ ມີການເລື່ອນ ການຈັດພິທີ ເນື່ອງໃນວັນ ຕໍ່ຕ້ານ ຢາເສບຕິດໂລກ ຈາກວັນທີ26 ມິຖຸນາ ໄປໃສ່ວັນທີ3 ກໍຣະກະດາ.

ກ່ຽວກັບສາເຫດ ໃນການເລື່ອນ ແລະກິຈກັມ ໃນງານມີແນວ ໃດແດ່ນັ້ນ ປາກົດວ່າ ບໍ່ມີເຈົ້າໜ້າທີ່ ລາວ ທີ່ກ່ຽວຂ້ອງ ຄົນໃດເລີຍ ໃຫ້ຄໍາຕອບໄດ້ ໃນວັນນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.