ຊາວບ້ານໄຜ່ ຖືກທາງການໄທ ຈັບກຸມ

ທາງການໄທ ເມືອງ ນະຄອນພະນົມ ແຂວງ ນະຄອນພະນົມ ເປີດເຜີຍເຖິງ ການຈັບກຸມ ຊາວລາວ ທີ່ດ່ານກວດ ຄົນເຂົ້າເມືອງ
ຈຳປາທອງ
2009.01.29

ທາງການໄທ ເມືອງ ນະຄອນພະນົມ ແຂວງ ນະຄອນພະນົມ ເປີດເຜີຍເຖິງ ການຈັບກຸມ ຊາວລາວ ທີ່ດ່ານກວດ ຄົນເຂົ້າເມືອງວ່າ ໄດ້ຈັບ ນາງ ຣັດ ອາຍຸ 32 ປີ ຊາວບ້ານໄຜ່ ເມືອງ ຈຳພອນ ແຂວງ ສວັນນະເຂດ ສາທາ ຣະນະຣັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍ ຂອງກາງ ຄືຢາບ້າ ຈຳນວນ 1,989 ເມັດ ແລະ ເງິນສົດ 3,000 ບາດ.

ທ່ານ ບຸນສະໜອງ ບຸນມີ ເຈົ້າແຂວງ ນະຄອນພະນົມ ກ່າວວ່າ ດ່ານກວດ ຄົນເຂົ້າເມືອງ ແລະພາສີ ໄດ້ກວດຄົ້ນ ນາງ ຣັດ  ທີ່ເດີນທາງ ຂ້າມໄປ ບໍລິເວນ ດ່ານກວດ ຄົນເຂົ້າເມືອງ ນະຄອນພະນົມ - ຄຳມ່ວນ ໃນເຂດ ເທດສະບານ ເມືອງ ນະຄອນພະນົມ ແລະໄດ້ເຫັນ ຢາບ້າຢູ່ ໃນຫໍ່ຖົງຢາງ ປະລັສຕິກ ທີ່ນາງ ເຊື່ອງຊ້ອນໄວ້ ໃນ ເສື້ອຊັ້ນໃນ ທັງ 2 ຂ້າງ.

ທ່ານວ່າ ຈາກການ ສອບສວນ ຂອງເຈົ້າໜ້າ ທີ່ຕຳຫລວດ ນາງ ຮັບ ສາລະພາບວ່າ ນາງເປັນໜີ້ ພໍ່ຄ້າ ຈຳນວນ 4,000ບາດ ແຕ່ບໍ່ມີ ເງິນໄຊ້, ແລ້ວຈຶ່ງຕົກ ລົງຮັບຈ້າງ ນຳຢາບ້າ ຈຳນວນດັ່ງ ກ່າວມາສົ່ງໃຫ້ ເພື່ອຫັກໜີ້ ແລະໄດ້ຮັບ ຄ່າຈ້າງຕື່ມອີກ 3,000ບາດ ແລະວ່ານາງ ມີຈຸດປະສົງ ທີ່ຈະນຳ ຢາບ້ານັ້ນ ໄປສົ່ງໃຫ້ ພໍ່ຄ້າ ທີ່ ແຂວງ ຂອນແກ່ນ ແຕ່ຖືກຈັບກ່ອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.