ລາວ-ໄທ ຮ່ວມມືປາບ ຢາເສພຕິດ ຕາມຊາຍແດນ
2009.06.24
ກາຣລັກລອບຄ້າ ຢາເສພຕິດ ຕາມເຂຕຊາຍແດນ ລາວແລະໄທຽ ປາກົດວ່າມີ ຄວາມຮຸນແຮງ ຫລາຍຂື້ນ ເຮັດໃຫ້ ທາງກາຣກ່ຽວຂ້ອງ ຂອງ ທັງສອງປະເທສ ຕ້ອງໄດ້ເພີ່ມມາຕກາຣ ຂອງກາຣຮ່ວມມື ຣະຫວ່າງກັນໂດຽ ທາງສຳນັກງານ ປ້ອງກັນແລະປາບປາມ ຢາເສພຕິດພາຄ3 ຂອງໄທຽ ຕຣຽມກາຣມອບອຸປກອນ ແລະຈັດໃຫ້ມີ ກາຣຝຶກອົບຮົມ ເຈົ້າໜ້າທີ່ດຳເນີນ ກາຣລາດຕະເວນ ຮ່ວມກັນຕາມລຳ ແມ່ນ້ຳຂອງໃນຂັ້ນ ຕໍ່ໄປ ດັ່ງເຈົ້າໜ້າທີ່ ຫ້ອງກາຣກວດກາ ຢາເສພຕິດ ປະຈຳແຂວງ ສວັນນະເຂຕ ໄດ້ກ່າວວ່າ:
“ປປສ ພາຄ3 ໄດ້ເຊີນໃຫ້ທາງ ສວັນນະເຂຕ ແລະຈຳປາສັກ ໄປຮັບເອົາເຄື່ອງ ອຸປກອນກາຣ ເດີນເຮືອ ລາດຕະເວນຮ່ວມກັນຕາມລຳນ້ຳຂອງ ຫລັງຈາກທີ່ຮັບ ເຄື່ອງມາແລ້ວ ແມ່ນຈະໄດ້ຝຶກ ອົບຮົມ ເພື່ອກຳໜົດນຳກັນ ແລ້ວກໍຮ່ວມກັນ ລົງເຮືອຫັ້ນນ໋າ”
ເຈົ້າໜ້າທີ່ລາວ ທ່ານນີ້ໄດ້ແຈ້ງ ເພີ່ມວ່າ: ມາຕກາຣ ກາຣຮ່ວມມືດັ່ງກ່າວ ເປັນກາຣສືບຕໍ່ ຈາກກາຣປະຊຸມຂອງທາງຄນະ ເຈົ້າແຂວງຕາມແນວ ຊາຍແດນຄັ້ງທີ່6 ປີ2006 ຜ່ານມາເພື່ອເພີ່ມ ດ້ານກາຣຮ່ວມມື ຣະ ຫວ່າງ ສອງຝ່າຍຕາມເຂຕ ພື້ນທີ່ເມືອງ ເຂັມຣາຊ ແຂວງອຸບົລຣາຊທານີ ແລະເມືອງ ສອງຄອນແຂວງສວັນນະເຂຕ ພ້ອມກັບເມືອງໂຂງຈຽມ ແຂວງອຸບົລ ຣາຊທານີແລະ ເມືອງຊະນະສົມບູນ ແຂວງຈຳປາສັກ ແລະວ່າ ເທົ່າ ປັຈຈຸບັນນີ້ ທາງກາຣກ່ຽວຂ້ອງ ກໍໄດ້ມີກາຣ ຈັດຕັ້ງປະຕິບັຕ ຕາມເປົ້າໝາຍ ທີ່ຈະຊ່ວຍໃນດ້ານກາຣສືບສວນ ແລະປາບປາມ ຂະບວນກາຣຄ້າ ຢາເສພຕິດ ໃຫ້ໄດ້ດີຫລາຍ ກວ່າເກົ່າ ດັ່ງເຈົ້າໜ້າທີ່ລາວໄດ້ໃຫ້ກາຣ ຊີ້ແຈງເພີ່ມວ່າ:
“ຈະມີຜົລດີ ເພາະວ່າກາຣຕັ້ງ ໜ່ວຍປະສານງານ ປາບປາມ ຢາເສພຕິດ ຊາຍແດນນີ້ ມັນສິເຮັດໃຫ້ສອງ ພາຄສ່ວນ ສອງອຳເພີກັບເມືອງນີ້ ໃກ້ຊິດກັນແລະ ເຂົ້າອົກເຂົ້າໃຈ ກັນ ມີກາຣສື່ສາຣ ສົ່ງຂໍ້ມູລຂ່າວສາຣ ໃຫ້ກັນຕື່ມອີກ”
ພ້ອມດຽວກັນນີ້ ທ່ານກໍວ່າ ກາຣລາດຕະເວນ ຢ່າງເປັນທາງກາຣ ນັ້ນ ຍັງບໍ່ສາມາດ ກຳໜົດໄດ້ເທື່ອ ເພາະຍັງຕ້ອງໄດ້ ມີກາຣຈັດ ຣະບຽບກາຣ ແລະປະຕິບັຕ ດ້ານກາຣຝຶກ ອົບຮົມ ເຈົ້າໜ້າທີ່ກ່ຽວຂ້ອງ ຂອງທັງສອງ ປະເທສ ໃຫ້ເປັນທີ່ ຮຽບຮ້ອຍເສັຽກ່ອນ.