ສາແມນຕາ ຕ້ອງໃຫ້ການ ຕາມຄຳບອກ
2009.05.11
ນາງ Samantha Orobator ຊາວອັງກິດ ອາຍຸ 20 ປີ ທີ່ຖືກຈັບ ເຂົ້າຄຸກໃນຂໍ້ ຫາລັກລອບເອົາ ຢາເສພຕິດ ປະເພສເຮໂຣອິນ 680 ກຣາມ ອອກຈາກສນາມ ບິນວັດໄຕ ໃນເດືອນ ສີງຫາ 2008 ຜ່ານມາ ແລະປັຈຈຸບັນ ຖືພາມາໄດ້ 5 ເດືອນແລ້ວ ແລະມີຄົນແນະນຳ ໃຫ້ນາງ ສາຣະພາບວ່າ “ນາງບໍ່ໄດ້ຖືກ ຂົ່ມຂືນສຳເລົາ ຢູ່ໃນ ຄຸກຄຸມຂັງ ແຕ່ປະກາຣໃດ” ຖ້າບໍ່ດັ່ງນັ້ນ ກໍຈະຕ້ອງ ໄດ້ຮັໂທສ ປະຫາຣຊີວີຕ ດ້ວຍກາຣຍີງເປົ້າ ສະນັ້ນຈື່ງເປັນ ກາຣຍາກສຳຫລັບ ນາງ Samantha ໃນກາຣທີ່ຄວນ ຈະໃຫ້ປາກຄຳ ເປັນກາຣ ສາຣະພາບ ແບບໃດກັນແທ້ ໂດຽສະເພາະທີ່ ຈະມີກາຣນຳ ຂື້ນດຳເນີນ ຄະດີ ຢູ່ສາລ ປະຊາຊົນລາວ ໃນສັປດາ ນີ້ນັ້ນ.
ອີງຕາມກາຣອອກ ຂ່າວຂອງ ໜັງສືພີມ Daily Telegraph ໃນມື້ ວັນຈັນ ນີ້ທີ່ວ່າຖ້າ ນາງຫາກໃຫ້ ຄວາມຮ່ວມມືແລະ ໃຫ້ກາຣຕາມທີ່ ແນະນຳນັ້ນ ນາງຈະຖືກສົ່ງ ໄປຈຳຄຸກຢູ ປະເທສອັງກິດ ຕາມຂໍ້ສັນຍາ ວ່າດ້ວຍກາຣສົ່ງ ຄົນຮ້າຍຂ້າມແດນ ຣະຫວ່າງສອງ ປະເທສລາວ ແລະອັງກິດ ຖ້າບໍ່ດັ່ງນັ້ນ ນາງກໍວ່າຈະຕ້ອງ ຖືກຈຳຄຸກຢູ່ ເມືອງລາວຕໍ່ໄປ ແລະກໍບໍ່ມີ ໃຜຮູ້ວ່າ ເວລາທີ່ ນາງຄອດລູກແລ້ວ ນັ້ນແລະມີກາຣ ດຳເນີນຄະດີ ຄັ້ງໃໝ່ ນາງອາຈພົ້ນໂທດ ກາຣປະຫາຣ ຊີວີຕດ້ວຍ ກາຣຍີງເປົ້າ ຫລືບໍ?
ພ້ອມດຽວກັນນີ້ ທາງໜັງສືພີມ ຍັງໄດ້ອ້າງອີງ ຕາມຄຳເວົ້າຂອງ ທ່ານ ເຄນທອງ ນວນທະສີງ ໂຄສົກຂອງ ກະຊວງກາຣ ຕ່າງປະເທສທີ່ວ່າ ນາງ Samantha ຈະຕ້ອງໄດ້ແຈ້ງ ກາຣຕໍ່ສາລ ວ່ານາງບໍ່ໄດ້ ຕັ້ງທ້ອງຢູ່ໃນ ຄຸກແຕ່ ປະກາຣໃດ ເພາະບໍ່ຢາກໃຫ້ ປະຊາຄົມ ໂລກຖີ້ມໂທສໃສ່ ທາງກາຣລາວ ແຕ່ຢ່າງໃດ ແລະກໍບໍ່ຮູ້ ວ່າແມ່ນຜູ້ໃດ ເປັນພໍ່ຂອງລູກ ໃນທ້ອງຂອງ ນາງແຕ່ຢ່າງໃດ!