ຈຳຄຸກ ຕລອດຊີວີດ ບໍ່ແມ່ນ ໂທດປະຫານ
2009.06.04

ລາຍງານວ່າ ນັກໂທດທີ່ ຖືພາ ຊາວອັງກີດ ຫລຸດພົ້ນຈາກ ໂທດປະຫານ ຊີວີດ ມາເປັນໂທດ ຈຳຄຸກຕລອດ ຊີວີດ ໃນການຕັດສີນ ຂອງສານລາວ ໃນມື້ວັນພຸດ ທີ່ໃຊ້ເວລາ ພຽງແຕ່ເຄີ່ງມື້ ໂຄສົກສະຖານທູດ ອັງກິດ ໃຫ້ການ.
ທ່ານວ່າ ຜູ້ພິພາກສາ ລາວ ໄດ້ຕັດສີນໃຫ້ ນາງ ໂອໂຣບາຕໍ ວັຍ 20ປີ ມີຄວາມຜີດ ຖານມີ ຢາເສບຕິດ ປະເພດ Heroin ຢູ່ໃນການ ຄອບຄອງປະມານ 680ກຣາມ ທີ່ຖືກເຈົ້າຫນ້າ ທີ່ລາວຈັບໄດ້ ໃນເດືອນ ສີງຫາ ທີ່ສນາມບີນ ວັດໃຕ ກ່ອນຈະຂື້ນເຄື່ອງ ບີນໄປບາງກອກ ເປັນໂທດຈຳຄຸກ ຕລອດຊີວີດ ຊື່ງຕາມກົດຫມາຍ ລາວແລ້ວ ໂທດໃນຄະດີ ຢາເສບຕິດ ກວ່າ 500ກຣາມ ໃນລາວຈະຖືກ ປະຫານຊີວີດ.
ກ່ອນຫນ້ານີ້ ທ່ານ ທອງລຸນ ສີສຸລີດ ຮອງນາຍົກ ຣັຖມົນຕຣີ ແລະຣັຖມົນຕຣີ ຕ່າງປະເທດ ສປປລາວ ໄດ້ໃຫ້ການຄ້ຳ ປະກັນກັບ ຣັຖມົນຕຣີ ສຳນັກ ງານນາຍົກ ຣັຖມົນນຕຣີ ອັງກີດ ທ່ານ Bill Rammell ໃນຊ່ວງທີ່ທ່ານ ໄປຢ້ຽມຢາມ ອັງກິດ ຫວ່າງເດືອນກ່ອນ ວ່ານັກໂທດ ອັງກິດ ຜູ້ທີ່ຖືພາ ຈະບໍ່ຖືກ ໂທດປະຫານ ຊີວີດ ໃນລາວແລະວ່າ ຖ້ານາງ ຖືກຕັດສີນໃຫ້ ຈຳຄຸກໃນລາວ ນາງ ກໍ່ຈະສາມາດ ສົ່ງມາຮັບໂທດ ທີ່ອັງກິດໄດ້ ຕາມສັນຍາ ການສົ່ງນັກໂທດ ຣະຫວ່າງສອງ ປະເທດ ທີ່ໄດ້ ລົງນາມກັນຫວ່າງ ມໍ່ໆມານີ້. ໂຄສົກຈາກ ສະຖານທູດ ອັງກິດ ໄດ້ກ່າວຕໍ່ ນັກຂ່າວ AFP ວ່າເຈົ້າຫນ້າທີ່ ອັງກິດ ຈາກກົງສູນ ຈະເຂົ້າໄປພົບ ນາງ ໂອໂຣບາຕໍ ເພື່ອປືກ ສາກ່ຽວກັບ ເຣື້ອງນີ້ ແຕ່ບໍ່ໄດ້ໃຫ້ ລາຍຣະອຽດ ຫລາຍກວ່ານີ້ ມີແຕ່ບອກວ່າ ນາງມີເວລາ ພຽງແຕ່ 21ມື້ ທີ່ຈະຕັດ ສີນໃຈວ່ານາງ ຈະຢືນອຸທອນ ກ່ຽວກັບການ ຕັດສີນຄະດີ ຂອງນາງຫລືບໍ. ການວ່າຄວາມ ໃນສານລາວ ໃນຄະດີ ຂອງນາງ ໃຊ້ເວລາພຽງ ແຕ່ 3 ຫາ 3 ຊົ່ວໂມງເຄີ່ງ ເທົ່ານັ້ນ.