ສະແມນຕາ ວ່າ ບໍ່ໄດ້ ຖືກຂົ່ມຂືນ

ສະແມນຕາ ຍີງຊາວອັງກິດ ທີ່ກໍາລັງ ລໍຖ້າການ ນໍາຕົວຂຶ້ນສານ ໄດ້ບອກຕໍ່ຜູ້ ເປັນມານດາວ່າ ນາງບໍ່ໄດ້ຖືກ ຂົ່ມຂືນ ຂນະທີ່ຖືກຂັງ ຢູ່ລາວ ຕາມຣາຍງານ ຂ່າວ AFP ຈາກ ກຸງລອນດອນ.
ມະນີຈັນ
2009.05.20

ບັນດາຜູ້ ສນັບສນູນ ນາງ ສະແມນຕາ ໂອໂຣບາຕໍຣ ອາຍຸ20ປີ  ທີ່ຖືກຂັງຄຸກ ຢູ່ໂພນຕ້ອງ ນະຄອນຫລວງ ວຽງຈັນ ມາແຕ່ເດືອນ ສິງຫາ ປີກາຍ ພາຍຫລັງຖືກຈັບ ໃນຂໍ້ຫາ ພະຍາຍາມ ທີ່ຈະນໍາເອົາ ຢາເສບຕິດ ເຮໂຣອີນ 680ກຣາມ ອອກນອກປະເທດ ຜ່ານສນາມບີນ ວັດໄຕນັ້ນ ເວົ້າວ່າ ນາງສະແມນຕາ ຮູ້ສຶກວ່າ ຕົນມີລູກ ແລະຕ່າງ ກໍວິຕົກກັງວົນ ກ່ຽວກັບສະພາບ ຂອງນາງ.

ແຕ່ໃນຖແລງການ ທີ່ອອກຜ່ານ ຫ້ອງການຕ່າງ ປະເທດ ທີ່ກຸງລອນດອນ  ນາງ Jane Orobator ຜູ້ເປັນມານດາ ບອກວ່າທາງການ ລາວ ໄດ້ອະນຸຍາດ ໃຫ້ນາງ ເຂົ້າຢ້ຽມລູກສາວ ຢູ່ໃນຄຸກ ຊຶ່ງນາງກໍ ຮູ້ສຶກຂອບອົກ ຂອບໃຈ.

ຜູ້ເປັນລູກສາວ ກໍປາກົດວ່າ ຄ່ອຍຢູ່ແລະ ຜູ້ເປັນລູກສາວ ບອກໃຫ້ນາງ ຮູ້ວ່າ ນາງບໍ່ໄດ້ຖືກ ຂົ່ມຂືນສໍາເລົາ ຫລືລ່ວງເກີນ ທາງເພດ ຂນະທີ່ຢູ່ ໃນຄຸກ ແລະຜູ້ເປັນພໍ່ ຂອງລູກ ທີ່ຢູ່ໃນທ້ອງ ຂອງນາງ ກໍບໍ່ແມ່ນ ເຈົ້າໜ້າທີ່ ທີ່ຢູ່ໃນຄຸກ ລາວ.

ນັ້ນກໍປາກົດ ວ່າຈະເປັນ ຄໍາຕອບຕໍ່ ການຄາດການ ຂອງຫລາຍຄົນ. ພ້ອມດຽວກັນ ຜູ້ເປັນແມ່ ກໍກ່າວໂດຍ ຫວັງວ່າການ ພິຈາຣະນາ ຄະດີ ນາງສະແມນຕາ ຈະເປັນ ໄປຢ່າງ ຍຸຕິທັມ ເພື່ອນາງຈະ ສາມາດກັບຄືນ ໄປອັງກິດໄດ້ ໃນໄວໆນີ້.

ກໍານົດວັນ ເວລາດໍາເນີນ ຄະດີ ນາງສະແມນຕາ ມາຮອດວັນທີ 20 ພຶສພາ ນີ້ ຍັງບໍ່ເປັນທີ່ ຮູ້ແນ່ນອນເທື່ອ. ແຕ່ທາງການລາວ ແລະອັງກິດ ກໍໄດ້ເຊັນ ສັນຍາ ແລກ  ປ່ຽນນັກໂທດກັນ ໃນຣະຫວ່າງທີ່ ທ່ານທອງລຸນ ສີສຸລິດ ຮອງນາຍົກ ຣັຖມົນຕຣີ ລາວ ເດີນທາງຢ້ຽມຢາມ ອັງກິດ ເມື່ອບໍ່ດົນ ມານີ້ ຊຶ່ງເປັນທີ່ ຄາດກັນວ່າ ຈະຊ່ວຍໃຫ້ ນາງສະແມນຕາ ກັບໄປຮັບໂທດ ຢູ່ອັງກິດໄດ້ ຖ້ານາງຖືກ ຕັດສີນວ່າ ໄດ້ກະທໍາ ຄວາມຜິດແທ້. ແຕ່ເຖິງແນວໃດ ຫ້ອງການ ຕ່າງປະເທດທີ່ ກຸງລອນດອນ ກໍໄດ້ຮັບ ຄໍາໝັ້ນໃຈຈາກ ທາງການລາວ ແລ້ວວ່າຈະໃຫ້ ເຈົ້າໜ້າທີ່ ກົງສູນອັງກິດ ຮູ້ລ່ວງໜ້າ ຢ່າງໜ້ອຍ 48 ຊົ່ວໂມງ ກ່ຽວກັບການ ພິຈາຣະນາ ຄະດີ ນາງສະແມນຕາ.

ເມື່ອຕົ້ນເດືອນ ພຶສພາ ນີ້ເຈົ້າໜ້າທີ່ ຂັ້ນສູງ ກະຊວງການ ຕ່າງປະເທດ ອັງກິດ ກໍໄດ້ກ່າວວ່າ ຖ້ານາງ ສະແມນຕາ ໂອໂຣບາຕໍຣ ຫາກຖືກຕັດສີນ ກະທໍາຄວາມຜິດ ນາງກໍອາຈ ສາມາດໄປ ຮັບໂທດຢູ່ ອັງກິດໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.